ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ເອທິໂອເປຍ ປະກາດການຢຸດຍິງ ຝ່າຍດຽວໃນພາກພື້ນ ທິເກຣ


ທະຫານລັດຖະບານ ເອທິໂອເປຍ ຂີ່ຫຼັງລົດກະບະຢູ່ຖະໜົນໃກ້ກັບເມືອງ ອາກູລາ, ໃນພາກເໜືອຂອງພາກພື້ນ ທິເກຣ.
ທະຫານລັດຖະບານ ເອທິໂອເປຍ ຂີ່ຫຼັງລົດກະບະຢູ່ຖະໜົນໃກ້ກັບເມືອງ ອາກູລາ, ໃນພາກເໜືອຂອງພາກພື້ນ ທິເກຣ.

ກຸ່ມກະບົດໃນພາກພື້ນ ທິເກຣ ທີ່ຖືກໂຈມຕີຂອງ ເອທິໂອເປຍ ໄດ້ເຕືອນໃນວັນອັງຄານວານນີ້ວ່າ ກອງທະຫານຂອງພວກເຂົາຈະພະຍາຍາມທຳລາຍຄວາມສາມາດຂອງກອງກຳລັງ ເອທິໂອເປຍ ແລະ ເອຣິເທຣຍ, ເຖິງແມ່ນຈະມີການປະກາດຢຸດຍິງຝ່າຍດຽວຂອງລັດຖະບານ ເອທິໂອເປຍ ຢູ່ໃນພາກພື້ນດັ່ງກ່າວນັ້ນກໍຕາມ.

ລັດຖະບານ ເອທິໂອເປຍ ໄດ້ປະກາດຢຸດຍິງໃນສື່ມວນຊົນລັດຖະບານເມື່ອແລງວັນຈັນທີ່ຜ່ານມາ, ໂດຍເວົ້າວ່າມັນຈະມີຜົນໃນທັນທີ.

ການປະກາດດັ່ງກ່າວ ໄດ້ມີຂຶ້ນຫຼັງຈາກຄວາມຂັດແຍ້ງເກືອບ 8 ເດືອນໃນພາກພື້ນທີ່ວ່ານັ້ນ ແລະ ໃນຂະນະທີ່ກອງທະຫານຂອງອະດີດພັກປົກຄອງຂອງພາກພື້ນ ທິເກຣ ໄດ້ເຂົ້າໄປໃນເມືອງເອກ ເມແກລເລ, ຈົນກໍ່ເກີດມີສຽງເຊຍຈາກປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ.

ໂຄສົກສຳລັບກອງກຳລັງ ທິເກຣ ທີ່ກຳລັງຕໍ່ສູ້ ກັບລັດຖະບານ ເອທິໂອເປຍ ໄດ້ເຕືອນໃນວັນອັງ ຄານວານນີ້ໃນການສຳພາດກັບອົງການຂ່າວ ຣອຍເຕີ ວ່າກອງກຳລັງປ້ອງກັນ ທິເກຣ ຈະເຂົ້າໄປໃນພາກພື້ນ ອຳຮາຣາ ຂອງປະເທດ ເອຣິເທຣຍ ທີ່ຢູ່ໃກ້ຄຽງ ແລະ ເອທິໂປເປຍ ເພື່ອໄລ່ຕາມກອງກຳລັງ “ສັດຕູ” ຖ້າມີຄວາມຈຳເປັນ.

ໃນຕອນແລງຂອງວັນອັງຄານວານນີ້, ສະມາຊິກອາວຸໂສຄົນນຶ່ງຂອງລັດຖະບານ ທິເກຣ ໄດ້ກ່າວຕໍ່ໜັງສືພິມ ນິວຢອກ ໄທມສ໌ ວ່າການນຳຂອງ ທິເກຣ ມີຄວາມມຸ່ງໝັ້ນທີ່ຈະ “ສ້າງຄວາມອ່ອນແອ ຫຼື ທຳລາຍ” ຄວາມສາມາດຂອງກອງທັບ ເອທິໂອເປຍ ແລະ ເອຣິເທຣຍ “ບໍ່ວ່າເຂົາເຈົ້າຈະຢູ່ໃສກໍ ຕາມ.”

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ ເນດ ໄພຣສ໌ ໄດ້ອອກຖະແຫຼງການເປັນລາຍລັກອັກສອນສະບັບນຶ່ງໃນແລງວັນອັງຄານວານນີ້ເວົ້າວ່າການຢຸດຍິງ “ອາດເປັນບາດກ້າວໃນແງ່ບວກຖ້າມັນສົ່ງຜົນໃຫ້ມີການປ່ຽນແປງຢູ່ທາງພາກພື້ນດິນ ເພື່ອສິ້ນສຸດຄວາມຂັດແຍ້ງ, ຢຸດຄວາມໂຫດ ຮ້າຍປ່າເຖື່ອນ, ແລະ ອະນຸຍາດໃຫ້ມີການສົ່ງການຊ່ວຍເຫຼືອດ້ານມະນຸດສະທຳຢາງບໍ່ຈຳກັດ.”

ທ່ານ ໄພຣສ໌ ໄດ້ກ່າວວ່າ ສະຫະລັດ ຮຽກຮ້ອງໃຫ້ “ຖອນກອງກຳລັງຂອງ ເອຣິເທຣຍ ທັງໝົດອອກຈາກເຂດແດນຂອງ ເອທິໂອເປຍ ໃນທັນທີ ແລະ ຢືນຢັນໄດ້,” ເຊິ່ງທ່ານໄດ້ກ່າວວ່າແມ່ນບາດກ້າວທີ່ຈຳເປັນສຳລັບ “ການຢຸດຍິງທີ່ມີປະສິດທິຜົນ, ຍືນຍົງ ແລະ ສອດຄ່ອງກັບຄຳໝັ້ນສັນຍາຂອງລັດຖະບານ ເອທິໂອເປຍ ທີ່ຈະເຮັດແນວນັ້ນໃນເດືອນມີນາທີ່ຜ່ານມາ.”

ນັກຂ່າວວີໂອເອໃນເມືອງ ເມແກລເລ ໄດ້ກ່າວວ່າເຂົາເຈົ້າບໍ່ເຫັນທະຫານຂອງ ລັດຖະບານ ຢູ່ໃນເມືອງດັ່ງກ່າວ ນັບຕັ້ງແຕ່ວັນອາທິດເປັນຕົ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG