ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຢູໂຣບ ແລະອາຟຣິກາ ເຂົ້າຮ່ວມ ກອງປະຊຸມ ການຮ່ວມມື ເສດຖະກິດ ແລະຄວາມໝັ້ນຄົງ


ປະທານສະຫະພາບອາຟຣິກາ ທ່ານໂມຮາເມັດ ອູລດ໌ ອາບແດລ ອາຊິສ, ກາງ, ປະທານສະພາຢູໂຣບ ທ່ານເຮີເມັນ ແວນ ຣອມພຸ້ຍ (ຂວາ) ແລະ ປະທານຄະນະ ກຳມາທິການ ສະຫະພາບອາຟຣິກາ ທ່ານນາງ ເອັນໂກສະຊານາ ແຄລລິສ ດລາມີນີ ຊູມາ, ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ທີ່ຕອນທ້າຍຂອງກອງປະຊຸມສຸດຍອດ ລະຫວ່າງ ສະຫະພາບ ຢູໂຣບ ແລະອາຟຣິກາ ໃນນະຄອນ ບຣັສເສີລສ໌, ວັນທີ 3 ເມສາ 2014.
ປະທານສະຫະພາບອາຟຣິກາ ທ່ານໂມຮາເມັດ ອູລດ໌ ອາບແດລ ອາຊິສ, ກາງ, ປະທານສະພາຢູໂຣບ ທ່ານເຮີເມັນ ແວນ ຣອມພຸ້ຍ (ຂວາ) ແລະ ປະທານຄະນະ ກຳມາທິການ ສະຫະພາບອາຟຣິກາ ທ່ານນາງ ເອັນໂກສະຊານາ ແຄລລິສ ດລາມີນີ ຊູມາ, ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ທີ່ຕອນທ້າຍຂອງກອງປະຊຸມສຸດຍອດ ລະຫວ່າງ ສະຫະພາບ ຢູໂຣບ ແລະອາຟຣິກາ ໃນນະຄອນ ບຣັສເສີລສ໌, ວັນທີ 3 ເມສາ 2014.

ບັນດາຜູ້ນຳ ຂອງຢູໂຣບ ແລະ ອາຟຣິກາ ກຳລັງເຕົ້າໂຮມກັນ ຢູ່ໃນປະເທດ ກົດດີວົວ
ໃນວັນພຸດມື້ນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ທີ່ເພັ່ງເລັງໃສ່ ບັນຫາຕ່າງໆ ທີ່ມີ
ຜົນກະທົບຕໍ່ທັງສອງທະວີບ ຮວມທັງ ການຮ່ວມມືດ້ານເສດ ຖະກິດ ການສ້າງວຽກເຮັດ
ງານທຳ ການຍົກຍ້າຍຖິ່ນຖານ ແລະ ສັນຕິພາບແລະຄວາມໝັ້ນຄົງ.

ກອງປະຊຸມສຸດຍອດ ລະຫວ່າງ ສະຫະພາບຢູໂຣບ ແລະ ສະຫະພາບອາຟຣິກາ ໄລຍະ
ສອງວັນ ຢູ່ໃນນະຄອນຫຼວງ ອາບິດຈານ ແມ່ນຈະນຳເອົາບັນດາຜູ້ນຳຂອງປະເທດ
ສະມາຊິກ ຈາກສະຫະພາບອາຟຣິກາ ຈຳນວນ 55 ທ່ານ ແລະ 28 ທ່ານ ໃນທະວີບ
ຢູໂຣບ ເຂົ້າຮ່ວມ.

ຮອງປະທານ ຄະນະກຳມາທິການ ສະຫະພາບອາຟຣິກາ ທ່ານ ຄວີຊີ ຄົວທີ ໄດ້ກ່າວ
ຢູ່ທີ່ກອງປະຊຸມລະດັບລັດຖະມົນຕີ ກ່ອນໜ້າກອງປະຊຸມສຸດຍອດ ວ່າ “ພວກເຮົາ
ຈະພະຍາຍາມ ຜັນຂະຫຍາຍທາງດ້ານສັງຄົມ ແລະ ຄວາມມຸ້ງໝັ້ນໃນດ້ານ
ການເມືອງ ຢູ່ໃນທະວີບ ເພື່ອຜົນປະໂຫຍດຂອງພວກຄົນລຸ້ນ ໃນປັດຈຸບັນ ແລະ
ອະນາຄົດ.”

ໃນບໍ່ເທົ່າໃດປີຜ່ານມານີ້ ລັດຖະບານ ຂອງທັງສອງທະວີບ ໄດ້ປະເຊີນກັບຄວາມທ້າ
ທາຍ ຂອງພວກຍົກຍ້າຍຖິ່ນຖານ ທີ່ຫລັ່ງໄຫລຜ່ານອາຟຣິກາເໜືອ ແລະຂ້າມທະເລ
ເມດີເຕີເຣນຽນ ໄປຍັງທະວີບຢູໂຣບ, ກັບການອະພິປາຍກ່ຽວກັບການຕັ້ງຖິ່ນຖານໃໝ່
ແລະ ວິທີປັບປຸງຄວາມປອດໄພ ຢູ່ຕາມເສັ້ນທາງທີ່ໄດ້ເຮັດໃຫ້ຜູ້ຄົນເສຍຊີວິດ ຫຼາຍ
ພັນຄົນ ໃນແຕ່ລະປີ.

ຫົວໜ້ານະໂຍບາຍດ້ານການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ
ເຟເດີຣິກາ ໂມແກ່ຣີນີ ໄດ້ກ່າວໃນວັນອັງຄານວ່ານນີ້ ວ່າ ກອງປະຊຸມສຸດຍອດດັ່ງກ່າວ
ໃນຕົວມັນເອງ ບໍ່ແມ່ນກອງປະຊຸມ ກ່ຽວກັບ ການຍົກຍ້າຍຖິ່ນຖານ ແຕ່ອັນນັ້ນ ແມ່ນ
ບັນຫາທີ່ຈະຕ້ອງໄດ້ຮັບການແກ້ໄຂ.

ທ່ານນາງ ໄດ້ກ່າວວ່າ “ພວກເຮົາບໍ່ສາມາດປິດຕາຂອງພວກເຮົາໄວ້ ຕໍ່ຄວາມຮັບ
ຜິດ ຊອບຮ່ວມກັນ ທີ່ວ່າ ພວກເຮົາຈະຕ້ອງປົກປ້ອງຊີວິດທັງຫຼາຍ ຊ່ອຍເຫຼືອຊີວິດ
ທັງຫຼາຍ ຍັງຕ້ອງໄດ້ເປີດຊ່ອງທາງປົກກະຕິຕ່າງໆ ເພື່ອການຍົກຍ້າຍຖິ່ນຖານ
ແລະ ການເຄື່ອນຍ້າຍໄປມາ, ສະເໜີໃຫ້ທາງເລືອກໃນດ້ານເສດຖະກິດຕ່າງໆ
ແກ່ພວກຄົນໜຸ່ມນ້ອຍ ຂອງພວກເຮົາ ຢູ່ໃນອາຟຣິກາ ແຕ່ກ່ອນອື່ນ ແລະ
ສຳຄັນສຸດ ຈະຕ້ອງທັບມ້າງ ເຄືອຂ່າຍອາຊະຍາກຳ ທີ່ຫາເງິນກັບການບັງຄັບ
ໃຫ້ເປັນຂ້າທາດ ໃນບາງຄັ້ງບາງຄາວ.”

ສະຫະພາບຢູໂຣບ ໄດ້ກ່າວວ່າ ກອງປະຊຸມສຸດຍອດ ຈະແກ້ໄຂເລື່ອງ ຄວາມໝັ້ນໝາຍ
ໃນການຈັດກຽມພວກຊາວໜຸ່ມ ສຳລັບໂອກາດຕ່າງໆ ຂອງວຽກງານດ້ວຍການລົງທຶນ
ໃນດ້ານການສຶກສາ ວິທະຍາສາດ ແລະ ການພັດທະນາໃນດ້ານທັກສະ. ກອງປະຊຸມນີ້
ຍັງຈະເພັ່ງເລັງໃສ່ ການສົ່ງເສີມການຄ້າ ພາຍໃນ ອາຟຣິກາ ພ້ອມກັນນັ້ນ ການສ້າງ
ສັນຕິພາບ ແລະ ປ້ອງກັນການຂັດແຍ້ງ. ທ່ານນາງໂມແກ່ຣີນີ ໄດ້ກ່າວວ່າ “ຂ້າພະເຈົ້າ
ຄິດວ່າ ວັນນີ້ ຄວາມທ້າທາຍຕ່າງໆໃນດ້ານຂອງຄວາມໝັ້ນຄົງ ທີ່ພວກເຮົາປະເຊີນຢູ່
ເລີ່ມຕົ້ນຈາກ ລັດທິການປ່ຽນແນວຄິດ ແລະ ລັດທິກໍ່ການຮ້າຍ ຈົນເຖິງການຄ້າມະນຸດ
ແລະ ອົງການອາຊະຍາກຳຕ່າງໆ ແມ່ນຈະປຸ້ມລຸມພວກເຮົາເຂົ້າກັນ ແລະ ຈະມີພຽງ
ວິທີແກ້ໄຂ ຮ່ວມກັນເທົ່ານັ້ນ ຖ້າຫາກ ທ່ານຢາກຈະມີວິທີແກ້ໄຂ ທີ່ມີປະສິດທິ ພາບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG