ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີ​ທິ​ໂອ​ເປຍ ຈັດພິທີ ​ສົ່ງສະການ​ ​ມື້ລາງທ່ານ Meles Zenawi (ວີດີໂອ)


ພິທີສົ່ງສະການ ທ່ານ Meles ອະດີດນາຍົກລັດຖະມົນຕີອີທີໂອເປຍ

ປະມຸກ​ຂອງ​ບັນດາປະ​ເທດອາ​ຟຣິກາກຸ່ມ​ນຶ່ງ ​ໄດ້​ໄປ​ຮ່ວມ​ກັບ​ພວກ​ໄວ້ອາ​ໄລ ຫຼາຍພັນ​ຄົນ ​ໃນ​ພິທີ​ສົ່ງສະການ​ຢ່າງ​ເປັນ​ທາງການ ​ແກ່
ມື້​ລາງທ່ານ Meles Zenawi ຜູ້​ນໍາ​ອີ​ທິ​ໂອ​ເປຍ ມາ​ເປັນ​ເວລາ​
ດົນ​ນານ​ນັ້ນ.

ບັນດາ​ບຸກຄົນ​ສໍາຄັນ ​ໂຮມ​ທັງ ທ່ານ Paul Kagame ປະທານາທິບໍດີ Rwanda ທ່ານ Yoweri Museveni ປະທານາທິບໍດີ​ຢູກັນດາ ​ແລະອະດີດປະທານາທິບໍດີອາ​ຟຣິກາ​ໃຕ້ ທ່ານ Thabo Mbeki ​ແມ່ນ​ຮ່ວມ​ຢູ່​ໃນບັນດາຜູ້​ກ່າວ​ຄໍາ​ປາໄສ ​ໃນ​ພິທີ​ສົ່ງສະການ​ວັນ​ອາທິດ​ມື້​ນີ້ ທີ່​ນະຄອນ ຫຼວງອັດ​ດີ​ສ ອາ​ບາ​ບາ ປະ​ເທດ​ອີ​ທິ​ໂອ​ເປຍ.

ຂະບວນແຫ່ສົບ ມື້ລາງນາຍົກລັດຖະມົນຕີອີທີໂອເປຍ ທ່ານ Meles Zenawi ທີ່ນະຄອນຫລວງ Addis Ababa, ວັນທີ 2 ກັນຍາ 2012.
ຂະບວນແຫ່ສົບ ມື້ລາງນາຍົກລັດຖະມົນຕີອີທີໂອເປຍ ທ່ານ Meles Zenawi ທີ່ນະຄອນຫລວງ Addis Ababa, ວັນທີ 2 ກັນຍາ 2012.
ລັດຖະບານ​ສະຫະລັດ​ກໍໄດ້​ສົ່ງ​ຜູ້ຕາງໜ້າ​ຈໍານວນ​ນຶ່ງ ທີ່​ນໍາ​ໂດຍ​ທ່ານ​ນາງ Susan Rice ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ Meles ​ໄດ້ເສຍ​ຊີວິດ ທີ່​ປະ​ເທດ​ເບ​ລຢ້ຽມ ​ເມື່ອ​ເດືອນ​ຜ່ານ​ມາ ຫຼັງ ຈາກ​ລົ້ມ​ປ່ວຍ​ເປັນ​ເວລາ​ດົນ​ນານ. ທ່ານ Meles ​ໄດ້​ປົກຄອງ​ປະ​ເທດ​ອີ​ທິ ​ໂອ​ເປຍ​ມາ​ໄດ້ຫຼາຍກວ່າ 20 ປີ ຫຼັງຈາກ​ກຸ່ມພັນທະ​ມິດ​ຂອງ​ພວກກະບົດ​ທີ່​ທ່ານ​ເປັນຜູ້​ນໍາພາ ຄື​ແນວ​ໂຮມ​ປະຕິວັດ​ປະຊາ​ທິປະ​ໄຕ​ຂອງ​ປະຊາຊົນ​ອີ​ທິ​ໂອ​ເປຍ ​ເຂົ້າ​ຍຶດອໍານາດ​ໄດ້​ໃນ​ປີ 1991.

ມື້​ລາງນາຍົກລັດຖະມົນຕີ Meles ​ໄດ້​ຮັບ​ຄໍາ​ຍ້ອງຍໍ​ສັນລະ​ເສີນ​ຈາກ​ຕ່າງ ປະ​ເທດ​ ສໍາ​ລັບ​ຜົນງານ​ປັບປຸງ​ເສດຖະກິດ ການ​ສຶກສາ ​ແລະ​ການ​ຮັກສາ ສຸຂະພາບ​ຂອງ​ທ່ານ. ​ແຕ່​ກຸ່ມ​ສິດທິ​ມະນຸດ ​ໄດ້​ຕໍາ​ໜິຕິຕຽນ​ທ່ານ​ຢ່າງ​ຮຸນ​ແຮງ ​ໃນເລຶ່ອງການ​ປາບ​ປາມຫຼາຍໆ​ຢ່າງ ​ໂຮມ​ທັງ​ການວາງ​ຂໍ້​ຈໍາກັດ​ຮັດ​ແຄບ ຕໍ່​ວົງ​ການ​ສື່​ມວນ​ຊົນ​ນັ້ນ​ນໍາ.

ທ່ານ Meles ຈະ​ຖືກ​ນໍາ​ໄປ​ຝັງ​ຢູ່​ທີ່ວັດ Trinity ບໍລິ​ເວນ​ສຸສານ​ດຽວ​ກັນ​ກັບ ຜູ້​ນໍາອີ​ທິ​ໂອ​ເປຍ​ທີ່​ມີ​ຊື່​ສຽງ​ອື່ນໆ​ ​ໂຮ​ມທັງ ອະດີດ​ຈອມ​ຈັກກະພັດ Haile Selassie.

ພາຍ​ໃຕ້​ການ​ບໍລິຫານ​ປະ​ເທດ​ຂອງ​ທ່ານ Melese ນັ້ນ ອີ​ທິ​ໂອ​ເປຍ​ໄດ້ສູ້​ລົບ​ສົງຄາມ​ຊາຍ​ແດນ​ບັ້ນ​ນຶ່ງ​ກັບປະ​ເທດ​ເອຣິ​ເຕຣຍ ​ແລະ​ໄດ້​ສົ່ງ​ທະ​ຫານ ​ໄປ​ໂຊ​ມາ​ເລຍ ​ເພື່ອ​ສູ້​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງ​ອິສລາມ.
XS
SM
MD
LG