ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜຸ້ນຳຂອງ ອີຢູແລະອັງກິດ ຍອມຮັບວ່າ ມີຊ່ອງຫວ່າງ ຍັງຄ້າງຄາ ໃນການເຈລະຈາ ຫຼັງການຖອນໂຕຈາກອີຢູ


ຜູ້ປະທ້ວງຕໍ່ຕ້ານ Brexit ຖືທຸງຂອງສະຫະພາບຢູໂຣບ ຫຼື EU ຢູ່ໃນຈັດຕຸລັດ ຂອງສະພາ (Parliament Square), ໃນນະຄອນຫຼວງລອນດອນ ຂອງອັງກິດ, ວັນທີ 16 ທັນວາ 2020.
ຜູ້ປະທ້ວງຕໍ່ຕ້ານ Brexit ຖືທຸງຂອງສະຫະພາບຢູໂຣບ ຫຼື EU ຢູ່ໃນຈັດຕຸລັດ ຂອງສະພາ (Parliament Square), ໃນນະຄອນຫຼວງລອນດອນ ຂອງອັງກິດ, ວັນທີ 16 ທັນວາ 2020.

ອັງກິດແລະສະຫະພາບຢູໂຣບ ໄດ້ສະໜອງລາຍງານຫຼ້າສຸດໃນວັນພະຫັດວານນີ້ ກ່ຽວກັບສະພາບການຂອງການປຶກສາຫາລືທາງດ້ານການຄ້າ ຫຼັງການຖອນໂຕອອກຈາກສະຫະພາບຢູໂຣບ ຫຼື ເບັຣກຊິສ ໂດຍເຫຼືອອີກພຽງສອງອາທິດເທົ່ານັ້ນ ກ່ອນການແຍກໂຕທີ່ອາດເປັນໄປໄດ້ສູງວ່າຈະມີຄວາມສັບສົນວຸ້ນວາຍ ອີງຕາມລາຍງານຂອງອົງການຂ່າວເອເພີ.

ໃນຂະນະດຽວກັນ ທ່ານນາງເອີຊູລາ ວອນ ເດີ ເລເຢນ ປະທານຄະນະກຳມາທິການບໍລະຫານຂອງສະຫະພາບຢູໂຣບ ໄດ້ໃຫ້ຂໍ້ສັງເກດວ່າ “ມີຄວາມຄືບໜ້າຫຼາຍສົມຄວນ ໃນຫຼາຍໆບັນຫາ,” ທ່ານນາງສະແດງຄວາມເປັນຫ່ວງ ກ່ຽວກັບການປຶກສາຫາລືທີ່ໄດ້ມີຂຶ້ນກ່ຽວກັບເລື້ອງສິດທິໃນການປະມົງ. ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຍັງໄດ້ເຕືອນວ່າ ຜົນການບໍ່ມີຂໍ້ຕົກລົງ ປາກົດວ່າ “ມີໂອກາດເປັນໄປໄດ້ສູງ.”

ທັງສອງທ່ານ ໄດ້ໂອ້ລົມກັນກ່ອນໜ້ານີ້ ໃນແລງວັນພະຫັດ ຊຶ່ງການສົນທະນາຂອງພວກເພິ່ນຄັ້ງຫຼ້າສຸດ ໃນຫຼາຍຄັ້ງທີ່ຜ່ານມາ ເມື່ອບໍ່ເທົ່າໃດອາທິດນີ້ ໄດ້ແນເປົ້າໝາຍໃສ່ເພື່ອຜ່ອນຄາຍຂໍ້ຄ້າງຄາໃນການເຈລະຈາຊຶ່ງໄດ້ກ້າວເຂົ້າສູ່ສະພາບທີ່ຊັກຊ້າ ນັບຕັ້ງແຕ່ອັງກິດໄດ້ຖອນໂຕອອກໄປຈາກສະຫະພາບຢູໂຣບ ຫຼື ອີຢູ ໃນວັນທີ 31 ມັງກອນເປັນຕົ້ນມາ.

ອັງກິດຍັງຢູ່ພາຍໃນຕະຫຼາດດຽວ ທີ່ປອດພາສີຂອງອີຢູ ແລະອາກອນຂອງອີຢູ ຈົນກວ່າວັນທີ 31 ທັນວານີ້. ຖ້າຫາກບໍ່ສາມາດບັນລຸຂໍ້ຕົກລົງ ຫລັງການຖອນໂຕ ກໍຈະມີໂອກາດສູງ ນຳໄປສູ່ຄວາມວຸ້ນວາຍສັບສົນຢູ່ເຂດຊາຍແດນທັງຫຼາຍໃນເວລາເລີ້ມຕົ້ນປີ 2021 ໃນຂະນະທີ່ການເກັບພາສີແລະອຸປະສັກອື່ນໆດ້ານການຄ້າ ແມ່ນໄດ້ຖືກບັງຄັບໃຊ້ໂດຍທັງສອງຝ່າຍ. ການເຈລະຈາຫຼາຍຄັ້ງ ໄດ້ຄ້າງຄາກັນຢູ່ໃນ 3 ເລື້ອງທີ່ສຳຄັນ ນັ້ນກໍຄື ການເຂົ້າເຖິງເຂດປະມົງຂອງອັງ ກິດໂດຍອີຢູ ໃຫ້ຮັບປະກັນລະດັບສະໜາມການແຂ່ງຂັນດ້ານການຄ້າແມ່ນຍຸຕິທຳລະຫວ່າງທຸລະກິດທັງຫຼາຍ ແລະການຄຸ້ມຄອງຂໍ້ຕົກລົງໃດໆ.

ພາຍຫຼັງຈາກການສົນທະນາກັນຄັ້ງຫຼ້າສຸດ ທ່ານນາງ ວອນ ເດີ ເລເຢນ ໄດ້ເຕືອນວ່າ ການເຊື່ອມຕໍ່ຄວາມຄິດເຫັນ ທີ່ແຕກຕ່າງກັນຂະໜາດໃຫຍ່ຕ່າງໆ ໂດຍສະເພາະໃນເລື້ອງຂອງການປະມົງນັ້ນ “ຈະມີຄວາມທ້າທ້າຍແທ້ໆເລີຍ.” ທ່ານນາງກ່າວຕື່ມວ່າ ການເຈລະຈາ ຈະສືບຕໍ່ໃນວັນສຸກມື້ນີ້.

ອີງຕາມຖະແຫຼງການສະບັບນຶ່ງຈາກສຳນັກງານຂອງທ່ານບໍຣິສ ຈອນສັນ ແລ້ວ ນາຍົກລັດຖະມົນ ໄດ້ເນັ້ນໜັກວ່າ “ເວລາແມ່ນສັ້ນຫຼາຍ” ແລະວ່າ ຕົນ “ດຽວນີ້ ເຫັນວ່າ ເປັນໄປໄດ້ສູງທີ່ຂໍ້ຕົກລົງ ຈະບໍ່ບັນລຸໄດ້ເວັ້ນເສຍແຕ່ວ່າ ທ່າທີຂອງອີຢູ ໄດ້ປ່ຽນແປງໄປຫຼາຍສົມຄວນ.”

ທ່ານຈອນສັນ ຄືກັນກັບທ່ານນາງ ວອນ ເດີ ເລເຢນ ໄດ້ເພັ່ງເລັງໃສ່ເລື້ອງຂອງການຂາດຄວາມຄືບໜ້າຕໍ່ບັນຫາການປະມົງທັງຫຼາຍ, ຊຶ່ງໄດ້ພິສູດໃຫ້ເຫັນແລ້ວວ່າ ເປັນບັນຫາທີ່ໃຫຍ່ຫຼວງ ບໍ່ສາມາດແກ້ໄຂໄດ້ງ່າຍ ໃນການເຈລະຈາມາແລ້ວຫຼາຍຄັ້ງ ເຖິງແມ່ນວ່າມັນເປັນພຽງຜົນຜະລິດດ້ານເສດຖະກິດຈຳນວນເລັກນ້ອຍ ຂອງປະເທດເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG