ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະພາບຢູໂຣບ ຜ່ອນການລົງໂທດ ຕໍ່ມຽນມາ


ທ່ານ Thein Sein ປະທານາທິບໍດີ ທີ່ເປັນພົນລະເຮືອນຄົນທໍາອິດ
ຂອງມຽນມາ.
ທ່ານ Thein Sein ປະທານາທິບໍດີ ທີ່ເປັນພົນລະເຮືອນຄົນທໍາອິດ ຂອງມຽນມາ.


















ສະຫະພາບ​ຢູ​ໂຣບ​ໄດ້​ຜ່ອນຄາຍ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ​ຂອງ​ຕົນ
ຕໍ່ພວກ​ສະມາຊິກພົນລະ​ເຮືອນບາງ​ທ່ານ​ໃນ​ຄະນະລັດຖະບານ​ໃໝ່​ຂອງ​ມຽນມາ​ນັ້ນ.

ສະພາ​ສະຫະພາບ​ຢູ​ໂຣບ ທີ່ໄດ້​ພົບ​ປະກັນ​ຢູ່​ໃນ​ປະ​ເທດ Luxembourgໃນ​ວັນ​ອັງຄານ​ວານ​ນີ້ ກ່າວ​ວ່າ ທາງ​ສະພາ​ຫວັງ​ວ່າ ລັດຖະບານ​ທີ່ມີ​ລັກສະນະພົນລະ​ເຮືອນ​ຫລາຍ​ຂຶ້ນ​ຈະ​ນໍາພາ​ໃຫ້​ມີ​ນະ​ໂຍບາຍ​ໃໝ່ໆ​ທີ່ມີຄວາມຈຳເປັນ​ຫລາຍ​ຂຶ້ນນັ້ນ.

ສະຫະພາບ​ຢູ​ໂຣບຈະ​ຍົກ​ເລີກ​ການ​ຫ້າມ​ອອກ​ວີ​ຊາ​ເປັນ​ເວລາ 1 ປີຕໍ່​ພວກ​ສະມາຊິກ​ພົນລະ​ເຮື​ອນ​ບາງ​ຄົນໃນ​ວົງການລັດຖະບານ​ນັ້ນ ທີ່ຮວມທັງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ນໍາ ນອກ​
ນັ້ນ​ສະພາ​ດັ່ງກ່າວ​ຍັງເວົ້າ​ຕື່ມ​ວ່າ ຂໍ້​ຫ້າມ​ສໍາລັບ​ການ​ຢ້ຽມຢາມ​ມຽນມາໃນ​ລະດັບ​ສູງກໍ​ຈະ​ຖືກ ຍົກ​ເລີກ​ເຊ່ນ​ກັນ ​ໂດຍ​ຄາດ​ຫວັງ​ໄວ້​ວ່າ​ຈະ​ມີ​ການ​ເຂົ້າ​ຫາ​ພວກ​ເຈົ້າ​ໜ້າ​ທີ່ໃນ​ລະດັບ​ອາວຸ​ໂສ​ຂອງ​ລັດຖະບານ​ແລະ​ເຂົ້າ​ຫາ​ບຸກຄົນ​ສໍາຄັນໆ​ຂອງ​ຝ່າຍ​ຄ້ານ​ນັ້ນ​ໄດ້. ສະຫະພາບ​ຢູ​ໂຣບກ່າວ​ວ່າ ຕົນ​ຈະ​ຊັ່ງຊາ​ຕີ​ລາຄາລັດຖະບານ​ໃໝ່​ໂດຍ​ການ​ກະທໍາ​ແລະ​ທົບ​ທວນ​ເບິ່ງ​ການ​ລົງ​ໂທດ​ຂອງຕົນ​ໃຫ້​ສອດ​ຄ່ອງ​ກັນ​ໄປ.

ການ​ເຄື່ອນ​ໄຫວ​ຂອງ​ສະຫະພາບ​ຢູ​ໂຣບ​ໄດ້​ມີຂຶ້ນ ສ່ວນ​ນຶ່ງ​ແລ້ວແມ່ນ ເປັນຍ້ອນລາຍ​ງານ ຂອງກຸ່ມ​ແກ້​ໄຂ​ວິ​ກິດ​ການ​ລະຫວ່າງ​ຊາດ ຫລື International Crisis Group ​ໃນ​ເດືອນ​ແລ້ວ​ນີ້ ທີ່​ເວົ້າ​ວ່າ ການລົງ​ໂທດຕ່າງໆ​ຕໍ່​ລັດຖະບານ​ມຽນມາ ທີ່​ໄດ້​ມີການຕໍ່ອາຍຸໃນ​ທຸກໆ​ປີ​ນັ້ນ​ບໍ່​ໄດ້ຜົນ.

ລາຍ​ງານ​ຂອງ​ກຸ່ມ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າ ການ​ລົງ​ໂທດ​ທີ່ວ່ານີ້ມີ​ຜົນ​ກະທົບ​ໃນ​ທາງ​ລົບ​ຕໍ່​ປະຊາ
ຊົນ​ແທນ​ທີ່​ການ​ກະທໍາ​ດັ່ງກ່າວ​ແມ່ນ​ມີ​ວັດ​ຖຸປະສົງ​ເພື່ອ​ປົກ​ປ້ອງ​ພວກ​ປະຊາຊົນນັ້ນ.

XS
SM
MD
LG