ຫຼັງຈາກຫຼາຍວັນທີ່ບໍ່ສາມາດໃຊ້ອິນເຕີແນັດ, ບັນດາຜູ້ໃຊ້ບໍລິການທັງຫຼາຍໃນປະເທດ
ເອທິໂອເປຍ ແມ່ນສາມາດທີ່ຈະກັບຄືນມາໃຊ້ມັນໄດ້ອີກຄັ້ງນຶ່ງ.
ບໍລິສັດ ເອທິໂອ ໂທລະຄົມ, ເຊິ່ງແມ່ນຜູ້ສະໜອງສັນຍານພຽງຜູ້ດຽວຂອງ ເອທິໂອເປຍ,
ກໍສາມາດທີ່ຈະນຳການບໍລິການກັບຄືນມາໃນວັນອັງຄານວານນີ້ ຫຼັງຈາກການມອດ
ເປັນໄລຍະໆ ໄດ້ເຮັດສ່ວນຫຼາຍຂອງຜູ້ໃຊ້ອິນເຕີແນັດ 15 ລ້ານຄົນໃນປະເທດ ບໍ່ສາ
ມາດເຂົ້າຫາເວັບໄຊ້ ຫຼື ສື່ສັງຄົມໃນສັບປະດາທີ່ຜ່ານມາ.
ບໍລິສັດຍັກໃຫຍ່ດ້ານໂທລະຄົມດັ່ງກ່າວ, ເຊິ່ງຍັງເປັນຜູ້ສະໜອງໂທລະສັບມືຖືພຽງ
ແຫ່ງດຽວຂອງປະເທດນັ້ນ, ໄດ້ຮັບຮູ້ການມອດດັ່ງກ່າວ ແລະ ໄດ້ຂໍໂທດສຳລັບຄວາມ
ບໍ່ສະດວກສະບາຍຕໍ່ລູກຄ້າ, ແລະ ຍົກເວັ້ນຄ່າໃຊ້ປະຈຳເດືອນ ພ້ອມກັບຕໍ່ເວລາເພື່ອ
ໃຊ້ລະບົບບັດຕື່ມເງິນ.
ການມອດສັນຍານດັ່ງກ່າວ ຍັງໄດ້ສົ່ງຜົນກະທົບຕໍ່ການໃຊ້ແອັບພລີເຄຊັນ Telegram,
ເຊິ່ງແມ່ນແອັບພລີເຄຊັນສົ່ງຂໍ້ຄວາມທາງອິນເຕີແນັດທີ່ຊາວ ເອທິໂອເປຍ ຫຼາຍຄົນໃຊ້
ຢູ່ໃນໂທລະສັບມືຖືຂອງເຂົາເຈົ້າ.
ກຸ່ມ NetBlocks, ເຊິ່ງແມ່ນກຸ່ມສັງຄົມພົນລະເຮືອນອິດສະຫຼະ ທີ່ຕິດຕາມການປິດອິນ
ເຕີແນັດ ໃນທົ່ວໂລກ, ໄດ້ພົບການມອດຄັ້ງທຳອິດໃນ ເອທິໂອເປຍ ເມື່ອວັນທີ 11 ມິຖຸ
ນາ ແລະ ໄດ້ບັນທຶກການເປີດ ແລະ ປິດເປັນຕອນ ນັບຕັ້ງແຕ່ນັ້ນມາ.
ລັດຖະບານ ແລະ ບໍລິສັດ ເອທິໂອ ໂທລະຄົມ ບໍ່ໄດ້ອອກມາຢືນຢັນວ່າ ເປັນຫຍັງຈຶ່ງ
ເກີດການມອດ, ແຕ່ບາງຄົນໄດ້ຄາດກັນວ່າ ບັນດາເຈົ້າໜ້າທີ່ໄດ້ປິດສັນຍານອິນເຕີ
ແນັດ ເພື່ອປ້ອງກັນພວກນັກຮຽນມັດທະຍົມ ຈາກການລັກກ່າຍຂໍ້ສອບເສັງແຫ່ງຊາດ.