ການວິເຄາະເບື້ອງຕົ້ນຈາກຫີບດຳຂອງສາຍການບິນ ເອທິໂອເປຍ ຖ້ຽວບິນ 302 ໄດ້
ສະແດງໃຫ້ເຫັນຄວາມຄ້າຍຄືກັນຢ່າງຈະແຈ້ງ” ໃນການຕົກຂອງເຮືອບິນລຸ້ນດຽວກັນ
ໃນ ອິນໂດເນເຊຍ ເມື່ອປີກາຍນີ້, ອີງຕາມການກ່າວຂອງລັດຖະມົນຕີຂົນສົ່ງຂອງ
ເອທິໂອເປຍ ໃນວັນອາທິດວານນີ້.
ທ່ານ ດາກມາວິດ ໂມເກັສ (Dagmavid Moges), ໄດ້ກ່າວຕໍ່ບັນດານັກຂ່າວວ່າ
ລາຍງານເບື້ອງຕົ້ນ ກ່ຽວກັບ ເຮືອບິນຕົກໃນອາທິດແລ້ວນີ້, ເຊິ່ງໄດ້ເຮັດໃຫ້ 157 ຄົນ
ເສຍຊີວິດນັ້ນ, ຈະຖືກເປີດເຜີຍພາຍໃນ 30 ວັນ.
ແມ່ນກະທັ້ງກ່ອນທີ່ກ່ອງດຳຂອງເຮືອບິນໃນອາທິດແລ້ວນີ້ໄດ້ຖືກພົບເຫັນນັ້ນ, ຫຼາຍ
ຄົນແມ່ນໄດ້ທຽບຄວາມຄ້າຍຄືກັນລະຫວ່າງ ການຕົກຂອງສາຍການບິນ ເອທິໂອເປຍ
ແລະ ສາຍການບິນ ໄລອັອນ ເມື່ອເດືອນຕຸລາທີ່ຜ່ານມາ, ເຊິ່ງທັງສອງລຳແມ່ນເຮືອ
ບິນລຸ້ນ 737 MAX 8 ຂອງບໍລິສັດ ໂບອິ້ງ.
ສະຫະລັດ ແລະ ຫຼາຍກວ່າ 30 ປະເທດອື່ນໆໄດ້ຢຸດຖ້ຽວບິນ 737 MAX 8 ຂອງບໍລິ
ສັດໂບອິ້ງ ໄວ້ ຊົ່ວຄາວ ຫຼັງຈາກໄພພິບັດຂອງສາຍການບິນ ເອທິໂອເປຍ.
ໃນຂະນະດຽວກັນ, ພິທີສົ່ງສະການແມ່ນໄດ້ຈັດຂຶ້ນໃນວັນອາທິດວານນີ້ ສຳລັບຊາວ
ເອທິໂອເປຍ 17 ຄົນທີ່ເສຍຊີວິດໃນອຸບັດຕິເຫດນັ້ນ.
ແນວໃດກໍຕາມ, ໂລງສົບສ່ວນໃຫຍ່ແມ່ນເປົ່າຫວ່າງ, ໃນຂະນະທີ່ຊາກສົບພຽງໜ້ອຍ
ດຽວໄດ້ຖືກພົບຢູ່ສະຖານທີ່ເກີດເຫດນັ້ນ, ແລະ ການລະບຸຕົວສົບຜູ້ເຄາະຮ້າຍອາດ
ໃຊ້ເວລາເຖິງ 6 ເດືອນ, ອີງຕາມການກ່າວຂອງລັດຖະບານ ເອທິໂອເປຍ.
ຄອບຄົວຂອງຜູ້ເຄາະຮ້າຍ ແມ່ນໄດ້ຮັບດິນທີ່ຖືກເຜົາໄໝ້ຈາກສະຖານທີ່ເກີດອຸບັດຕິ
ເຫດ ເພື່ອໄປຝັງ.
ສະມາຊິກຂອງບໍລິສັດສາຍການບິນ ເອທິໂອເປຍ ໄດ້ເຕົ້າໂຮມກັນໃນວັນອາທິດວານ
ນີ້ ທີ່ສະໜາມບິນສາກົນ ໂບເລ ເພື່ອລະນຶກເຖິງຄົນຂັບເຮືອບິນ ແລະ ຈຸບິນຫົກຄົນ ຜູ້
ທີ່ໄດ້ເສຍຊີວິດໃນອຸບັດຕິເຫດດັ່ງກ່າວ.
ຖ້ຽວບິນທີ່ວ່າ ຍັງໄດ້ຂົນສົ່ງພະນັກງານອົງການສະຫະປະຊາຊາດ 21 ຄົນ, ຜູ້ທີ່ໄດ້
ເດີນທາງໄປຮ່ວມກອງປະຊຸມໃຫຍ່ ກ່ຽວກັບ ສິ່ງແວດລ້ອມຂອງອົງການສະຫະປະຊາ
ຊາດໃນນະຄອນຫຼວງ ໄນໂຣບີ ເມື່ອເຮືອບິນດັ່ງກ່າວນັ້ນໄດ້ຕົກ.