ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ອີຢູ ຕົກລົງກັນໄດ້ ກ່ຽວກັບ ງົບປະມານ 1 ພັນ 300 ຕື້ໂດລາ


ຜູ້ຊາຍຄົນນຶ່ງ ພວມຟັງການຖະແຫຼງຂ່າວ ທາງໂທລະພາບ ຂອງທ່ານ Herman Van Rompuy ປະທານຂອງສະຫະພາບຢູໂຣບ ທີ່ນະຄອນ Brussels ປະເທດແບລຢ້ຽມ (8 ກຸມພາ 2013)
ພວກຜູ້ນຳຂອງສະຫະພາບຢູໂຣບ ຫຼືອີຢູ ໄດ້ຕົກລົງກັນກ່ຽວກັບ
ເລື່ອງງົບປະມານໄລຍະຍາວ ທີ່ອາດສະແດງໃຫ້ເຫັນ ເຖິງການ
ຕັດການໃຊ້ຈ່າຍລົງເປັນເທື່ອທຳອິດ ໃນປະຫວັດສາດຂອງສະ ຫະພາບຢູໂຣບ.

ເຈົ້າໜ້າທີ່ສະຫະພາບຢູໂຣບກ່າວໃນມື້ວັນສຸກວານນີ້ວ່າ ຕົນໄດ້
ກຳນົດເພດານງົບປະມານໄວ້ 1 ພັນ 300 ຕື້ໂດລາສຳລັບໄລຍະ
ການໃຊ້ຈ່າຍ ແຕ່ປີ 2014 ຫາປີ 2020.

ພວກຜູ້ນຳຂອງສະຫະພາບຢູໂຣບໄດ້ບັນລຸການຕົກລົງຫຼັງຈາກ
ກອງປະຊຸມສຸດຍອດເປັນເວລາ 2 ມື້ທີ່ນະຄອນ Brussels. ໃນ
ຂໍ້ຄວາມທີ່ນຳອອກເຜີຍໂດຍທາງ Twitter ໃນມື້ວານນີ້ປະທານ
ຂອງສະຫະພາບຢູໂຣບທ່ານ Herman Van Rompuy ເວົ້າວ່າ
ມີການຕົກລົງກັນໄດ້ແລ້ວ ຊຶ່ງທ່ານກ່າວຕື່ມວ່າ ຂໍ້ຕົກລົງດັ່ງກ່າວແມ່ນມີຄ່າສົມກັບທີ່ໄດ້ລໍຖ້າ.

ຂໍ້ຕົກລົງສະບັບນີ້ ໄດ້ສະທ້ອນໃຫ້ເຫັນເຖິງສະພາບເສດຖະກິດທີ່ຝືດເຄືອງຢູ່ໃນຢູໂຣບ ຊຶ່ງ
ໄດ້ຮຽກຮ້ອງໃຫ້ຕັດການໃຊ້ຈ່າຍລົງ ໃນຂົງເຂດວຽກງານຕ່າງໆ ຮວມທັງໂຄງລ່າງພື້ນຖານ ແລະການຄົ້ນຄວ້າດ້ານວິທະຍາສາດ.

ບັດນີ້ແຜນການໃຊ້ຈ່າຍດັ່ງກ່າວຈະຕ້ອງໄດ້ຮັບການອະນຸມັດຈາກລັດຖະສະພາຂອງຢູໂຣບ.

ກ່ຽວຂ້ອງກັນ

XS
SM
MD
LG