ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເອທິໂອເປຍ ຫຼາຍພັນຄົນ ພາກັນໂຮມຊຸມນຸມ ເພື່ອສະໜັບສະໜຸນ ນາຍົກ ອາບີ ແລະກ່າວປະນາມ ສະຫະລັດ


ພວກທີ່ສະໜັບສະໜຸນ ນາຍົກລັດຖະມົນຕີ ອາບີ ອາເມດ ຂອງເອທິໂອເປຍ ໄດ້ພາກັນໂຮມຊຸມນຸມ ເພື່ອກ່າວປະນາມ ໃນອັນທີ່ພວກຈັດການປະທ້ວງ ກ່າວວ່າ ຍ້ອນກຸ່ມແນວໂຮມປົດປ່ອຍປະຊາຊົນທິເກຣ ແລະການແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດຕາເວັນຕົກ, ຢູ່ທີ່ຈັດຕຸລັດ ເມສແກລ ໃນນະຄອນຫຼວງອາດິສອາບາບາ, ວັນທີ 7 ພະຈິກ 2021.
ພວກທີ່ສະໜັບສະໜຸນ ນາຍົກລັດຖະມົນຕີ ອາບີ ອາເມດ ຂອງເອທິໂອເປຍ ໄດ້ພາກັນໂຮມຊຸມນຸມ ເພື່ອກ່າວປະນາມ ໃນອັນທີ່ພວກຈັດການປະທ້ວງ ກ່າວວ່າ ຍ້ອນກຸ່ມແນວໂຮມປົດປ່ອຍປະຊາຊົນທິເກຣ ແລະການແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດຕາເວັນຕົກ, ຢູ່ທີ່ຈັດຕຸລັດ ເມສແກລ ໃນນະຄອນຫຼວງອາດິສອາບາບາ, ວັນທີ 7 ພະຈິກ 2021.

ຊາວເອທິໂອເປຍຫຼາຍສິບພັນຄົນ ໄດ້ໂຮມຊຸມນຸມຢູ່ໃນນະຄອນຫຼວງອາດິສອາບາບາ ໃນວັນອາທິດວານນີ້ ເພື່ອສະໜັບສະໜຸນລັດຖະບານຂອງນາຍົກລັດຖະມົນຕີ ອາບີ ອາເມດ ໃນຂະນະທີ່ທະຫານລັດຖະບານກາງ ກຳລັງຕໍ່ສູ້ກັບພວກກອງກຳລັງກະບົດ ຜູ້ທີ່ຂົ່ມຂູ່ວ່າ ຈະເຄື່ອນກຳລັງເຂົ້າໄປໃນນະຄອນຫຼວງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ພວກປະທ້ວງບາງຄົນໄດ້ກ່າວປະນາມສະຫະລັດ ເຊິ່ງເປັນນຶ່ງໃນບັນດາປະເທດມະຫາອຳນາດທີ່ໄດ້ຮຽກຮ້ອງໃຫ້ຢຸດຍິງ ໃນຂະນະສົງຄາມໄດ້ແກ່ຍາວມາໄດ້ປີນຶ່ງແລ້ວ ທີ່ໄດ້ສັງຫານປະຊາຊົນຫຼາຍພັນຄົນ ແລະໄດ້ເພີ້ມທະວີຂຶ້ນທ່າມກາງການເຄື່ອນກຳລັງຂອງພວກກະບົດເມື່ອທ້າຍສັບປະດາແລ້ວນີ້.

ທັງ ສະຫະລັດ ສະພາຄວາມໝັ້ນຄົງສະຫະປະຊາຊາດ ສະຫະພາບອາຟຣິກາ ແລະເຄັນຢາ ແລະອູການດາ ຕ່າງກໍໄດ້ຮຽກຮ້ອງໃຫ້ຢຸດຍິງເມື່ອບໍ່ເທົ່າໃດວັນມໍ່ໆມານີ້.

ລັດຖະບານທ່ານອາບີ ໄດ້ປະຕິຍານທີ່ຈະສູ້ລົບຕໍ່ໄປ. ໃນວັນສຸກທີ່ຜ່ານມານີ້ ລັດຖະບານໄດ້ກ່າວວ່າ ຕົນມີຄວາມຮັບຜິດຊອບທີ່ຈະຮັກສາຄວາມສະຫງົບຢູ່ພາຍໃນປະເທດ ແລະຮຽກຮ້ອງຕໍ່ບັນດາຄູ່ພາຄີສາກົນທັງຫຼາຍຂອງຕົນ ໃຫ້ຢືນຢູ່ຄຽງຂ້າງປະຊາທິປະໄຕຂອງເອິໂອເປຍ.

ພວກຄົນບາງສ່ວນທີ່ໄດ້ໄປເຕົ້າໂຮມກັນ ຢູ່ໃນຈັດຕຸລັດເມສແກລ (Meskel Square) ໃນໃຈກາງນະຄອນຫຼວງອາດິສອາບາບາ ໄດ້ເອົາທຸງຊາດປົກຄຸມຕົວພວກເຂົາ. ຫຼາຍຄົນໄດ້ກ່າວຕ້ອງຕິແຕ່ສະຫະລັດພຽງປະເທດດຽວ.

ລັດຖະບານຂອງປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໃນວັນອັງຄານທີ່ຜ່ານມາ ໄດ້ກ່າວຫາເອທິໂອເປຍ ວ່າ “ລະເມີດຢ່າງຮ້າຍແຮງ” ຕໍ່ສິດທິມະນຸດ ແລະທ່ານໄດ້ກ່າວວ່າ ຕົນວາງແຜນທີ່ຈະຖອນປະເທດດັ່ງກ່າວ ອອກຈາກຂໍ້ຕົກລົງວ່າດ້ວຍການຄ້າ ທີ່ຈະສ້າງຄວາມເຕີບໃຫຍ່ແລະໂອກາດໃຫ້ແກ່ອາຟຣິກາ ຫຼືທີ່ເອີ້ນຫຍໍ້ວ່າ AGOA ນັ້ນ.

ປ້າຍຂອງຜູ້ປະທ້ວງຄົນນຶ່ງອ່ານວ່າ “ສະຫະລັດ ເຈົ້າຄວນລະອາຍຕົນເອງ” ໃນຂະນະດຽວກັນ ປ້າຍອີກອັນນຶ່ງ ໄດ້ກ່າວວ່າ ສະຫະລັດ ຄວນເຊົາ “ດູດເລືອດຂອງເອທິໂອເປຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG