ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

EU ຈັດ​ສັນ​ ງົບປະມານ​ 75 ລ້ານ​ດອນລາ ສຳ​ຫລັບ ຊ່ວຍ​ເຫຼືອ​ ໂຄງການ​ພັດທະນາ​ຂອງ​​ລາວ


ພິທີລົງນາມໃຫ້ການຊ່ວຍເຫຼືອ ໃນໂຄງການພັດທະນາຕ່າງໆ ຂອງ​ລັດຖະບານ​ລາວ ​ໃນ​ຕະຫລອດ​ລະຍະ ​ແຜນການ​ປະຈຳ​ສົກ​ປີ 2014-2015 ມູນຄ່າ 75 ລ້ານດອນລາ ຈາກສະພາບຢູໂຣບ.
ພິທີລົງນາມໃຫ້ການຊ່ວຍເຫຼືອ ໃນໂຄງການພັດທະນາຕ່າງໆ ຂອງ​ລັດຖະບານ​ລາວ ​ໃນ​ຕະຫລອດ​ລະຍະ ​ແຜນການ​ປະຈຳ​ສົກ​ປີ 2014-2015 ມູນຄ່າ 75 ລ້ານດອນລາ ຈາກສະພາບຢູໂຣບ.

ສະຫະພາບ​ຢູ​ໂຣບ ​ໄດ້​ຈັດ​ສັນ ​ງົບປະມານ​ເຖິງ 60 ລ້ານ​ຢູ​ໂຣ ຫຼື 75 ລ້ານ​ດອນ​ລາ ສຳ​ຫລັບ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ໂຄງການ​ພັດທະນາ​ຕ່າງໆ ຂອງ​ລັດຖະບານ​ລາວ ​ໃນ​ລະຍະ​ແຜນການ​ປະຈຳ​ສົກ​ປີ 2014-2015 ນີ້.


ທ່ານ Michel Goffin ຜູ້​ຕ່າງ​ໜ້າ​ຂອງ​ສະຫະພາບ​ຢູ​ໂຣບປະຈຳ ສປປ ລາວ ​ຖະ​ແຫລ​ງ
ຢືນຢັນ​ວ່າ ສະຫະພາບ​ຢູ​ໂຣບ​ໄດ້​ຈັດ​ສັນ​ງົບປະມານ​ ໃນ​ມູນ​ຄ່າ​ລວມ​ເຖິງ 60 ລ້ານ​ຢູ​ໂຣ
ຫຼື 75 ລ້ານ​ດອນ​ລາ ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ໂຄງການ​ພັດທະນາ​ຕ່າງໆ ຂອງ​ລັດຖະ
ບານ​ລາວ ​ໃນ​ຕະຫລອດ​ລະຍະ​ແຜນການ​ປະຈຳ​ສົກ​ປີ 2014-2015 ດ້ວຍ​ເປົ້າໝາຍ​
ທີ່​ຈະ​ຊ່ວຍລຸດຜ່ອນ​ບັນຫາ​ຄວາມຍາກ​ຈົນຂອງ​ປະຊາຊົນລາວ​ໃຫ້​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

​ໂດຍ​ສຳ​ຫລັບ​ໂຄງການ​ພັດທະນາ​ ທີ່​ສະຫະພາບ​ຢູ​ໂຣບ ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​
ໃນ​ການ​ໃຫ້ການ​ຊ່ວຍ​ເຫຼືອ​ ແກ່​ລັດຖະບານ​ລາວ ​ໃນ​ລະຍະ​ດັ່ງກ່າວ​ນີ້ ກໍ​ຄື​ການ​ພັດທະນາ​
ການ​ຜະລິດ ​ດ້ານ​ການ​ກະ​ເສດ​ຢ່າງ​ຍືນ​ຍົງ​ ເພື່ອ​ຮັບປະກັນ ​ໃຫ້​ແກ່​ຄວາມ​ໝັ້ນຄົງ​ ດ້ານສະບຽງ​
ອາຫານ​ສຳ​ຫລັບ ປະຊາຊົນ​ລາວ​ທີ່​ທຸກ​ຍາກ ​ໃນ​ເຂດຊົນນະບົດ ຊຶ່ງ​ຈະ​ນຳ​ໃຊ້​ງົບປະມານ​
ເພື່ອ​ດຳ​ເນີນ​ໂຄງການ​ພັດທະນາ​ ໃນ​ດ້ານ​ດັ່ງກ່າວ​ນີ້​ ເຖິງ 27 ລ້ານ​ຢູ​ໂຣບ.

ສ່ວນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO) ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ ​ແລະ​ການ​ພັດທະນາ​ ໃນ​
ດ້ານ​ການ​ສຶກສາ ສຳ​ຫລັບເດັກນ້ອຍ​ທຸກ​ຄົນ ​ໃນ​ເຂ​ດຊົນນະບົດ​ນັ້ນ ກໍ​ຈະ​ໄດ້​ຮັບ​ການຈັດ​ສັນ​
ງົບປະມານ​ໃນ​ມູນ​ຄ່າ​ເຖິງ 27 ລ້ານ​ຢູ​ໂຣ ​ເຊັ່ນ​ດຽວ​ກັນ ​ແລະ​ງົບປະມານ​ທີ່​ເຫຼືອອີກ 6 ລ້ານ
​ຢູ​ໂຣນັ້ນ ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ ​ປັບປຸງ​ການ​ບໍລິຫານ​ງານ​ ຂອງ​ລັດຖະບານລາວ
​ແລະ​ການ​ບັງຄັບ​ໃຊ້​ກົດໝາຍ ທີ່​ມີ​ປະສິດທິພາບ ​ໂດຍ​ມີ​ເປົ້າໝາຍ​ ຈະ​ພັດທະນາ​ໃຫ້​ລາວ​
ເປັນ​ລັດ​ແຫ່ງ​ກົດໝາຍ ​ແລະ​ເຄົາລົບ​ຕໍ່ຫຼັກສິດທິ​ມະນຸດ​ຢ່າງ​ແທ້​ຈິງ​.

ອົງການສາກົນ ແລະ ບັນດາ​ອົງການ​ສິດທິ​ມະນຸດ​ຊົນ​ໃນອ​າຊ່ຽນ​ ຍັງ​ຄົງ​ຮ່ວມ​ກັນ​ລົນ​ນະ​ລົງ​ ເພື່ອ​ຮຽກຮ້ອງ​ໃຫ້​ລັດຖະບານ​ຂອງ​ທຸກ​ປະ​ເທດ​ໃນ​ອາ​ຊ່ຽນ ​ໄດ້​ໃຫ້​ຄວາມ​ສຳຄັນ ​ໃນ​ການ​ຕາມ​ຫາ ທ່ານ​ສົມບັດ ຢ່າງ​ຈິງ​ຈັງ.
ອົງການສາກົນ ແລະ ບັນດາ​ອົງການ​ສິດທິ​ມະນຸດ​ຊົນ​ໃນອ​າຊ່ຽນ​ ຍັງ​ຄົງ​ຮ່ວມ​ກັນ​ລົນ​ນະ​ລົງ​ ເພື່ອ​ຮຽກຮ້ອງ​ໃຫ້​ລັດຖະບານ​ຂອງ​ທຸກ​ປະ​ເທດ​ໃນ​ອາ​ຊ່ຽນ ​ໄດ້​ໃຫ້​ຄວາມ​ສຳຄັນ ​ໃນ​ການ​ຕາມ​ຫາ ທ່ານ​ສົມບັດ ຢ່າງ​ຈິງ​ຈັງ.

​ກ່ອນ​ໜ້າ​ນີ້ ສະຫະພາບ​ຢູ​ໂຣບ ​ໃນ​ຖານະ​ທີ່​ເປັນ​ຫຸ້ນ​ສ່ວນ​ດ້ານ
​ການ​ພັດທະນາ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໂຕະມົນ​ປະຈຳ​ປີ 2014
ທີ່​ໄດ້​ຈັດ​ຂຶ້ນທີ່​ນະຄອນຫລວງ​ວຽງ​ຈັນ ​ເມື່ອ​ກາງ​ເດືອນ​ພະຈິກ​
ທີ່​ຜ່ານ​ມາ ​ໄດ້​ຖະ​ແຫລ​ງການ​ຮຽກຮ້ອງ ​ໃຫ້​ລັດຖະບານ​ລາວດຳ
​ເນີນ​ການ​ພັດທະນາ​ປັບປຸງ​ ​ເພື່ອ​ຍົກ​ລະດັບ​ປະສິດທິພາບ​ ການ
ຈັດຕັ້ງປະຕິບັດ​ວຽກ​ງານ​ປະ​ຈຳ​ສົກ​ປີ 2014-2015 ​ໃນ 6 ດ້ານ
​ຈາກ​ທັງ​ໝົດ 9 ດ້ານ​ ທີ່​ເປັນ​ເປົ້າໝາຍ​ສະຫັດ​ສະຫວັດ​ການ​ພັດ
ທະນາ ທີ່​ລັດຖະບານ​ລາວ ​ໄດ້​ຕົກລົງຮ່ວມກັບ​ ອົງການ​ສະຫະ
​ປະຊາ​ຊາດ​ໄວ້​ແລ້ວນັ້ນ.

ໂດຍ​ໃນ​ນີ້​ມີ​ຢູ່ 4 ດ້ານ​ທີ່​ກ່ຽວ​ກັບ​ການ​ພັດທະນາ ​ເພື່ອ​ຍົກ​ລະດັບ
​ຄຸ​ນນະພາ​ບ ຊີວິດ​ຄວາມ​ເປັນ​ຢູ່​ທີ່​ດີ​ຂຶ້ນຂອງ​ແມ່ຍິງ ​ແລະ​ເດັກ
ນ້ອຍ​ລາວ ກໍ​ຄື​ການ​ລົບ​ລ້າງ​ບັນຫາ​ຂາດ​ສານ​ອາຫານ​ຂອງເດັກ
ນ້ອຍ ການ​ລົດ​ອັດຕາ​ການ​ເສຍ​ຊີວິດ ຂອງເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ ກາ​ນລົດ​ອັດຕາ​
ການ​ເສຍ​ຊີວິດ​ຂອງ​ແມ່ຍິງໃນຂະນະຖືພາ ຫຼືຄອດ​ລູກ ​ແລະ​ການ​ລົດ​ອັດຕາ​ການ​ປະລະ​
ການ​ຮຽນ​ຂອງເດັກນ້ອຍ ​ເນື່ອງ​ຈາກ​ວ່າການ​ຈັດຕັ້ງປະຕິບັດ ​ໃນ​ລະຍະ​ທີ່​ຜ່ານ​ມາ ຍັງ​ບໍ່​
ເປັນ​ໄປ​ຕາມເປົ້າໝາຍ ​ແຜນການ​ທີ່​ວາງ​ໄວ້.

ສ່ວນ​ອີກ 2 ດ້ານ​ທີ່​ເຫຼືອກໍ​ແມ່ນ​ການ​ນຳ​ໃຊ້​ປະ​ໂຫຍ​ດຈາກ​ຊັບພະຍາກອນ​ທຳ​ມະ​ຊາດ ຢ່າງ
ຍືນ​ຍົງ ​ເພາະ​ສະຫະພາບ​ຢູ​ໂຣບ​ເຫັນ​ວ່າ ການນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງລາວ ​ໃນ​ລະຍະ​ທີ່​ຜ່ານ​ມານັ້ນ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ໃຫ້​ຂະຫຍາຍ ຕົວເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ​ກໍ​ຕາມ ຫາກ​ແຕ່​ວ່າ ກໍ​ໄດ້​ມີ​ການ​ທຳລາຍ ຊັບພະຍາກອນ ​ທຳ​ມະ​ຊາດ ​ໄປ​ຢ່າງ​ຫລວງຫຼາຍ ​ໃນ​ຂະນະ​ທີ່​ປະຊາຊົນ​ລາວຫຼາຍກວ່າ 1 ລ້ານ 5 ​ແສນ​ຄົນ​ຍັງ​ຢູ່​ພາຍ​ໃຕ້​ສະພາບ​ການ​ທີ່​ຍາກຈົນ​ຢ່າງ​ຍິ່ງ​ຢູ່​ເລື້ອຍ​ມາ.

ສຳ​ຫລັບ​ດ້ານ​ສຸ​ດທ້າຍ​ທີ່​ສະຫະພາບ​ຢູ​ໂຣບ ​ໄດ້​ຖະ​ແຫລ​ງການ​ຮຽກຮ້ອງ​ນັ້ນ ກໍ​ຄື​ການ​ປັບ​ປຸງ​ການຈັດຕັ້ງ ປະຕິບັດ​ຂອງ​ທາງ​ການ​ລາວ ຕໍ່​ຫລັກ​ສິດທິ​ມະນຸດ​ຊົນ ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ​ ແລະ​ໄດ້​ມາດຕະຖານ​ສາກົນ​ຢ່າງ​ແທ້​ຈິງ ​ເນື່ອງ​ຈາກ​ຍັງ​ປາກົດ​ມີ​ການລະ​ເມີດ​ສິດທິ​ຂັ້ນພື້ນຖານ ຂອງ​ພົນລະ​ເມືອງ​ລາວ​ເກີດ​ຂຶ້ນຢູ່​ເລື້ອຍ​ມາ ຊຶ່ງ​ລວມ​ເຖິງ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ ທ່ານ​ສົມບັດ ສົມ​ພອນ ​ດ້ວຍ.

ໂດຍ​ໃນ​ປັດຈຸບັນ​ ບັນດາ​ອົງການ​ສິດທິ​ມະນຸດ​ຊົນ​ໃນອ​າຊ່ຽນ​ຍັງ​ຄົງ​ຮ່ວມ​ກັນ​ລົນ​ນະ​ລົງ​ເພື່ອ​ຮຽກຮ້ອງ​ໃຫ້​ລັດຖະບານ​ຂອງ​ທຸກ​ປະ​ເທດ​ໃນ​ອາ​ຊ່ຽນ ​ໄດ້​ໃຫ້​ຄວາມ​ສຳຄັນ​ໃນ​ການ​ຕາມ​ຫາ ທ່ານ​ສົມບັດ ຢ່າງ​ຈິງ​ຈັງ ​ເນື່ອງ​ຈາກ​ຖື​ເປັນ​ບັນຫາ​ຂອງ​ອາ​ຊ່ຽນ​ທັງ​ກຸ່ມ ດັ່ງ​ທີ່​ຜູ້​ປະສານ​ງານ​ອົງການ​ພາກ​ປະຊາ​ສັງຄົມໃນ​ໄທ ​ໄດ້​ຢືນຢັນ​ວ່າ:

“​ເລື້ອງນີ້​ບໍ່​ແມ່ນ​ເລື້ອງ​ຂອງ​ປະ​ເທດ​ລາວ​ປະ​ເທດ​ດຽວ ​ເພາະສະນັ້ນ ຄວາມ​ຮັບຜິດ
ຊອບ​ຮ່ວມ​ກັນ ຈຳ​ເປັນ​ທີ່​ຈະ​ຕ້ອງ​ເກີດ​ຂຶ້ນ ລັດຖະບານ​ໄທ ​ແລະ​ລັດຖະບານ​ປະຊາ​
ຄົມ​ອາ​ຊ່ຽນ​ໜ້າ​ຈະ​ສະ​ແດງ​ອອກ​ຈຸດ​ຢືນ​ເຫຼົ່ານີ້​ຮ່ວມ​ກັນ.”

ທາງ​ດ້ານ​ທ່ານ​ນາງ Ng Shui Meng ພັນລະ​ຍາ​ຂອງ ທ່ານ​ສົມບັດ ສົມ​ພອນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ທ່ານນາງ​ຍັງ​ບໍ່​ໄດ້​ຮັບ​ຂ່າວ​ຄາວ​ໃດ​ເລີຍ​ຈາກ​ຜູ້​ເປັນ​ສາມີ​ຂອງທ່ານ​ນາງ ທັງ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ຈາກ​ການ​ສືບສວນ​ຂອງ​ທາງ​ການ​ຕຳຫລວດ​ລາວ​ອີກດ້ວຍ.

XS
SM
MD
LG