ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອທິໂອເປຍ ກ່າວວ່າ ຕົນສາມາດກັບຄືນເຂົ້າໄປຍຶດເອົາ ເມືອງເອກ ເມກແຄລເລ ຂອງທີເກຣ ຖ້າວ່າ ຈຳເປັນ


ພົນໂທ ບາຈາ ດີເບີເລ (Bacha Debele) ຂອງກອງກຳລັງປ້ອງກັນຊາດເອທິໂອເປຍ, ຂວາ, ກ່າວໃນກອງປະຊຸມຖະແຫລງຂ່າວ ພ້ອມກັບ ທ່ານເຣດວານ ຮູສເຊນ, ໂຄສົກປະຈຳໜ່ວຍສະເພາະກິດທິເກຣ ຂອງເອທິໂອເປຍ, ກ່ຽວກັບສະຖານະການໃນຂົງເຂດທິເກຣຂອງປະເທດ, ໃນນະຄອນຫຼວງ ອາດິສອາບາບາ ຂອງເອທິໂອເປຍ, ວັນທີ 30 ມິຖຸນາ 2021.
ພົນໂທ ບາຈາ ດີເບີເລ (Bacha Debele) ຂອງກອງກຳລັງປ້ອງກັນຊາດເອທິໂອເປຍ, ຂວາ, ກ່າວໃນກອງປະຊຸມຖະແຫລງຂ່າວ ພ້ອມກັບ ທ່ານເຣດວານ ຮູສເຊນ, ໂຄສົກປະຈຳໜ່ວຍສະເພາະກິດທິເກຣ ຂອງເອທິໂອເປຍ, ກ່ຽວກັບສະຖານະການໃນຂົງເຂດທິເກຣຂອງປະເທດ, ໃນນະຄອນຫຼວງ ອາດິສອາບາບາ ຂອງເອທິໂອເປຍ, ວັນທີ 30 ມິຖຸນາ 2021.

ໂຄສົກລັດຖະບານຂອງເອທິໂອເປຍ ໄດ້ກ່າວໃນວັນພຸດວານນີ້ ວ່າ ກອງທັບຂອງເອທິໂອເປຍ ອາດກັບຄືນເຂົ້າໄປໃນເມືອງເອກ ເມກແຄລເລ ຂອງຂົງເຂດທີເກຣ ພາຍໃນສອງສາມອາທິດນີ້ ຖ້າວ່າມີຄວາມຈຳເປັນ.

ທ່ານເຣດວານ ຮູສເຊນ ໂຄສົກປະຈຳໜ່ວຍສະເພາະກິດທິເກຣ ຂອງເອທິໂອເປຍ ໄດ້ປະກາດໃຫ້ບັນດານັກຂ່າວໃນການກ່າວໃຫ້ຄຳເຫັນຄັ້ງທຳອິດຕໍ່ມະຫາ ຊົນຂອງລັດຖະບານ ນັບຕັ້ງແຕ່ກຸ່ມແນວໂຮມເພື່ອປົດປ່ອຍປະຊາຊົນທິເກຣ ຫຼື TPLF ໄດ້ເຂົ້າຄວບຄຸມເມືອງເມກແຄລເລ ເມື່ອຕົ້ນອາທິດນີ້.

ທ່ານເຣດວານ ໄດ້ກ່າວວ່າ “ຖ້າຫາກມີຄວາມຕ້ອງການ ພວກເຮົາສາມາດເຂົ້າໄປເມືອງເມກແຄລເລໄດ້ຢ່າງງ່າຍດາຍ ແລະພວກເຮົາສາມາດເຂົ້າໄປໄດ້ພາຍໃນເວລາບໍ່ເຖິງສາມອາທິດ.”

ລັດຖະບານເອທິໂອເປຍ ໄດ້ປະກາດການຢຸດຍິງໃນສື່ມວນຊົນຂອງລັດຖະບານເມື່ອຕອນແລງວັນຈັນຜ່ານມາ ໂດຍກ່າວວ່າ ມັນຈະມີຜົນບັງຄັບໃຊ້ ໃນທັນທີ ຫຼັງຈາກມີການສູ້ລົບກັນມາໄດ້ເກືອບແປດເດືອນຢູ່ໃນຂົງເຂດດັ່ງກ່າວ ແລະໃນຂະນະທີ່ກອງກຳລັງທະຫານຂອງອະດີດພັກລັດຖະບານທິເກຣ ໄດ້ກັບຄືນເຂົ້າໄປໃນເມືອງເມກແຄລເລ ຈຶ່ງກະຕຸ້ນໃຫ້ມີສຽງຮ້ອງເຊຍຂຶ້ນ ຈາກພວກພົນລະ ເມືອງທັງຫຼາຍ.

ເຖິງຢ່າງໃດກໍຕາມ ທ່ານເກຕາຊູ ເຣກາ ໂຄສົກຂອງກອງກຳລັງທິເກຣ ໄດ້ກ່າວໃນການໃຫ້ສຳພາດກັບອົງການຂ່າວເອພີ ໃນວັນພຸດວານນີ້ ວ່າ ການຢຸດຍິງນັ້ນ ແມ່ນເລື້ອງ “ຕະຫຼົກທີ່ບໍ່ດີ” ແລະໄດ້ສັນຍາວ່າ ຈະຂັບດັນກຳລັງຂອງເອທິໂອເປຍ ແລະເອຣິເທຣຍ ອອກໄປ.

ທ່ານເກຕາຊູ ໄດ້ກ່າວວ່າ ພວກທະຫານເອທິໂອເປຍ ແມ່ນຍັງສູ້ລົບເພື່ອຍຶດເອົາພື້ນທີ່ຄືນ ແລະວ່າ ກອງກຳລັງຂອງເອຣິເທຣຍ ສືບຕໍ່ຄວບຄຸມ “ພື້ນທີ່ສ່ວນທີ່ສຳຄັນ” ຢູ່.

ທ່ານເກຕາຊູ ຍັງໄດ້ບອກອົງການຂ່າວເອພີວ່າ ກຸ່ມ TPLF ຈະບໍ່ຍອມເຈລະຈາກັບເອທິໂອເປຍ ຈົນກວ່າ ການໃຫ້ບໍລິການທີ່ສຳຄັນ ເຊັ່ນວ່າ ການສື່ສານແລະການຂົນສົ່ງ ຊຶ່ງໄດ້ຮັບຄວາມເສຍຫາຍ ຫຼືຖືກທຳລາຍໃນສົງຄາມນັ້ນ ໄດ້ຮັບການຟື້ນຟູເສຍກ່ອນ.

ທ່ານເກຕາຊູ ໄດ້ກ່າວວ່າ “ພວກເຮົາຕ້ອງແນ່ໃຈວ່າ ທຸກໆຕາລາງນິ້ວຂອງເຂດແດນພວກເຮົາ ຖືກສົ່ງກັບຄືນໃຫ້ພວກເຮົາ ຜູ້ທີ່ເປັນເຈົ້າຂອງທີ່ຖືກຕ້ອງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG