ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນ ໂບອິ້ງ 787 ເລີ້ມບິນ ບໍລິການ ຄືນໃໝ່ແລ້ວ


ເຮືອບິນໂບອິ້ງ 787 Dreamliner ຂອງສາຍການບິນເອທິໂອເປຍ ພວມຈະບິນຂຶ້ນ ຈາກສະໜາມບິນນະຄອນ Addis Ababa (27 ເມສາ 2013)
ເຮືອບິນໂບອິ້ງ 787 Dreamliner ຂອງສາຍການບິນເອທິໂອເປຍ ພວມຈະບິນຂຶ້ນ ຈາກສະໜາມບິນນະຄອນ Addis Ababa (27 ເມສາ 2013)
ສາຍການບິນ ເອທິໂອເປຍ ເປັນສາຍການບິນໂດຍສານ ທຳອິດ
ຂອງໂລກທີ່ເລີ້ມນຳໃຊ້ເຮືອບິນໂບອີ້ງ 787 Dreamliner ຄືນໃໝ່ ຫຼັງຈາກໄດ້ມີຄຳສັ່ງ ໃຫ້ເຮືອບິນດັ່ງກ່າວທີ່ມີທັງໝົດ 50 ລຳໃນທົ່ວ
ໂລກຢຸດເຊົາບິນເມື່ອ 3 ເດືອນກ່ອນຍ້ອນມີບັນຫາກ່ຽວກັບໝໍ້ໄຟ.

ເຮືອບິນອາຍພົ່ນໂດຍສານທີ່ກ້າວໜ້າທັນສະໄໝດັ່ງກ່າວ ໄດ້ບິນ
ຂຶ້ນ ຈາກສະໜາມບິນໃນນະຄອນຫລວງ Addis Ababa ໃນວັນ
ເສົາມື້ນີ້ດ້ວຍລະບົບໝໍ້ໄຟໃໝ່ທີ່ອອກແບບປ້ອງກັນບໍ່ໃຫ້ເກີດໄຟ
ໄໝ້.

ອົງການໆບິນພົນລະເຮືອນ ຂອງລັດຖະບານກາງສະຫະລັດ ໄດ້
ໃຫ້ການອະນຸມັດ ການອອກແບບໃໝ່ດັ່ງກ່າວ ໃນອາທິດແລ້ວ ຊຶ່ງແຜ້ວທາງໃຫ້ ເຮືອບິນລຳ ອື່ນໆສາມາດກັບຄືນໄປບິນບໍລິການ ໂດຍໄວເທົ່າທີ່ສາມາດຕິດຕັ້ງລະບົບໝໍ້ໄຟໃໝ່ສຳເລັດ ແລ້ວ.

ລັດຖະມົນຕີກະຊວງຂົນສົ່ງຂອງຍີ່ປຸ່ນ ກໍໄດ້ໃຫ້ການອະນຸມັດຢ່າງເປັນທາງການ ໃນວັນສຸກ
ວານນີ້ ເພື່ອໃຫ້ສາຍການບິນຕ່າງໆ ເລີ້ມນຳໃຊ້ເຮືອບິນໂດຍສານດັ່ງກ່າວຄືນໃໝ່ໄດ້ເວລາ ໃດມີການຕັດຕັ້ງລະບົບໝໍ້ໄຟໃໝ່ແລ້ວ.

ຂະນະດຽວກັນ ໃນການຖະແຫຼງທີ່ກຸງໂຕກຽວ ໃນວັນເສົາມື້ນີ້ ທ່ານ Michael Sinnett ຫົວ ໜ້າວິສະວະກອນຂອງບໍລິສັດໂບອິ້ງ ແລະຫົວໜ້າໂຄງເຮືອບິນ 787 ກ່າວວ່າ ສາເຫດຕົ້ນ ຕໍກ່ຽວກັບບັນຫາຂາດຕົກບົກຜ່ອງຂອງໝໍ້ໄຟບໍ່ໄດ້ມີການພົບເຫັນແຕ່ການຕິດຕັ້ງບ່ອນເກັບ ໝໍ້ໄຟໃໝ່ທີ່ມີການຍົກລະດັບແລ້ວນັ້ນ ຈະເຮັດໃຫ້ເຮືອບິນໂດຍສານເຫລົ່ານີ້ ປອດໄພຈາກ ການເກີດໄຟໄໝ້ ໃນກໍລະນີທີ່ໝໍ້ໄຟລະລາຍນັ້ນ.
XS
SM
MD
LG