ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ການເລືອກຕັ້ງທີ່ ອິທີໂອເປຍ


ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ໃນ Ethiopia ພາກັນ​ອອກ​ໄປ​ລົງ​ຄະ​ແນນ​ສຽງເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້
ເພື່ອ​ເລືອກ​ເອົາລັດຖະສະພາ​ໃໝ່ ​ເປັນ​ຄັ້ງ​ທຳອິດ​ນັບ​ແຕ່​ການ​ເລືອກ​ຕັ້ງ​ໃນ​ປີ2005 ປະສົບ​ກັບ​ການ
ຂາດ​ຕົກ​ບົກ​ພ່ອງ​ທ່ີ​ຍັງ​ຜົນໃຫ້​ເກີດ​ຄວ່າ​ມວຸ້ນວາຍ​ຂຶ້ນ​ໃນ​ປະ​ເທດ​ນັ້ນ. ປະຊາຊົນ​ທີ່​ມີ​ສິດ​ເລືອກ​ຕັ້ງ​ຈຳ
ນວນ​ຫລາຍ​ກວ່າ 32 ລ້ານ​ຄົນ​ຈະ​ມີໂອກາດ​ເລືອກ​ເອົາ​ສະມາຊິກສະພາ ​547 ທ່ານຂອງ​ຕົນ. ພັກ​ລັດຖະ
ບານ​ທ່ີ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ພາກັນ​ທຳນາຍ​ວ່າ​ພວກ​ຕົນ​ຈະ​ຊະນະ​ການ​ເລືອກ​ຕັ້ງ​ຢ່າງ​ຖ້ວມ​ລົ້ນ​
ໃນ​ອັນ​ທ່ີ​ລັດຖະບານໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້​ວ່າ ຈະ​ເປັນ​ການ​ເລືອກ​ຕັ້ງ​ທ່ີ​ຍຸຕິ​ທຳ​ແລະ​ໂປ່​ງ​ໃສ​ນັ້ນ.
ແຕ່​ພວກ​ພັກ​ການ​ເມືອງ​ຝ່າຍ​ຄ້ານ​ແລະ​ບັນດາ​ກຸ່ມ​ປົກປ້ອງ​ສິດທິ​ມະນຸດກ່າວ​ວ່າ ລັດຖະບານ​ໄດ້​ຂົ່ມຂູ່​
ພວກ​ສມັກ​ຮັບ​ເລືອກ​ຕັ້ງ​ຝ່າຍ​ຄ້ານ​ແລະພວກ​ທ່ີ​ສະໜັບສະໜຸນ​ເຂົາ​ເຈົ້າ.
ນາຍົກລັດຖະມຸນຕີ Meles Zenawi ກ່າວ​ວ່າ ພວກ​ຝ່າຍ​ຄ້ານ​ວາງ​ແຜນການທ່ີ​ຈະ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ
ອັນ​ເປັນ​ການ​ກ່າວ​ຫາ​ທ່ີ​ຝ່າ​ຍຄ້ານ​ປະຕິ​ເສດໄປ​ນັ້ນ.
ບັນດາ​ສະມາຊິກ​ຂອງ​ຄະນະ​ກຳມະການ​ກຳກັບ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດກ່າວ​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າ ປະຊາຊົນອີ​ທີ​ໂອເປຍ
ຈຳນວນ27 ລ້ານ​ຄົນຫລາຍ​ເປັນ​ປວັດ​ການ ຈະ​ພາກັນ​ໄປ​ລົງ​ຄະ​ແນນ​ສຽງ​ໃນ​ການ​ແຂ່ງຂັນ​ຄັ້ງນີ້ ​ແຕ່​ການ​ສຸ່ມ​ຢັ່ງ​ສຽງ​
ປະຊາຊົນ​ຈາກ​ຜູ້​ສື່​ຂ່າວ ວີ​ໂອ​ເອ ຕາມ​ຖະໜົນຫົນທາງ​ສາຍ​ຕ່າງໆ​ໃນ​ນະຄອນຫລວງ Addis Ababa ສະ​ແດງ​ໃຫ້
ເຫັນ​ວ່າ ປະຊາຊົນ​ບໍ່​ສົນ​ໃຈ​ໃນ​ການ​ເລືອກ​ຕັ້ງ ຊຶ່ງ​ຫລາຍ​ຄົນ​ເວົ້າ​ວ່າເຂົາ​ເຈົ້າ​ບໍ່​ໄດ້​ໄປ​ລົງທະບຽນ​ໃນການ​ເລືອກ​ຕັ້ງ​ຄັ້ງ​ນີ້.

XS
SM
MD
LG