ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກອີຈິບ ອ້າງວ່າ ການກໍ່ສ້າງເຂື່ອນໃໝ່ 100 ແຫ່ງ ຂອງເອທີໂອເປຍ ເປັນການເກາະຜິດ ກັບອີຈິບ


ພາບໃບນີ້ ຖ່າຍເມື່ອວັນທີ 20 ກໍລະກົດ 2020 ແລະໄດ້ຖືກເປີດເຜີຍ ໂດຍ Adwa Pictures ໃນວັນທີ 27 ກໍລະກົດ 2020, ສະແດງໃຫ້ເຫັນ ທິວທັນທາງອາກາດ ຂອງເຂື່ອນ Grand Ethiopian Renaissance Dam (GERD) ຢູ່ໃນແມ່ນ້ຳ Blue Nile ໃນເມືອງກູບາ, ທາງພາກຕາເວັນຕົກສຽງເໜືອ ຂອງເອທີໂອເປຍ.
ພາບໃບນີ້ ຖ່າຍເມື່ອວັນທີ 20 ກໍລະກົດ 2020 ແລະໄດ້ຖືກເປີດເຜີຍ ໂດຍ Adwa Pictures ໃນວັນທີ 27 ກໍລະກົດ 2020, ສະແດງໃຫ້ເຫັນ ທິວທັນທາງອາກາດ ຂອງເຂື່ອນ Grand Ethiopian Renaissance Dam (GERD) ຢູ່ໃນແມ່ນ້ຳ Blue Nile ໃນເມືອງກູບາ, ທາງພາກຕາເວັນຕົກສຽງເໜືອ ຂອງເອທີໂອເປຍ.

ໂຄສົກກະຊວງການຕ່າງປະເທດຂອງອີຈິບ ໄດ້ກ່າວປະທ້ວງ ໃນວັນອັງຄານຜ່ານມານີ້ ຫຼັງຈາກນາຍົກລັດຖະມົນຕີຂອງເອທີໂອເປຍ ທ່ານອາບີ ອາເມັດໄດ້ຊີ້ແຈງວ່າ ທ່ານວາງແຜນທີ່ຈະສ້າງເຂື່ອນຂະໜາດນ້ອຍຫາຂະໜາດກາງ 100 ແຫ່ງໃນລະຫວ່າງປີຈະມາ ແລະເວລານີ້ຍັງບໍ່ທັນມີຂໍ້ແກ້ໄຂຕໍ່ບັນຫາຂັດແຍ້ງ ທີ່ຍັງມີຢູ່ຕໍ່ມາ ກ່ຽວກັບການເກັບນ້ຳ ໃຫ້ເຕັມອ່າງໂຕ່ງນ້ຳ ຂອງເຂື່ອນ Renaissance ໃນລໍາແມ່ນນໍ້ານາຍລ໌ຢູ່ພາຍໃນເຂດແດນຂອງປະເທດເອທີໂອເປຍນັ້ນ. ແອດວອດ ເຢີເຣນຽນ ລາຍງານມາໃຫ້ວີໂອເອຈາກນະຄອນຫຼວງໄຄໂຣຂອງອີຈິບ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສື່ມວນຊົນຂອງອີຈິບ ຖ່າຍທອດອອກອາກາດ ການກ່າວຖະແຫລງດ້ວຍຄວາມໂມໂຫຂອງທ່ານອາເມັດ ຮາເຟຊ ໂຄສົກກະຊວງການຕ່າງປະເທດໃນການຕ້ອງຕິການປະກາດຂອງນາຍົກລັດຖະມົນຕີເອທີໂອເປຍ ທ່ານ ອາບີ ອາເມັດ ທີ່ໄດ້ກ່າວກ່ຽວກັບການສ້າງ “ເຂື່ອນຂະໜາດນ້ອຍຫາຂະໜາດກາງໃໝ່ 100 ແຫ່ງ” ຢູ່ເທິງລໍາແມ່ນໍ້າທົ່ວປະເທດຂອງທ່ານ ໃນລະຫວ່າງປີໜ້ານີ້.

ທ່ານຮາເຟຊ ໃຫ້ຂໍ້ສັງເກດວ່າ ແຜນການນັ້ນເປັນ “ສັນຍານ ທີ່ມີເຈດຕະນາບໍ່ຫວັງດີຂອງເອທີໂອເປຍ” ກ່ຽວກັບບັນຫາຂັດແຍ້ງຍ້ອນການເກັບກັກນ້ຳໃສ່ອ່າງໂຕ່ງນໍ້າຂອງເຂື່ອນ Renaissance ຊຶ່ງເປັນການທ້າທາຍ ຢາກກໍ່ໃຫ້ເກີດສົງ ຄາມກັບທັງ ອີຈິບ ແລະປະເທດເພື່ອນບ້ານ ຊູດານ. ທ່ານຮາເຟຊ ໄດ້ກ່າວຕື່ມວ່າ ເອທີໂອເປຍ ຕ້ອງ “ປະສານງານກັບປະເທດເພື່ອນບ້ານຂອງຕົນໃນແຜນການເຊັ່ນນີ້ ກ່ອນທີ່ຈະເຮັດໃຫ້ພວກມັນເສຍຫາຍ.”

ປະທານາທິບໍດີອີຈິບ ທ່ານອັບແດລ ຟາຕາ ແອລຊິສຊີ ໄດ້ເດີນທາງໄປຢ້ຽມຢາມຈີບູຕີ ເມື່ອອາທິດແລ້ວນີ້ ໂດຍເນັ້ນຢ້ຳໃນລະຫວ່າງກອງປະຊຸມຖະແຫລງຂ່າວວ່າ ທ່ານຍັງມີຄວາມຫວັງທີ່ຈະເຈລະຈາເພື່ອຫາຂໍ້ແກ້ໄຂທາງການທູດ ຕໍ່ບັນຫາຂັດແຍ້ງກັບ ເອທີໂອປເປຍ ໃນເລື້ອງການເກັບນ້ຳໃສ່ອ່າງໂຕ່ງນໍ້າຂອງເຂື່ອນ.

ທ່ານຊິສຊີ ກ່າວເປັນພາສາອາຣັບວ່າ ທ່ານໄດ້ປຶກສາຫາລື ກ່ຽວກັບສະຖານະການເຂື່ອນ Renaissance ຊຶ່ງສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງພາກພື້ນທັງໝົດ ແລະຈຳເປັນໃຫ້ມີຂໍ້ຕົກລົງທີ່ເປັນທຳແລະສົມດຸນກັນ ໃນເລື້ອງການເກັບກັກນ້ຳແລະການດຳເນີນການຂອງເຂື່ອນນັ້ນ ໂດຍໄວທີ່ສຸດເທົ່າທີ່ເປັນໄປໄດ້ ແລະອີຈິບ ກໍໍຈະປະຕິເສດຕໍ່ຄວາມພະຍາຍາມຂອງຝ່າຍໃດຝ່າຍນຶ່ງ ທີ່ຈະວາງແຜນການຂອງຕົນ ທີ່ບໍ່ຕອບສະໜອງຕໍ່ຜົນປະໂຫຍດ ຫຼືສິດຂອງບັນດາປະເທດ ທີ່ຜົນປະໂຫຍດຂອງພວກເຂົາໄດ້ຮັບຜົນກະທົບ.”

ນັກສັງຄົມສາດດ້ານການເມືອງຂອງອີຈິບ ທ່ານຊາອີດ ຊາເດັກຄ໌ ກ່າວຕໍ່ວີໂອເອ ວ່າ ບັນຫາເລື້ອງການເກັບກັກນ້ຳໄວ້ໃນເຂື່ອນ Renaissance ແກ່ຍາວມາເປັນປີທີສອງ ຊຶ່ງບັນຫານີ້ໄດ້ເລີ້ມຂຶ້ນໃນເດືອນກໍລະກົດ ທີ່ໄດ້ກະຕຸ້ນໃຫ້ເກີດຄວາມຄຽດແຄ້ນ ຈາກມະຫາຊົນຂອງອີຈິບ.

ທ່ານຊາອີດ ຊາເດັກຄ໌ ກ່າວເປັນພາສາອັງກິດວ່າ “ຄວາມເຫັນຂອງມະຫາຊົນ ກໍແມ່ນວ່າ ຄຽດແຄ້ນຫຼາຍ ແລະຊຸກຍູ້ລັດຖະບານໃຫ້ຕອບໂຕ້ຕໍ່ການຍຸແຍ່ຂອງບັນດານັກການເມືອງ ແລະສື່ມວນຊົນຂອງເອທີໂອເປຍ ຜູ້ທີ່ໃຊ້ຄຳເວົ້າໃນທາງທີ່ຫາເລື້ອງເກາະຜິດໃສ່ພວກຄົນອີຈິບແລະລັດຖະ ບານຂອງອີຈິບ ຢູ່ສະເໝີ.”

ທ່ານຊາເດັກຄ໌ ກ່າວຕໍ່ໄປວ່າ ກອງກຳລັງຝ່າຍຄ້ານຂອງອີຈິບ ໂດຍສ່ວນຫຼາຍມີຫ້ອງການຕັ້ງຢູ່ນອກປະເທດ ໄດ້ຮຽກຮ້ອງໃຫ້ພາກັນປະທ້ວງ ກ່ຽວກັບສິ່ງທີ່ພວກເຂົາອ້າງວ່າ ເປັນ “ຄວາມຜິດພາດໃນການຮັບມື” ກັບວິກິດການດັ່ງກ່າວຂອງລັດຖະບານ.

ທ່ານຊາເດັກຄ໌ ກ່າວຕື່ມວ່າ ບັນດາເຈົ້າໜ້າທີ່ຂອງອີຈິບ ສັບສົນຕໍ່ຄວາມບໍ່ເຕັມໃຈຂອງບັນດາຕ່າງປະເທດທີ່ມີອິດທິພົນແລະອຳນາດໃນການໄກ່ເກ່ຍ ເຊັ່ນວ່າ ສະຫະພາບຢູໂຣບ ຫຼື EU, ສະຫະລັດ ແລະສະຫະພາບອາຟຣິກາ ເພື່ອໃຊ້ອິດທິພົນຂອງພວກເຂົາ ໃຫ້ບັນລຸຂໍ້ແກ້ໄຂທາງການທູດຕໍ່ວິກິດການນັ້ນ.

ທ່ານພອລ ຊູລລີວັນ ອາຈານສອນຢູ່ມະຫາວິທະຍາໄລປ້ອງກັນຊາດຂອງສະຫະ ລັດ ໃນນະຄອນຫຼວງວໍຊິງຕັນ ກ່າວຕໍ່ວີໂອເອ ວ່າ ການກໍ່ສ້າງເຂື່ອນ Grand Renaissance ຂອງເອທີໂອເປຍ ຫຼື GERD ນັ້ນ “ເຮັດໃຫ້ໂມໂຫ ພໍສົມຄວນ ແຕ່ການກໍ່ສ້າງ 100 ເຂື່ອນຕື່ມອີກ ສ້າງຄວາມຕື່ນຕົກໃຈຢ່າງໃຫຍ່ ແລະເປັນ ການເລັ່ງລັດໃນການຮຸກຮານທີ່ເພີ້ມທະວີຂຶ້ນ.”

ທ່ານກ່າວເນັ້ນຢ້ຳຕໍ່ໄປວ່າ “ອີຈິບຈະຕ້ອງຕອບໂຕ້” ແລະ “ຖ້າເອທີໂອເປຍຕ້ອງການສັນຕິພາບ ພວກເຂົາແມ່ນກຳລັງໃຫ້ຂໍ້ສັງເກດໃນທາງກົງກັນຂ້າມ. ຖ້າອັນນີ້ກາຍມາເປັນສົງຄາມ.” ທ່ານໂຕ້ຖຽງວ່າ “ໝົດທຸກຝ່າຍຈະສູນເສຍຢ່າງຍິ່ງໃຫຍ່.” ທ່ານກ່າວວ່າ “ການຕົກລົງທີ່ສົມເຫດສົມຜົນ” ຈະດີທີ່ສຸດ ແຕ່ສິ່ງທັງຫຼາຍ ນັ້ນ “ປາກົດວ່າ ຈະໄປໃນທິດທາງກົງກັນຂ້າມ.”

ກອງທັບຂອງອີຈິບໄດ້ທຳການຊ້ອມລົບກັບບັນດາປະເທດຢູ່ໃນພາກພື້ນຈຳນວນນຶ່ງ ເມື່ອບໍ່ເທົ່າໃດວັນຜ່ານມານີ້ ທີ່ລວມທັງຊູດານ ເພື່ອສະແດງໃຫ້ເຫັນວ່າ ຕົນມີຄວາມພ້ອມ ໃນກໍລະນີບັນຫາຂັດແຍ້ງລະເບີດຂຶ້ນ.

ອ່ານລາຍງານນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG