ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບ ຢູໂຣບ ໂຈມຕີ ເບລາຣຸສ ກ່ຽວກັບ ການຫັນເຮືອບິນ ກັບໄປປະເທດ ແລະ ຈັບກຸມນັກຂ່າວ


ຕຳຫຼວດ ເບລາຣຸສ ຄວບຄຸມຕົວນັກຂ່າວ ທ່ານ ໂຣມັນ ປຣາຕາເຊວິຈ໌, ກາງ, ນະຄອນຫຼວງ ມິງສ໌. 26 ມີນາ, 2017.
ຕຳຫຼວດ ເບລາຣຸສ ຄວບຄຸມຕົວນັກຂ່າວ ທ່ານ ໂຣມັນ ປຣາຕາເຊວິຈ໌, ກາງ, ນະຄອນຫຼວງ ມິງສ໌. 26 ມີນາ, 2017.

ບັນດາລັດຖະບານໃນ ຢູໂຣບ ໄດ້ກ່າວຫາ ເບລາຣຸສ ກ່ຽວກັບ ການພົວພັນໃນປະຕິບັດການກໍ່ການຮ້າຍໂດຍລັດຖະບານໃນວັນອາທິດວານນີ້ ຫຼັງຈາກເຂົາເຈົ້າໄດ້ບັງຄັບໃຫ້ເຮືອບິນການຄ້າລົງຈອດສຸກເສີນໃນນະຄອນຫຼວງ ມິງສ໌ ຫຼັງຈາກໄດ້ອ້າງວ່າມີການຂົ່ມຂູ່ຈະວາງລະເບີດ ແລ້ວກໍຈັບກຸມນັກຂຽນຂ່າວລົງ ອິນເຕີແນັດ ຫຼືບລອກເກີຝ່າຍຄ້ານທີ່ຕຳໜິວິຈານປະທານາທິບໍດີຜະເດັດການ ທ່ານ ອາເລັກແຊນເດີ ລູຄາເຊັນໂກ.

ທ່ານ ໂຣມັນ ປຣາຕາເຊວິຈ໌, ອະດີດບັນນາທິການຊ່ອງ Nexta ແລະ Nexta Live ຂອງໂທລະ ພາບ Telegram ທີ່ມີອິດທິພົນ, ໄດ້ຖືກຄວບຄຸມຕົວໂດຍຕຳຫຼວດຫຼັງຈາກຖ້ຽວບິນຂອງລາວກັບສາຍການບິນ Ryanair ຈາກປະເທດ ກຣີສ ໄປຫາ ລິທົວເນຍ ໄດ້ຖືກປ່ຽນທາງຢູ່ນ່ານຟ້າຂອງ ເບລາຣຸສ ເວລາທີ່ ລັດຖະບານ ມິງສ໌ ໄດ້ກ່າວວ່າ ທ່ານ ລູຄາເຊັນໂກ ໄດ້ສັ່ງໃຫ້ກອງທັບຂອງ ທ່ານ ສົ່ງເຮືອບິນລົບ MiG-29 ໄປພາເຮືອບິນນັ້ນລົງຈອດ.

ມີລາຍງານວ່າ ທ່ານ ປຣາຕາເຊວິຈ໌ ທີ່ຢ້ານສັ່ນໄດ້ບອກຜູ້ໂດຍສານຮ່ວມກັນກັບລາວກ່ອນທີ່ຕຳ ຫຼວດ ເບລາຣຸສ ໄດ້ນຳພາດຕົວລາວໄປນັ້ນວ່າ “ຂ້ອຍກຳລັງປະເຊີນກັບໂທດປະຫານຊີວິດຢູ່ທີ່ນີ້.”

ລັດຖະບານ ມິງສ໌ ໄດ້ກ່າວຫາທ່ານ ປຣາຕາເຊວິຈ໌ ກ່ຽວກັບ ການກໍ່ການຮ້າຍ ແລະ ຍຸແຍ່ໃຫ້ເກີດການກໍ່ຈະລາຈົນຫຼັງຈາກຊ່ອງ Nexta ໄດ້ກາຍເປັນນຶ່ງໃນຊ່ອງໂທລະພາບທີ່ສຳຄັນທີ່ສາມາດລະ ບາຍອອກໄດ້ ສຳລັບການຈັດການປະທ້ວງຕໍ່ຕ້ານທ່ານ ລູຄາເຊັນໂກ ໃນປີກາຍນີ້ ກ່ຽວກັບ ການສໍ້ໂກງການເລືອກຕັ້ງ.

ທ່ານ ລູຄາເຊັນໂກ ໄດ້ຊະນະສະໄໝທີ 6 ຂອງທ່ານໃນການເລືອກຕັ້ງເມື່ອເດືອນສິງຫາທີ່ຜ່ານມາ ດ້ວຍການອ້າງວ່າໄດ້ຊະນະຄະແນນສຽງ 80 ເປີເຊັນ, ເຖິງແມ່ນວ່າຫຼາຍຄົນໃນປະເທດໄດ້ກ່າວຫາທ່ານ ກ່ຽວກັບ ການສໍ້ລາດບັງຫຼວງຢ່າງກວ້າງຂວາງໃນການເລືອກຕັ້ງກໍຕາມ.

ນາຍົກລັດຖະມົນຕີ ໂປແລນ ທ່ານ ມາເຕອຸສ ໂມຣາວຽກກີ ໄດ້ກ່າວວ່າ ເຮືອບິນຜູ້ໂດຍສາຍຂອງ ໄອຣແລນ ນັ້ນໄດ້ຖືກຈີ້ ແລະ ໄດ້ກ່າວຫາທ່ານ ລູຄາເຊັນໂກ ກ່ຽວກັບ “ການປະຕິບັດການກໍ່ການຮ້າຍທີ່ຊົ່ວຊ້າ.” ທ່ານ ໂມຣາວຽກກີ ໄດ້ກ່າວວ່າທ່ານຈະຮຽກຮ້ອງມາດຕະການລົງໂທດໃໝ່ຕໍ່ ເບລາຣຸສ ຢູ່ກອງປະຊຸມສະພາ ຢູໂຣບ ໃນວັນຈັນມື້ນີ້.

ລັດຖະມົນຕີການຕ່າງປະເທດຂອງ ອັງກິດ ທ່ານ ໂດມີນິກ ຣາບ ໄດ້ກ່າວວ່າ “ພວກເຮົາກຳລັງປະ ສານງານກັບບັນດາພັນທະມິດຂອງພວກເຮົາ. ການກະທຳທີ່ຜິດປົກກະຕິນີ້ໂດຍທ່ານ ລູຄາເຊັນໂກ ຈະມີຜົນກະທົບທີ່ຮ້າຍແຮງ.”

ປະທານາທິບໍດີ ລິທົວເນຍ ທ່ານ ກີຕານາສ ນາວເຊດາ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ເປັນເຫດ ການທີ່ບໍ່ເຄີຍມີມາກ່ອນ.” ລະບອບການປົກຄອງ ດັ່ງກ່າວແມ່ນຜູ້ຢູ່ເບື້ອງຫຼັງການກະທຳທີ່ໜ້າລັງ ກຽດນັ້ນ. ຂ້າພະເຈົ້າຮຽກຮ້ອງໃຫ້ປ່ອຍຕົວທ່ານ ໂຣມັນ ປຣາຕາເຊວິຈ໌ ຢ່າງຮີບດ່ວນ.”

ທ່ານ ປຣາຕາເຊວິຈ໌ ໄດ້ເດີນທາງຈາກນະຄອນ ເອເທັນສ໌ ຂອງ ກຣີສ ໄປນະ ຄອນຫຼອງ ວິລນຽສ ຂອງ ລິທົວເນຍ, ເວລາທີ່ເຮືອບິນລຳດັ່ງກ່າວໄດ້ຖືກຫັນກັບໄປນະຄອນຫຼວງ ມິງສ໌.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG