ກອງກຳລັງທະຫານຂອງເອທິໂອເປຍໄດ້ຖືກສັ່ງໃຫ້ທໍາການໂຈມຕີທາງທະຫານ “ໄລຍະສຸດທ້າຍ” ໃນນະຄອນຫຼວງເມເຄລລີຂອງເຂດທິເກຣ (Tigray) ໃຫ້ສໍາເລັດ, ຫຼັງຈາກກອງກຳລັງທະຫານທ້ອງຖິ່ນ ບໍ່ຍອມຈຳນົນພາຍຕາມກຳນົດເສັ້ນຕາຍພາຍໃນ 72 ຊົ່ວໂມງ ທີ່ນາຍົກລັດຖະມົນຕີວາງອອກມາ.
"ປະຕູແຫ່ງສັນຕິພາບປ່ອງສຸດທ້າຍທີ່ຍັງເປີດໃຫ້ກຳລັງປົດປ່ອຍປະຊາຊົນທິເກຣ ຫຼື TPLF ຍ່າງຜ່ານນັ້ນ ໄດ້ຖືກປິດໄວ້ຢ່າງແໜ້ນແກ່ນແລ້ວ ຍ້ອນການໝິ່ນປະໝາດຂອງ TPLF ຕໍ່ປະຊາຊົນເອທິໂອເປຍ," ນັ້ນຄືຄໍາເວົ້າຂອງນາຍົກລັດຖະມົນຕີອາບີອີ ອາເມດ (Abiy Ahmed) ທີ່ກ່າວຢູ່ໃນຖະແຫຼງການອັນນຶ່ງໃນວັນພະຫັດວານນີ້.
ໃນຕົ້ນອາທິດນີ້, ທ່ານອາບີອີ ຜູ້ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບໃນປີກາຍນີ້ ສໍາລັບຄວາມພະຍາຍາມໃນການເຮັດໃຫ້ຄວາມຂັດແຍ້ງທີ່ມີມາແຕ່ດົນນານ ລະຫວ່າງປະເທດຂອງທ່ານ ແລະເຣິເທຣຍ, ຊຶ່ງເປັນປະເທດເພື່ອນບ້ານສິ້ນສຸດລົງນັ້ນໄດ້ໃຫ້ເວລາແກ່ແນວໂຮມ TPLF 72 ຊົ່ວໂມງ ເພື່ອຍອມຈຳນົນ ຖ້າບໍ່ດັ່ງນັ້ນກໍຈະປະເຊີນກັບການໂຈມຕີທາງທະຫານໃສ່ເມືອງເມເຄລລີ (ເມືອງເມເຄລລີ).
ກອງທັບເອທິໂອເປຍໄດ້ສູ້ລົບກັບກອງກຳລັງທ້ອງຖິ່ນໃນເຂດທີເກຣຕັ້ງແຕ່ວັນທີ 4 ພະຈິກເປັນຕົ້ນມາ ໃນເວລາທີ່ທ່ານ ອາບີອີ ໄດ້ສົ່ງກຳລັງທະຫານປ້ອງກັນ ຊາດເຂົ້າໄປໃນເຂດດັ່ງກ່າວ ຫຼັງຈາກໄດ້ກ່າວຫາກອງກຳລັງທ້ອງຖິ່ນວ່າທໍາການໂຈມຕີຖານທັບທະຫານແຫ່ງນຶ່ງຢູ່ທີ່ນັ້ນ.
ປະຊາຊົນຫຼາຍຮ້ອຍຄົນໄດ້ຖືກຂ້າຕາຍ ແລະຫລາຍກວ່າ 40,000 ຄົນໄດ້ຫລົບໜີໄປຍັງຊູດານ, ປະເທດເພື່ອນບ້ານ, ໂດຍໄດ້ເລົ່າເລື່ອງການກໍ່ຄວາມຮຸນແຮງທີ່ໜ້າຢ້ານກົວນີ້ໃຫ້ຟັງ.
ທ່ານອາບີອີໄດ້ເຕືອນປະຊາຊົນໃນເມືອງເມເຄລລີ ໃນວັນພະຫັດວານນີ້ວ່າ ໃຫ້ປົດອາວຸດ ແລະພາກັນຢູ່ໃນເຂດນັ້ນ.
ການຂັດແຍ່ງດັ່ງກ່າວໄດ້ເຮັດໃຫ້ມີຄໍາເຕືອນມາຈາກບັນດາອົງການສິດທິມະນຸດແລະອົງການສະຫະປະຊາຊາດທີ່ໄດ້ຮຽກຮ້ອງໃຫ້ທ່ານອາບີອີຊອກຫາວິທີແກ້ໄຂທາງການທູດຕໍ່ບັນຫາດັ່ງກ່າວນັ້ນ ໂດຍຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກທີ່ພົນລະເຮືອນໄດ້ປະສົບຢູ່ແລ້ວ ຍ້ອນເສດຖະກິດທີ່ອ່ອນແອແລະການລະບາດຂອງໄວຣັສໂຄໂຣນາ.
ແຕ່ມາຮອດປະຈຸບັນນີ້ອາບີອີຍັງໄດ້ປະຕິເສດທຸກການຮຽກຮ້ອງໃຫ້ມີການເຈລະ ຈາໃດໆ.