ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອ​ບິນ​ຂອງ​ສາຍ​ການ​ບິນ ອີ​ທິ​ໂອ​ເປຍ ປະ​ສົບອຸ​ບັດ​ຕິ​ເຫດ​ຕົກ, ເສຍ​ຊີ​ວິດ 157 ຄົນ

ແມ່​ຍິງ​ຄົນ​ນຶ່ງ​ຮ້ອງ​ໄຫ້ ໃນ​ຂະ​ນະ​ທີ່​ລາວ​ລໍ​ຖ້າ​ຂໍ້​ມູນ​ໃໝ່ ກ່ຽວ​ກັບ ຖ້ຽວ​ບິນ ET 302 ຂອງ​ສາຍ​ການ​ບິນ ອີ​ທິ​ໂອ​ເປຍ, ເຊິ່ງ​ຄູ່​ໝັ້ນ​ຂອງ​ລາວ​ໄດ້​ຂຶ້ນ​ໂດຍ​ສາຍ ທີ່​ສະ​ໜາມ​ບິນ​ສາ​ກົນ ໂຈ​ໂມ ເຄັນ​ຢາ​ຕາ (JKIA), ນະ​ຄອນຫຼວງ ໄນ​ໂຣ​ບີ, ເຄັນ​ຢາ. 10 ມີ​ນາ, 2019.

ຖ້ຽວ​ບິນ​ຂອງ​ສາຍ​ການ​ບິນ ອີ​ທິ​ໂອ​ເປຍ ຈາກ​ນະ​ຄອນຫຼວງ ອາ​ດິ​ສ ອາ​ບາ​ບາ ມຸ່ງ​ໜ້າ
ສູ່ນະຄອນຫຼວງ ໄນໂຣບີ ປະເທດ ເຄັນຢາ ໄດ້ປະສົບອຸບັດຕິເຫດຕົກ.

ເຮືອ​ບິນ ໂບ​ອິງ 737 ໄດ້​ຕົກ​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດມື້ນີ້, ໃກ້​ກັບ​ເມືອງ ບິ​ຊັອ​ຟ​ຕູ
(Bishoftu).

ສາຍ​ການ​ບິນ ອີ​ທິ​ໂອ​ເປຍ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ຖ້ຽວ​ບິນ 302 ໄດ້​ບິນ​ຂຶ້ນ​
ຕອນເຊົ້າ 8 ໂມງ 38 ຈາກສະໜາມບິນສາກົນ ໂບເລ ແລະ ຂາດການຕິດຕໍ່ຕອນ 8
ໂມງ 44.

ພະ​ນັກ​ງານ​ເຮັດ​ວຽກ​ຢູ່​ເຮືອ​ບິນ ໂບ​ອິງ 737-800 ຂອງ​ສາຍ​ການ​ບິນ ອີ​ທິ​ໂອ​ເປຍ ຢູ່​ສະ​ໜາມ​ບິນສາ​ກົນ ໂບ​ເລ, ນະ​ຄອນຫຼວງ ອາ​ດິ​ສ ອາ​ບາ​ບາ, ປະ​ເທດ ອີ​ທິ​ໂອ​ເປຍ. 26 ມັງ​ກອນ 2016.
ພະ​ນັກ​ງານ​ເຮັດ​ວຽກ​ຢູ່​ເຮືອ​ບິນ ໂບ​ອິງ 737-800 ຂອງ​ສາຍ​ການ​ບິນ ອີ​ທິ​ໂອ​ເປຍ ຢູ່​ສະ​ໜາມ​ບິນສາ​ກົນ ໂບ​ເລ, ນະ​ຄອນຫຼວງ ອາ​ດິ​ສ ອາ​ບາ​ບາ, ປະ​ເທດ ອີ​ທິ​ໂອ​ເປຍ. 26 ມັງ​ກອນ 2016.

​ຖະ​ແຫຼງ​ການ​ໃນ​ທວິດ​ເຕີ​ໄດ້​ກ່າວ​ວ່າ ການ​ປະ​ຕິ​ບັດ​ການ​ຄົ້ນ​ຫາ ແລະ ກູ້​ໄພ​ແມ່ນ​ກຳ
ລັງດຳເນີນຢູ່ ແລະ ບໍ່ມີຂໍ້ມູນ ກ່ຽວກັບ ຜູ້ໂດຍສານ 149 ຄົນ ພ້ອມກັບສະມາຊິກການ
ບິນ 8 ຄົນ ທີ່ເຊື່ອວ່າຢູ່ເທິງເຮືອບິນນັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ອາ​ບີ ອາ​ເມັດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ທີ່​ເອົາ​ລົງ​ໃນ​ທວິ​ດ​ເຕີ
ວ່າ “ຫ້ອງການຂອງນາຍົກລັດຖະມົນຕີ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ອີທິ
ໂອເປຍ, ຂໍສະແດງຄວາມເສຍໃຈຢ່າງເລິກເຊິ່ງຕໍ່ຄອບຄົວຂອງຜູ້ທີ່ໄດ້ສູນເສຍຄົນຮັກ
ຂອງເຂົາເຈົ້າໃນເຮືອບິນ ໂບອິງ 737 ຂອງສາຍການບິນ ອີທິໂອເປຍ ໃນຖ້ຽວບິນຕາມ
ເວລາປົກກະຕິ ຫານະຄອນຫຼວງ ໄນໂຣບີ ປະເທດ ເຄັນຢາ ໃນຕອນເຊົ້າມື້ນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG