ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກມືປືນ ສັງຫານ ຢ່າງໝ້ອຍ 11 ຄົນ ທີ່ເຄັນຢາ


ພວກ​ມື​ປືນຈຸ​ນຶ່ງໃນ​ພາກ​​ຕາ​ເວັນ​ອອກສຽງໃຕ້ຂອງ​ເຄັນ​ຢາ ​ໄດ້​ສັງ ຫານຢ່າງ​ໜ້ອຍ 11 ຄົນ​ ​ການ​ໂຈມ​ຕີ​ລ້າງ​ແຄ້ນ ຊຶ່ງ​ເປັນ​ພາກ​ສ່ວນ​ນຶ່ງ​ໃນ ການ​ຂັດ​ແຍ້​ງລະຫວ່າງ​ຊົນ​ເຜົ່າ​​
ພວກ​ມື​ປືນຈຸ​ນຶ່ງໃນ​ພາກ​​ຕາ​ເວັນ​ອອກສຽງໃຕ້ຂອງ​ເຄັນ​ຢາ ​ໄດ້​ສັງ ຫານຢ່າງ​ໜ້ອຍ 11 ຄົນ​ ​ການ​ໂຈມ​ຕີ​ລ້າງ​ແຄ້ນ ຊຶ່ງ​ເປັນ​ພາກ​ສ່ວນ​ນຶ່ງ​ໃນ ການ​ຂັດ​ແຍ້​ງລະຫວ່າງ​ຊົນ​ເຜົ່າ​​
ພວກ​ມື​ປືນຈຸ​ນຶ່ງໃນ​ພາກຕາ​ເວັນ​ອອກສຽງໃຕ້ຂອງ​
ເຄັນ​ຢາ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 11 ຄົນ​ ໃນອັນ​ທີ່​
ປະກົດ​ວ່າ​ເປັນ​ການ​ໂຈມ​ຕີ​ລ້າງ​ແຄ້ນ ຊຶ່ງ​ເປັນ​ພາກ​
ສ່ວນ​ນຶ່ງ​ໃນ ການ​ຂັດ​ແຍ້​ງລະຫວ່າງ​ຊົນ​ເຜົ່າທີ່​ມີ​
ມາດົນນ​ານ ກ່ຽວ​ກັບບ່ອນ​ລ້ຽງສັດ ແລະແຫຼ່ງ ນໍ້າ. ​

ພວກເຈົ້າໜ້າ​ທີ່ຂອງສະພາກາ​ແດງແລະ​ລັດຖະບານ​ເຄັນ​ຢາ ກ່າວ​ວ່າ ພວກ​ນັກ​ລົບ​ຈາກປະຊາ​ຄົມ Omar ​ໄດ້​ທຳການ​ໂຈມ​ຕີ​ໃນ​ວັນ​ສຸກມື້ນີ້ ​ຕໍ່​ຊົນ​ເຜົ່າ Poko-mo ທີ່​ເປັນ​ຄູ່​ປໍ​ລະ​ປັກ ​ຢູ່ໃນ​ເຂດສາມຫຼ່ຽມປາກ​ແມ່​ນໍ້າ​ Tana ທີ່​ສອກຫຼີກຫ່າງ​ໄກ​ຂອງ​ແຂວງ Coast.
​ເປັນ​ທີ່ປະ​ກົດ​ວ່າ ເປັນ​ການ​ໂຈມ​ຕີ​ຕ​ອບ​ໂຕ້ຕໍ່ການ​ບຸກລຸກ​ຂອງ​ພວກ​ນັກ​ລົບ​ເຜົ່າ Pokomo ​ໃນ​ເດືອນແລ້ວນີ້ ຕໍ່​ບ່ອນ​ຕັ້ງ​ຖິ່ນ​ຖານ​ຂອງ​ເຜົ່າ Orma ທີ່ຢູ່​ໃນ​ຂົງ​ເຂດ​ດຽວ​ກັນ​ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປກວ່າ 50 ຄົນ. ສະພາບ​ຄວາມເຄັ່ງ​ຕຶງ ຍັງມີ​ຢູ່ສູງ ລະຫວ່າງ​ສອງ​ປະຊາ​ຄົມ ​ເຖິງ​ແມ່ນ​ວ່າ ລັດຖະບານໄດ້ພະຍາຍາມ​ເຂົ້າໄກ​ເກ່ຍໃຫ້​ມີຄວາມ​ສະ​ງົບ.
ທັງ​ສອງ​ປະຊາ​ຄົມ​ ໄດ້​ພາກັນ​ລົບ​ເລວ​ກັນ​ ​ເພື່ອຍາດ​ແຍ່ງ​ຊັບພະ​ຍາກ​ອນມາ​ເປັນ​ເວລາ​ຫລາຍໆ​ປີ ​ແຕ່​ພວກເຈົ້າ​ໜ້າ​ທີ່ກໍ​ເຊື່ອ​ວ່າ​ ມີ​ເລື່ອງ​ການ​ເມືອງເຂົ້າ​ມາພົວພັນ ນໍາ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເຄັນຢາ ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ທໍາ​ການ​ສືບສວນ ລັດຖະມົນຕີຊ່ວຍ​ວ່າການ​ທ່ານ​ນຶ່ງ ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ຍຸ​ແຍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ຂົງ​ເຂດ.

ການ​ປະ​ທະ​ກັນ​ລະຫວ່າງບັນດາກຸ່ມລ້ຽງສັດດັ່ງກ່າວ ​ກໍໄດ້​ມີ​ການຖິ້ມ​ໂທດ​ໃສ່​ເຊັ່ນກັນ​ວ່າ ມີ​ສາ​ເຫດ​ມາ​ຈາກ​ການ​ຂັດ​ແຍ້​ງກ່ຽວ​ກັບ​ເລື່ອງ​ດິນ ບ່ອນ​ລ້ຽງ​ສັດ ຫລືແຫຼ່ງ​ນໍ້າ

ກ່ຽວຂ້ອງກັນ

XS
SM
MD
LG