ບັນດາຊາວບ້ານທັງຫຼາຍໄດ້ລຸມຕີກັນ ໃນການປະທະກັນຂອງຊົນເຜົ່າໃນເມືອງທີ່ຕັ້ງຢູ່ພາກໃຕ້ຂອງປະເທດ ກາຊັກສຖານ, ດ້ວຍຜູ້ຊາຍຫຼາຍກຸ່ມໄດ້ຈູດເຮືອນຫຼາຍຫຼັງ, ປີ້ນລົດ ແລະ ເຮັດໃຫ້ປະຊາຊົນຫຼາຍຮ້ອຍຄົນຕ້ອງຫຼົບໜີເຂົ້າໃນປະເທດ ກຽກກິສຖານ ທີ່ຢູ່ໃກ້ຄັ້ງ. ຢ່າງໜ້ອຍ 8 ຄົນໄດ້ເສຍຊີວິດ.
ການປະທະກັນດັ່ງກ່າວ, ເຊິ່ງໄດ້ເກີດຂຶ້ນໃນຂ້າມຄືນວັນເສົາວານນີ້, ແມ່ນຄວາມຮຸນແຮງຂອງຊົນເຜົ່າທີ່ຮ້າຍແຮງທີ່ສຸດ ໃນຮອບຫຼາຍປີໃນພາກພື້ນ ຊາມບິລ, ທີ່ຕັ້ງຢູ່ປະມານ 130 ກິໂລແມັດທາງພາກຕາເວັນຕົກຂອງເມືອງ ອາລມາຕີ ທີ່ເປັນເມືອງຫຼວງດ້ານການຄ້າຂອງປະເທດ ກາຊັກສຖານ.
ຜູ້ປົກຄອງພາກພື້ນນັ້ນໄດ້ປະກາດພາວະສຸກເສີນ ໃນຕອນເດິກຂອງວັນເສົາວານນີ້, ທ່າມກາງຄວາມເປັນຫ່ວງວ່າຄວາມຮຸນແຮງເພີ່ມເຕີມອາກາດເກີດຂຶ້ນອີກ.
ມັນຍັງບໍ່ມີຄວາມແນ່ນອນວ່າ ແມ່ນຫຍັງທີ່ເຮັດໃຫ້ເກີດຄວາມຮຸນແຮງ, ເຊິ່ງແມ່ນການຕໍ່ສູ້ຂອງຊົນເຜົ່າ ກາຊັກ ກັບກຸ່ມ ດັນກັນສ໌, ເຊິ່ງແມ່ນກຸ່ມຊາວມຸ່ສລິມທີ່ມາຈາກ ຈີນ.
ຜູ້ຊາຍຊົນເຜົ່າ ກາຊັກ ຫຼາຍຄົນຜູ້ທີ່ໄດ້ລົມກັບອົງການຂ່າວ RFE/RL ໄດ້ເວົ້າວ່າ ມັນໄດ້ມີຄວາມຂ້ອງໃຈກັນມາດົນນານລະຫວ່າງ ສອງກຸ່ມທີ່ວ່ານັ້ນ, ດ້ວຍຄວາມໂມໂຫຂອງຊົນເຜົ່າ ກາຊັກ ໄດ້ເພັ່ງເລັ່ງໃສ່ຄວາມສຳເລັດໃນດ້ານທຸລະກິດ ແລະ ການຄ້າຂອງປະຊາຊົນ ດັນກັນສ໌.
ກຸ່ມ ດັນກັນສ໌ ມີປະຊາກອນສ່ວນຫຼາຍໃນບ້ານ ມາຊານຈີ, ເຊິ່ງແມ່ນບ້ານທີ່ໄດ້ປະສົບຄວາມເສຍຫາຍທີ່ສຸດ, ແລະ ທຸລະກິດຫຼາຍແຫ່ງຂອງເມືອງນັ້ນແມ່ນຖືກຄວບຄຸມໂດຍຄອບຄົວ ດັນກັນສ໌.
ຫຼາຍບ້ານອື່ນໆທີ່ຢູ່ຫ່າງໄກອອກໄປ ກໍໄດ້ມີລາຍງານການປະທະກັນໃນຂ້າມຄືນທີ່ຜ່ານມາເຊັ່ນກັນ.
ເຈົ້າໜ້າທີ່ຕຳຫຼວດ ກາຊັກ ໄດ້ສົ່ງຕຳຫຼວດປາບປາມຈະລາຈົນໄປບໍລິເວນດັ່ງກ່າວໃນວັນເສົາວານນີ້, ຫຼາຍຊົ່ວໂມງຫຼັງຈາກການຕໍ່ສູ້ກັນຂ້າມຄືນ. ນັກຂ່າວ RFE/RL ໄດ້ລາຍງານວ່າ ຕຳຫຼວດໄດ້ຢືນແຖວກັນຍາວ, ຖືກັນບັງ ແລະ ໄມ້ຄ້ອນປາບປາມຈະລາຈົນຢູ່ຕາມຖະໜົນໃນພາກພື້ນທີ່ວ່ານັ້ນ.
ລັດຖະມົນຕີກະຊວງພາຍໃນທ່ານ ເອີລານ ເທີກີມບາເອຟ ໄດ້ກ່າວວ່າ ຢ່າງໜ້ອຍ 40 ຄົນໄດ້ຮັບບາດເຈັບໃນການປະທະກັນ ແລະ ຢ່າງໜ້ອຍ 47 ຄົນຖືກຈັບ ຫຼື ຄວບຄຸມຕົວ.