ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງນ້ອຍ 22 ຄົນຕາຍ ໃນການປະທະກັນ ລະຫວ່າງຊົນເຜົ່າ ທີ່ອິນເດຍ (ສະໄລດ໌)


ເຜົ່າ Bodo ແລະຊາວມຸສລິມ ປະທະກັນຢ່າງຮູ່ນແຮງທີ່ ແຂວງອາສໍາ
ເຮັດໃຫ້ 40.000 ຄົນຕ້ອງໄດ້ພາກັບຫລົບໜີ.
ເຜົ່າ Bodo ແລະຊາວມຸສລິມ ປະທະກັນຢ່າງຮູ່ນແຮງທີ່ ແຂວງອາສໍາ ເຮັດໃຫ້ 40.000 ຄົນຕ້ອງໄດ້ພາກັບຫລົບໜີ.

ກອງ​ທະຫານອິນ​ເດຍ ທີ່​ຖືກສົ່ງໄປ​ປາບ​ປາມ​ຄວາມ​ຮຸນ​ແຮງ​ລະຫວ່າງ​ຊາວເຜົ່າ ທີ່​ແຂວງ ​ອັສ​ສໍາ ​ໄດ້ຮັບ​ຄໍາ​ສັ່ງ​ໃຫ້​ຍິງ​ຜູ້​ຕ້ອງ​ສົງໄສ​ກໍ່​ຄວາມ​ວຸ້ນວາຍຄາ​ທີ່ ​ໃນທ່າມກາງການປະ​ທະ​ກັນ ທີ່​ເຮັດ​ໃຫ້​ມີ​ຄົນ​ຕາຍ​ຢ່າງໜ້ອຍ 22 ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ທ້ອງຖິ່ນ ​ໄດ້ຮ້ອງຂໍ​ກໍາລັງ​ໜຸນ​ຫລັງ​ຕື່ມ​ອີກ ​ໃນ​ວັນ​ອັງຄານມື້​ນີ້ ຫລັງ​ຈາກ​ເກີດການຕໍ່ສູ້ກັນ​ໃໝ່ອີກ​ໃນ​ຕອນ​ກາງຄືນ. ​ເຮືອນ​ຫລາຍ​ຫລັງຕື່ມໄດ້​ຖືກ​ຈູດເຜົາ​ ​ໂດຍ​ກຸ່ມ​ທີ່ຕໍ່ຕ້ານກັນ. ໃນເຫດ​ຮຸນ​ແຮງ​ຫ​ລ້າ​ສຸດ​ນັ້ນ ຝຸງ​ຊົນກຸ່​ມນຶ່ງ ທີ່​ມີ​ຈໍານວນ​ຫລາຍ​ຮ້ອຍ​ຄົນ ​ໄດ້ພາກັນ​ໂຈມ​ຕີ​ລົດ​ດ່ວນ​ຂະ​ບວນນຶ່ງ ທີ່​ແລ່ນ​ຜ່ານ​ຂົງ​ເຂດ ​ໃນ​ເຊົ້າ​ມື້​ນີ້.​

ຫລາຍ​ກວ່າ 40.000 ຄົນ​ໄດ້​ພາກັນ​ຫລົບໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່​ເກີດ​ການ​ປະ​ທະ​ກັນ ໃນ​ວັນ​ສຸກຜ່ານ​ມາ ​ລະຫວ່າງ ຊາວ​ເຜົ່າພື້ນ​ເມືອງ Kodo ​ແລະ​ຊາວ​ມຸສລິ​ມ ທີ່​ເຂົ້າໄປ​ຕັ້ງ​ຖິ່ນ​ຖານຢູ່​ໃນ​ເຂດ​ນັ້ນ.​ ລັດຖະບານ New Delhi ​ໄດ້​ເປີດ​ທີ່ພັກ​ພາ​ອາ​ໄສ​ ໃຫ້​ແກ່​ບັນດາ​ຜູ້​ທີ່ບໍ່​ມີ​ບ່ອນຢູ່.

ຄວາມ​ຄຽດ​ແຄ້ນ ​ແລະ​ການ​ກ່າວ​ຫາ​ຕ່າງໆນາໆ​ ກ່ຽວ​ກັບ​ການ​ລັກ​ຍາດ​ເອົາດີິນ ໄດ້ເປັນບັນຫາທີ່​ລໍຖ້າ​ຈຸດ​ລະ​ເບີດມາເປັນ​ເວລາດົນ​ນານ​ ລະຫວ່າງປະຊາ​ຄົມ ຊາວ​ເຜົ່າ Bodo ​ແລະຊາວມຸສລິ​ມ​ຫລາຍ​ພັນ​ຄົນ ​ເຜົ່າ Bengal ​ເປັນສ່ວນ​ໃຫຍ່ ທີ່​ເຂົ້າໄປ​ຕັ້ງ​ຖິ່ນ​ຖານ​ໃນ​ແຂວງ​ອັສສໍາ ຊຶ່ງ​ຈໍາ​ນວນ​ຫລາຍ​ເປັນ​ຜູ້​ທີ່​ໜີມາ​ຈາກ​ເຂດ​ທີ່​ເຄີຍ​ເປັນ​ປາ​ກິ​ສຖານຕາ​ເວັນອອກ ​ໃນ​ສະ​ໄໝ​ກ່ອນ ກ່ອນຈະ​ກາຍ​ມາ​ເປັນປະ​ເທດ Bangladesh ​ໃນ​ປີ 1971.

XS
SM
MD
LG