ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະມາຊິກສະພາ ເອທິໂອເປຍ ຮັບຮອງເອົາພາວະສຸກເສີນ ຫຼັງຈາກລັດຖະບານ ເລີ້ມເຄື່ອນໄຫວ ທາງທະຫານ ໃນເຂດທີເກຣ


ພາບນີ້ ທີ່ໄດ້ມາຈາກວີດີໂອ ຖ່າຍທອດຈາກສະຖານີສາທາລະນະຂອງເອທິໂອເປຍ ເມື່ອວັນທີ 4 ພະຈິກ 2020, ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ ອາບີ ອາເມດ ກ່າວຖະແຫລງ ວ່າ ທ່ານໄດ້ອອກຄຳສັ່ງ ໃຫ້ທະຫານກອງທັບ ເຂົ້າໂຈມຕີ ລັດຖະບານທີ່ປົກຄອງເຂດທີເກຣ ໃນການຕອບໂຕ້ຄືນ ຕໍ່ການໂຈມຕີຄ້າຍທະຫານຂອງກອງທັບແຫ່ງຊາດ.
ພາບນີ້ ທີ່ໄດ້ມາຈາກວີດີໂອ ຖ່າຍທອດຈາກສະຖານີສາທາລະນະຂອງເອທິໂອເປຍ ເມື່ອວັນທີ 4 ພະຈິກ 2020, ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ ອາບີ ອາເມດ ກ່າວຖະແຫລງ ວ່າ ທ່ານໄດ້ອອກຄຳສັ່ງ ໃຫ້ທະຫານກອງທັບ ເຂົ້າໂຈມຕີ ລັດຖະບານທີ່ປົກຄອງເຂດທີເກຣ ໃນການຕອບໂຕ້ຄືນ ຕໍ່ການໂຈມຕີຄ້າຍທະຫານຂອງກອງທັບແຫ່ງຊາດ.

ສະພາຂອງເອທິໂອເປຍ ໃນວັນພະຫັດວານນີ້ ໄດ້ຮັບຮອງພາວະສຸກເສີນໄລຍະ 6 ເດືອນ ຢູ່ໃນຂົງເຂດ ທີເກຣ ທາງພາກເໜືອສຸດຂອງປະເທດ ທີ່ກໍາລັງກໍ່ການກະບົດ ບ່ອນທີ່ລັດຖະບານກາງ ໄດ້ເລີ້ມເປີດເສິກທາງການທະຫານ ເຖິງແມ່ນ ນານາຊາດ ຂໍຮ້ອງໃຫ້ເຈລະຈາກັນ ເພື່ອຫລີກເວັ້ນສົງຄາມກາງເມືອງ ກໍຕາມ.

ພາວະສຸກເສີນດັ່ງກ່າວ ໄດ້ຖືກປະກາດໃນວັນພຸດຜ່ານມາ ໂດຍຄະນະລັດຖະມົນຕີ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ນາຍົກລັດຖະມົນຕີ ອາບີ ອາເມດ ໄດ້ສັ່ງການໃຫ້ກອງກຳລັງທະຫານເຂົ້າໄປໃນເຂດທີເກຣ ເພື່ອຮັບມືກັບການໂຈມຕີທີ່ຮ້າຍແຮງ ຕໍ່ຖານທັບຂອງກອງທັບແຫ່ງຊາດ ຢູ່ໃນເມືອງເອກ ເມີເກເລ (Mekele) ຂອງພື້ນທີ່ດັ່ງກ່າວ. ລັດຖະບານຂອງທ່ານອາບີ ຖິ້ມໂທດໃສ່ ພັກແນວໂຮມປະຊາຊົນປະຕິວັດຂອງທີເກຣ ຫຼືເອີ້ນຫຍໍວ່າ TPLF ຊຶ່ງໄດ້ຄວບຄຸມລັດຖະບານທ້ອງຖິ້ນ ທີ່ໄດ້ອະນຸມັດໃຫ້ທຳການໂຈມຕີ.

ລັດຖະບານທ້ອງຖິ່ນຂອງທີເກຣ ໄດ້ກ່າວໃນວັນພະຫັດວານນີ້ ວ່າ ກອງກຳລັງຂອງເອທິໂອເປຍ ໄດ້ຍິງປືນໃຫຍ່ໃສ່ພື້ນທີ່ຫຼາຍແຫ່ງຢູ່ໃກ້ໆກັບເມືອງເອກເມີເກເລ. ນັກຂ່າວວີໂອເອພະແນກເຂດໂຮຣນ໌ຂອງອາຟຣິກາ ໄດ້ກ່າວວ່າ ລາວໄດ້ຍິນສຽງເຮືອບິນລົບ ບິນຜ່ານເມືອງໄປໃນເວລາປະມານບ່າຍ 3 ໂມງຕາມເວລາໃນທ້ອງຖິນ.

ລັດຖະບານກາງຂອງເອທິໂອເປຍ ບໍ່ໄດ້ໃຫ້ຄຳເຫັນໃດໆກ່ຽວກັບລາຍງານຂອງການໂຈມຕີນັ້ນ ແລະວີໂອເອ ບໍ່ສາມາດຢືນຢັນໄດ້ວ່າ ມີການໂຈມຕີທາງອາກາດໃດໆຢູ່ໃນຂົງເຂດດັ່ງກ່າວ.

ເມື່ອຕອນເຊົ້າວັນພະຫັດວານນີ້ ນາຍພົນ ເບີຮານູ ຈູລາ ຂອງເອທິໂອເປຍ ໄດ້ອອກມາປາກົດໂຕໃນໂທລະພາບຂອງທາງການ ຊຶ່ງທ່ານໄດ້ກ່າວວ່າ ພາລະກິດທີ່ໄດ້ດຳເນີນການໂດຍກອງທັບ ຢູ່ໃນເຂດທີເກຣ ຈະແນເປົ້າໝາຍໃສ່ກອງກຳລັງ ຂອງພວກກຸ່ມ TPLF “ຫົວຮຸນແຮງ” ບໍ່ໄດ້ແນໃສ່ພົນລະເຮືອນ.

ທ່ານໄດ້ກ່າວຫາກຸ່ມ TPLF ໃນການຫາເລື້ອງເກາະຜິດສໍາລັບບັນຫາຂັດແຍ້ງ ແລະໄດ້ກ່າວຕື່ມວ່າ ກອງທັບຂອງເອທິໂອເປຍ ແມ່ນໄດ້ຮັບໄຊຊະນະ ທີ່ສະແດງໃຫ້ເຫັນການສູ້ລົບແມ່ນໃກ້ຈະສິ້ນສຸດລົງ ແລະຈະປ້ອງກັນບໍ່ໃຫ້ເກີດສົງຄາມແຜ່ລາມອອກໄປໃນເຂດອື່ນໆຂອງປະເທດ.

ໃນການກ່າວຄຳປາໄສສັ້ນໆຕໍ່ປະເທດຊາດ ໃນວັນພຸດຜ່ານມາ ນາຍົກລັດຖະມົນຕີ ອາບີ ໄດ້ກ່າວເຖິງ “ພວກຜູ້ຍິນຍອມຕາຍຈຳນວນນຶ່ງ” ຈາກການບຸກໂຈມຕີຕໍ່ຖານທັບຂອງກອງທັບແຫ່ງຊາດເມື່ອວັນຈັນ ໃນເມືອງເອກ ເມີເກເລ ແລະໄດ້ປະຕິຍານວ່າ ຈະກຳຈັດ “ພວກກຳລັງຂາຍຊາດ” ທີ່ປະກອບດ້ວຍພວກກຸ່ມ TPLF ຕິດອາວຸດເຕັມອັດຕານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG