ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອທິໂອເປຍ ເນລະເທດ ນັກຂ່າວອັງກິດ ແລະ ຈັບນັກຂຽນຂ່າວ ລົງອິນເຕີແນັດ


ໜັງສືພິມກາດຽນ ລາຍວັນ ທີ່ວາງຂາຍ ໃນຕະຫລາດ ນະຄອນຫຼວງລອນດອນ.
ໜັງສືພິມກາດຽນ ລາຍວັນ ທີ່ວາງຂາຍ ໃນຕະຫລາດ ນະຄອນຫຼວງລອນດອນ.

ເອທິ​ໂອ​ເປຍ ​ໄດ້​ເນລະ​ເທດ​ນັກ​ຂ່າວ​ອັງກິດ ທ່ານ​ວິລລຽມ ​ເດ​ວີ​ສັນ ​ເພ​າະວ່າມີ ບັນ​ຫາ ໃນການອອກໃບອະນຸຍາດ.

ອົງການ​ຂ່າວ​ແຈ້ງ​ວ່າ ທ່ານເດ​ວີສັນ ນັກ​ຂ່າວ​ຂອງໜັງສືພິມກາ​ດຽນ ຜູ້​ທີ່​ກ່ອນ​ໜ້າ​ນັ້ນ
​ໄດ້​ເຮັດ​ວຽກໃຫ້​ແກ່ອົງການຂ່າວ​ບລູມ​ເບີ​ກໄດ້​ຖືກ​ເນລະ​ເທດ​ໃນ​ວັນ​ພຸດທີ່​ຜ່ານ​ມາ
ຫຼັງ​ຈາກ​ໄດ້​ຖືກ​ກັກ​ຂັງ​ເປັນ​ເວລາ​ນຶ່ງ​ມື້ ຢູ່ທີ່​ປ້ອມ​ຕຳຫຼວດ.

ທ່ານເດ​ວີ​ສັນ ປັດຈຸບັນ​ນີ້​ ຢູ່​ນະຄອນ​ລອນ​ດອນ ​ແລະ​ໄດ້​ກ່າວ​ຢູ່​ໜ້າເຟສບຸ​ກວ່າ ​ເອທິ
ໂອ​ເປຍ ​ໄດ້​ປະຕິ​ເສດ​ບໍ່ຍອມອອກໃບອະນຸຍາດໃຫ້ທ່ານ ຫຼັງ​ຈາກ​ທ່ານ​ໄດ້​ຢຸດ​ເຊົາ​ເຮັດ
​ວຽກ​ໃຫ້​ແກ່​ບລູມ​ເບີກ ​ແລະເລີ້​ມ​ເຮັດ​ວຽກ ​ໃຫ້​ແກ່ໜັງສືພິມ​ກາ​ດຽນ. “ການປະຕິບັດຕໍ່
ຂ້າ​ພະ​ເຈົ້ານັ້ນ ສະ​ແດງ​ໃຫ້ເຫັນ​ອີກ​ຄັ້ງ​ນຶ່ງ ເຖິງຄວາມບໍ່​ພໍ​ໃຈຕໍ່ການ​ເປັນ​ນັກ​ຂ່າວ​ອາຊີບ
ແລະ​ຄວາມບໍ່ສາມາດ​ຂອງ​ສະ​ຖາ​ບັນຕ່າງໆຂອງ​ລັດຖະ ບານ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ ​
ເພື່ອ​ປະຕິບັດຕາມລະບຽບຕ່າງໆທີ່ໄດ້ມີການຈັດຕັ້ງໄວ້ ໃນວິທີທີ່ໂປ່ງໃສ​.”

ທ່ານ​ເດ​ວີ​ສັນກ່າວ​ວ່າ ທ່ານ​ບໍ່​ໄດ້​ບອກໃຫ້​ຮູ້​ເຖິງ​ເຫດຜົນ​ທີ່​ສະ​ເພາະ​ເຈາະ​ຈົງວ່າ ​ເປັນ​
ຫຍັງ​ທ່ານ​ຈຶ່ງ​ຖືກ​ເນລະ​ເທດ. ​ແຕ່​ທ່ານ​ກ່າວ​ ຢູ່​ໃນ​ໜ້າ​ເຟສບຸກ ຂອງ​ທ່ານວ່າ “ຂ້າພະ
​ເຈົ້າ​ມີ​ວີ​ຊາ​ນັກ​ທ່ອງ​ທ່ຽວ​ຕັ້ງ​ແຕ່​ວັນ​ທີ 13 ​ເດືອນ​ກຸມພາແລະ​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​
ເມືອງ​ປະກາດ​ວ່າ ຂ້າພະ​ເຈົ້າ​ບໍ່​ແມ່ນ​ນັກ​ທ່ອງ​ທ່ຽວ.”

ລາຍ​ງານຂອງອົງການ​ຂ່າວເອພີ ​ແລະເຈົ້າ​ໜ້າ​ທີ​ເອທິ​ໂອ​ເປຍ​ກ່າວ​ວ່າ ທ່ານ​ເດ​ວີສັນ
​ໄດ້​ຖືກ​ຂັບໄລ່​ອອກ​ຈາກ​ປະ​ເທດ​ເພາະວ່າ ທ່ານ​ບໍ່​ໄດ້​ມີ​ການ​ພົວພັນໃດໆ ກັບ​ສື່​ມວນ
ຊົນ​ຕ່າງປະ​ເທດ.

ທ່ານ​ໂມ​ຮໍາ​ເມັດ ເຊ​ອິດ ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ​ລາວ​ໄດ້ສົ່ງຄຳຮ້ອງຂໍໃບອະນຸຍາດ
ກັບ​ໜັງສືພິມກາ​ດຽນ​. ພວ​ກ​ເຮົາ​ໄດ້​ດູ​ແລລາວ​ຄື​ກັນກັບບັນດາ​ນັກ​ຂ່າວ​ຄົນ​ອື່ນໆ ​ເວລາ​
ລາວເປັນ​ນັກ​ຂ່າວບລູມ​ເບີກ ​ແຕ່ບັດ​ນີ້​ ລາວ​ບໍ່​ມີໃບອະນຸຍາດຂອງສື່​ມວນ​ຊົນ​ໃດໆ ​
ເພາະສະ​ນັ້ນ​ລາວ​ບໍ່​ສາມາດ​ຂຽນ​ລາຍ​ງານ​ຈາກເອທິ​ໂອ​ເປຍ​ໄດ້.”

ນອກນັ້ນແລ້ວ ​ຢູ່​ໃນ​ເອທິ​ໂອ​ເປຍ ນັກ​ຂຽນ​ຂ່າວລົງອິນເຕີແນັດ ທ່ານ​ເຊ​ຢູມ ເທໂຊມ​ໄດ້
​ຖືກ​ກັກ​ຂັງ ອີງຕາມຄະນະ​ກຳມະການ​ປົກປ້ອງພວກ​ນັກ​ຂ່າວ ຫລື CPJ.

ອົງການ CPJ ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ຜູ້​ຂຽນ​ລົງ​ອິນເຕີແນັດທ່ານນີ້ ​ໄດ້​ຖືກ​ຈັບ ​ໃນ​
ວັນ​ພະຫັດ​ທີ່​ຜ່ານ​ມາ ​ໂດຍ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ທີ່​ເຮືອນ​ຂອງ​ລາວ. ບໍ່​ມີການ
ໃຫ້​ເຫດຜົນ​ໃດໆ​ຕໍ່ການ​ຈັບ​ກຸມດັ່ງກ່າວນີ້.

ອ່ານຂ່າວນີ້ເພີ້ມເປັພາສາອັງກິດ

XS
SM
MD
LG