ຜູ້ສື່ຂ່າວຂອງວີໂອເອໃນປະເທດເອທິໂອເປຍໄດ້ຖືກປ່ອຍໂຕແລ້ວແລະຍົກເລີກຂໍ້ຫາ ຫຼັງຈາກ
ໄດ້ຖືກຈັບທີ່ນະຄອນຫຼວງ Addis Ababa ຂະນະທີ່ພວມເກັບກຳຂ່າວກ່ຽວກັບການເດີນ
ຂະບວນປະທ້ວງໃນມື້ວັນສຸກວານນີ້.
ໂຄສົກຍິງຄົນນຶ່ງຂອງວີໂອເອກ່າວໃນວັນເສົາມື້ນີ້ວ່າ ທ່ານ Peter Heinlein ສະບາຍດີແລ້ວ
ແລະພວມມຸ່ງໜ້າກັບຄືນສູ່ບ່ອນຢູ່ຂອງທ່ານ.
ພວກທີ່ເຫັນເຫດການໃນການຈັບກຸມແຈ້ງໃຫ້ວີໂອເອຊາບໃນວັນສຸກວານນີ້ວ່າ ທ່ານ Hein-
lein ແລະນາຍພາສາ Simegineh Yekoye ໄດ້ຖືກຈັບ ຂະນະທີ່ພວມສຳພາດ ພວກປະ
ທ້ວງ ໃນລະຫວ່າງການເດີນຂະບວນຂອງຊາວມຸສລິມ ຫຼັງຈາກການສວດມົນພາວະນາໃນ
ມື້ວັນສຸກວານນີ້. ສ່ວນສະຖານະພາບຂອງນາຍ Yekoye ຍັງບໍ່ສາມາດໃຫ້ການຢືນຢັນໄດ້
ເທື່ອໃນມື້ນີ້.
ນັກຂ່າວຕາເວັນຕົກອີກຄົນນຶ່ງເວົ້າວ່າ ມີຕຳຫຼວດຍາມຮັກສາການຢ່າງໜາແໜ້ນຢູ່ບ່ອນທີ່
ມີການປະທ້ວງແລະລາວເອງກໍໄດ້ຖືກຕຳຫຼວດສັ່ງໃຫ້ຢຸດ ແລະໃຫ້ອອກໜີໄປຈາກບໍລິເວນ
ດັ່ງກ່າວ.
ທ່ານ Tom Rhodes ໂຄສົກຂອງຄະນະກຳມະການປົກປ້ອງນັກຂ່າວໃນເຂດອາຟຣິກາຕາ
ເວັນອອກກ່າວວ່າ ທ່ານເຂົ້າໃຈດີວ່າທ່ານ Heinlein ໄດ້ຖືກກ່າວຫາວ່າ ເກັບກຳຂ່າວແບບ
ບໍ່ແມ່ນມືອາຊີບແລະຜິດກົດໝາຍ. ທ່ານ Rhodes ເວົ້າວ່າ ໂຄສົກຂອງລັດຖະບານໄດ້ກ່າວ
ຫາທ່ານ Heinlein ທີ່ໄດ້ແຕ່ງງານກັບນັກການທູດເດນມາກນັ້ນ ວ່າໃຊ້ລົດນັກການທູດ
ຢ່າງບໍ່ຖືກຕ້ອງ ແລະປະຕິເສດບໍ່ຍອມສະແດງບັດນັກຂ່າວໃຫ້ເບິ່ງ.
ທ່ານ Rhodes ກ່າວຕື່ມວ່າ ເບິ່ງແລ້ວການກ່າວຫາທີ່ວ່ານີ້ແມ່ນບໍ່ສອດຄ່ອງກັນກັບຊື່ສຽງ
ຂອງທ່ານ Heinlein ໃນການເປັນນັກຂ່າວມືອາຊີບຊັ້ນນຶ່ງ ທີ່ໄດ້ເຮັດວຽກໃຫ້ວີໂອເອມາ
ຕັ້ງແຕ່ປີ 1988.