ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮັງກາຣີສະໜັບສະໜູນໃຫ້ຈັດ​ຕັ້ງ​ ຄະນະ​ກໍ​າມະ​ການ​ສືບສວນມຽນມາ​


ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ເມື່ອປີ 2009.
ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ເມື່ອປີ 2009.

ຄະນະ​ກຳມາ​ທິການກ່ຽວ​ກັບມຽນມາ​ຂອງລັດຖະສະພາ​ສະ
ຫະພາບ​ຢູ​ໂຣບ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາຄໍາ​ຖະ​ແຫລ​ງ
ສະໜັບສະໜູນ​ຂອງປະ​ເທດ Hungary ຕໍ່​ການ​ຮຽກຮ້ອງ
ໃຫ້ຈັດ​ຕັ້ງ​ຄະນະ​ກໍາມະການສືບສວນ​ຂອງ ສະຫະ​ປະ​ຊາ​
ຊາດ ຂຶ້ນ​ມາພິຈາລະນາ​ເລື່ອງການກໍາ​ອາ​ຊະ​ຍາ​ກໍາ​ສົງຄາມ
ແລະ​ອາ​ຊະ​ຍາ​ກໍາ​ຕ້ານ​ມວນມະນຸດ​ຢູ່ໃນ​ມຽນມາ ຕາມທີ່​ມີ ການ​ກ່າວ​ຫານັ້ນ.

ໃນ​ຄໍາ​ຖະ​ແຫລ​ງສະ​ບັບນຶ່ງ​ທີ່ອອກ​ໃນ​ວັນ​ຈັນ​ມື້​ນີ້ ຄະນະ​ກໍາມາ​ທິ​ການ​ດັ່ງກ່າວ​ຂອງລັດຖະສະພາສະຫະພາບ​ຢູໂຣບ​ກ່າວວ່າ ຄໍາຖະ​ແຫລ​ງ​ໃຫ້ການ​ສະໜັບສະໜູນຂອງລັດ​ຖະ​ມົນຕີ​ຕ່າງປະ​ເທດຮັງ​ກາຣີ ທ່ານ Jonor Martonyi ແມ່ນ​ໄດ້​ມີ​ຂຶ້ນ​ໃນ​ເວລາ​ຫົວລ້ຽວ​ຫົວ​ຕໍ່ ​ຂະນະທີ່​ທາງ​ສະຫະພາບ​ຢູ​ໂຣບກໍາ​ລັງ​ຮ່າງ​ຍັດຕິສະບັບ​ຕໍ່​ໄປຂອງ​ກອງ​ປະ​ຊຸມ​ສາມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ມຽນມາ​ຢູ່.


ຄະນະ​ກໍາມາ​ທິການ​ນີ້​ຍັງ​ກ່າວ​ອີກ​ວ່າ ພ້ອມ​ກັບ​ການ​ສະໜັບສະໜູນ​ຢ່າງ​ເປີດ​ເຜີຍ​ຈາກ​ສະມາ ຊິກ​ອີກ​ປະ​ເທດ​ນຶ່ງ​ຂອງ EU ນັ້ນ EU ກໍ​ຄືສະຫະພາບ​ເອີຣົບທັງ​ໝົດ​ນັ້ນ ກໍ​ຄວນ​ຈະ​ຢຸດ​ເຊົາ​ມິດ​ງຽບ​ຢູ່ ​ແລະ​ໂຮມ​ເອົາການ​ສະໜັບສະໜູນ​ໃຫ້​ຈັດ​ຕັ້ງ​ຄະນະ​ກໍາມະການ​ສືບສວນ​ນັ້ນ ​ເຂົ້າ​ ໃນຮ່າງ​ຍັດຕິສະບັບ​ຕໍ່​ໄປ ຂອງ​ກອງ​ປະ​ຊຸມ​ສາມັດ​ຊາ​ໃຫຍ່​ກ່ຽວ​ກັບ​ມຽນມາ.

ຄະນະ​ກໍາມາ​ທິການ​ດັ່ງກ່າວ​ເວົ້າ​ວ່າ ຮັງ​ກາຣີ​ເປັນ​ປະ​ເທດ​ທີ່​ຫົກ​ທີ່​ໄດ້​ຮຽກຮ້ອງຢ່າງ​ເປີ​ດ​ເຜີຍ ​ໃຫ້​ມີການຈັດ​ຕັ້ງ​ຄະນະ​ກໍ​າມະ​ການ​ສືບສວນ​ກ່ຽວ​ກັບ​ມຽນມາ​.

XS
SM
MD
LG