ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານຮຽກຮ້ອງ ໃຫ້ມີການເລືອກຕັ້ງໃໝ່ ໃນເອຕີໂອເປຍ


ຜູ້ນຳພັກຝ່າຍຄ້ານໃນເອທິໂອເປຍ ໄດ້ປະຕິເສດບໍ່ຍອມຮັບເອົາຜົນການ
ເລືອກຕັ້ງສະພາແຫ່ງຊາດທີ່ພັກລັດຖະບານໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ
ແລະ ຮຽກຮ້ອງໃຫ້ຈັດການເລືອກຕັ້ງໃໝ່.

ທ່ານ HAILU SHAWL ຜູ້ນຳຂອງພັກສາມັກຄີປະຊາຊົນຊາວເອທິໂອເປຍ
ກ່າວຕໍ່ພວກນັກຂ່າວໃນວັນພຸດມື້ນີ້ວ່າ ການເລືອກຕັ້ງໃນມື້ວັນອາທິດຜ່ານມານີ້
ແມ່ນເຕັມໄປດ້ວຍການຂົ່ມຂູ່ແລະການສໍ້ໂກງຄະແນນສຽງ.

ທັງສະຫະລັດແລະສະຫະພາບຢູໂຣບ ຕ່າງກໍກ່າວວ່າ ເປັນທີ່ປາກົດວ່າການເລືອກ
ຕັ້ງໃນເອທິໂອເປຍ ບໍ່ໄດ້ມາຕະຖານຂອງນາໆຊາດ ກ່ຽວກັບການ ປ່ອນບັດທີ່ເສລີ
ແລະຍຸຕິທຳນັ້ນ.

ຜົນການນັບຄະແນນສຽງລ່າສຸດຂອງຄະນະກຳມະການເລືອກຕັ້ງເອທິໂອເປຍສະແດງ
ໃຫ້ເຫັນວ່າ ພັກລັດຖະບານປະສົມ EPRDF ໄດ້ຊະນະບ່ອນນັ່ງ ຢ່າງນ້ອຍ 499 ບ່ອນ
ໃນສະພາແຫ່ງຊາດຂອງເອທິໂອເປຍ ຄື 93% ຂອງຈຳນວນບ່ອນນັ່ງທັງໝົດ ປຽບໃສ່
ພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດຂອງເອທິໂອເປຍ ຄືພັກ MEDREK ທີ່ໄດ້ຊະນະບ່ອນນັ່ງ
ແຕ່ພຽງບ່ອນດຽວເທົ່ານັ້ນ.

XS
SM
MD
LG