ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ ເອທິໂອເປຍ ຕົກທີ່ ນະຄອນຫຼວງ ຂອງໂຊມາເລຍ (ສະໄລດ໌/ວີດີໂອ)


Somali
please wait
Embed

No media source currently available

0:00 0:00:45 0:00

ເຮືອບິນ​ຂົນ​ສົ່ງຂອງກອງທັບເອທິ​ໂອ​ເປຍ ປະສົບ​ອຸບັດ​ຕິເຫດຕົກ​ ທີ່​ສະໜາມບິນ​ນະຄອນ Mogadishu.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພໂຊ​ມາ​ເລຍກ່າວ​ວ່າ ​ເຮືອ
ບິນ​ຂົນ​ສົ່ງທີ່​ລຳ ລຽງ​ອາວຸດຂອງເອທິ​ໂອ​ເປຍລໍາ​ນຶ່ງ ໄດ້ປະສົບ​ອຸ
ບັດ​ຕິ​ເຫດຕົກ​ໃນຕອນ​ເຮືອບິນ ລົງ​ຈອດ ທີ່​ສະໜາມບິນ​ນະຄອນ
Mogadishu ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 4 ຄົນ.

ບັນດາ​ຜູ້ເຫັນ​ເຫດການ​ກ່າວ​ວ່າ ​ເຮືອ​ບິນ​ໄດ້​ລະ​ເບີດລຸກ​ໄໝ້​ເປັນ​
ແປວ​ໄຟ ຫລັງ ຈາກ​ໄດ້​ປະສົບ​ອຸບັດ​ຕິ​ເຫດ​ຕົກ ​ໃນ​ວັນ​ສຸກ​ມື້​ນີ້ ​
ໂດຍ​ໄດ້ສົ່ງ​ຄວນ​ສີດໍາ​ພຸ່ງຂື້ນ​ສູ່​ທ້ອງຟ້າ ທີ່​ສະໜາມບິນ​ນາ​ໆຊາດ
​ໃນ​ນະຄອນຫລວງ​ຂອງໂຊ​ມາ​ເລຍ.

ໜ່ວຍ​ປະຕິບັດ​ງານສະຫະພາບອາ​ຟຣິກກາ ທີ່​ໂຊ​ມາ​ເລຍ ຫຼື AMISOM ກ່າວ​ຜ່ານ​ທາງ Twitter ວ່າ ລູກ​ເຮືອ​ສອງ​ຄົນ​ໄດ້​ຖືກ​ຊ່ວຍ​ຊີວິດໄວ້​ໄດ້ ​ຈາກ​ເຮືອບິນ ທະຫານ​ເອທິ​ໂອ​ເປຍ ​ແລະ​ກໍາລັງ​ຮັບ​ການ​ປິ່ນປົວ​ບາດ​ແຜ​ຢູ່.

ສາ​ເຫດ​ຂອງເຮືອ​ບິນ​ຕົກ​ຍັງ​ບໍ່ທັນ​ເປັນ​ທີ່ຈະ​ແຈ້ງ. ​ເອທິ​ໂອ​ເປຍກໍ​ບໍ່​ໄດ້​ໃຫ້​ຄວາມ ​ເຫັນ​ໃດໆ​ກ່ຽວ​ກັບ​ເລື່ອງ​ນີ້. ​

​ເອທິ​ໂອ​ເປຍກໍາລັງ​ຊ່ວຍ​ເຫລືອລັດຖະບານໂຊ​ມາ​ເລຍສູ້​ລົບ​ກັບພວກ​ກະບົດ Al-Shabab
ທີ່​ພະ​ຍາ​ຍາມ​ຈະ​ນຳ​ໃຊ້ກົດໝາຍ​ທີ່ເຄັ່ງ​ຄັດ​ຂອງສາສະໜາອິສລາມ ຢູ່​ໃນ​ໂຊມ​າ​ເລຍ.

ກຳລັງ​ຮັກສາ​ສັນຕິພາບ​ຂອງສະຫະພາບອາ​ຟຣິກກາທີ່ໂຊ​ມາ​ເລຍຫຼື AMISOM ຊຶ່ງ​ກຳລັງ​ທຳ​ການ​ສູ້​ລົບ​ກັບພວກ​ກະບົດກຸ່ມ​ດັ່ງກ່າວຄື​ກັນ ​ໄດ້​ສະ​ແດງ “ຄວາມ​ເສົ້າ​ສະຫລົດ​ໃຈ” ​ກ່ຽວ​ກັບ​ອຸບັດຕິ​ເຫດ​ໃນ​ຄັ້ງນີ້.

XS
SM
MD
LG