ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານເອທິໂອເປຍ ໄດ້ປະກາດຢຸດຍິງ ແຕ່ຝ່າຍດຽວ ຢູ່ໃນຂົງເຂດທິເກຣ


ຜູ້ໄດ້ຮັບບາດເຈັບຍ້ອນມີການໂຈມທາງອາກາດຕໍ່ບ້ານແຫ່ງນຶ່ງໄດ້ໄປເຖິງໂຮງໝໍ Ayder Referral Hospital ໃນເມືອງເມເກລີ ໃນເຂດທິເກຣ ຢູ່ທາງພາກເໜືອຂອງເອທິໂອເປຍ, ວັນທີ 23 ມິຖຸນາ, 2021
ຜູ້ໄດ້ຮັບບາດເຈັບຍ້ອນມີການໂຈມທາງອາກາດຕໍ່ບ້ານແຫ່ງນຶ່ງໄດ້ໄປເຖິງໂຮງໝໍ Ayder Referral Hospital ໃນເມືອງເມເກລີ ໃນເຂດທິເກຣ ຢູ່ທາງພາກເໜືອຂອງເອທິໂອເປຍ, ວັນທີ 23 ມິຖຸນາ, 2021

ລັດຖະບານຂອງເອທິໂອເປຍໄດ້ປະກາດຢຸດຍິງແຕ່ຝ່າຍດຽວໃນຂົງເຂດທິເກຣ ໃນຂະນະທີ່ອະດີດພັກລັດຖະບານຂົງເຂດນັ້ນ ແລະທະຫານໄດ້ບຸກເຂົ້າໄປໃນເມືອງເມເກລີ (Mekelle), ເມືອງເອກຂອງຂົງເຂດດັ່ງກ່າວ, ເຊິ່ງເປັນການກະຕຸ້ນໃຫ້ມີການຊົມເຊີຍດີໃຈຈາກຜູ້ອາໄສຢູ່ທີ່ນັ້ນ.

ລັດຖະບານເອທິໂອເປຍໄດ້ປະກາດຜ່ານທາງສື່ມວນຊົນຂອງລັດໃນຕອນແລງວັນຈັນວານນີ້ ໂດຍກ່າວວ່າການຢຸດຍິງຈະມີຜົນບັງຄັບໃຊ້ໃນທັນທີ. ມັນໄດ້ມີຂຶ້ນຫລັງຈາກມີຄວາມຂັດແຍ້ງເກືອບຮອດ 8 ເດືອນ ຢູ່ໃນຂົງເຂດດັ່ງກ່າວ.

ນັກຂ່າວວວີໂອເອ (VOA) ໃນເມືອງເມເກລີກ່າວວ່າ ພວກເຂົາເຈົ້າບໍ່ໄດ້ເຫັນທະຫານລັດຖະບານຢູ່ໃນເມືອງດັ່ງກ່າວນັບຕັ້ງແຕ່ວັນອາທິດຜ່ານມາ.

ທະຫານກະບົດຈາກແນວໂຮມປົດປ່ອຍປະຊາຊົນທິເກຣ ຫລື TPLF, ເຊິ່ງເມື່ອກ່ອນ ເຄີຍປົກຄອງຂົງເຂດດັ່ງກ່າວ ໄດ້ປະກາດທາງວິທະຍຸຂອງພັກວ່າ ກຳລັງຂອງພວກເຂົາເຈົ້າ ໄດ້ເຂົ້າໄປໃນເມເກລີ. ລາຍງານຈາກຂົງເຂດນັ້ນກ່າວວ່າພວກຊາວເມືອງພາກັນລົງໄປສະຫຼອງກັນ ຢູ່ຕາມຖະໜົນຫົນທາງ.

"ເມືອງເມເກລີ, ເມືອງເອກຂົງເຂດທິເກຣ, ແມ່ນຢູ່ພາຍໃຕ້ການຄວບຄຸມຂອງພວກເຮົາ," ນັ້ນຄືຄໍາເວົ້າຂອງໂຄສົກຂອງແນວໂຮມ TPLF, ທ່ານເກດຕະຊີວ ເຣດາ (Getachew Reda) ທີ່ກ່າວຕໍ່ອົງການຂ່າວຣອຍເຕີສ ໂດຍຜ່ານທາງໂທລະສັບມືຖືສົ່ງຜ່ານດາວທຽມໃນຄືນວັນຈັນວານນີ້.

ໂຄສົກຂອງນາຍົກລັດຖະມົນຕີເອທິໂອເປຍແລະໂຄສົກຂອງກອງທັບບໍ່ໄດ້ຕອບຮັບໂທລະສັບ ແລະຂໍ້ຄວາມສົ່ງຈາກອົງການຂ່າວຣອຍເຕີສ໌ເພື່ອຂໍຄຳເຫັນເລີຍ.

ອົງການກ່າວເອເອັຟພີຂອງຝຣັ່ງ ລາຍງານວ່າ TPLF ໄດ້ທຳການບຸກໂຈມຕີຄັ້ງໃຫຍ່ ໃນອາທິດແລ້ວນີ້ ແລະກ່າວເຖິງຄໍາເວົ້າ ຂອງເຈົ້າໜ້າທີ່ລັດຖະບານຊົ່ວຄາວໃນວັນຈັນວານນີ້ ທີ່ກ່າວວ່າ ພວກນັກລົບກຳລັງຈະເຂົ້າໄປໃນເມືອງດັ່ງກ່າວ ໃນເວລາທີ່ກອງທັບລັດຖະບານ ໄດ້ຖອຍອອກໄປ.

ຍັງບໍ່ທັນມີການໃຫ້ຄວາມເຫັນໃນທັນທີທັນໃດເທື່ອ ກ່ຽວກັບການຢຸດຍິງຈາກປະ ເທດເພື່ອນບ້ານໃກ້ຄຽງເອຣິເທຣຍ ແລະມັນຍັງບໍ່ຈະແຈ້ງເທື່ອວ່າທະຫານຂອງເອຣິເທຣຍ ຍັງຢູ່ໃນພາກພື້ນນັ້ນຫລືບໍ່. ປະຊາຊົນໃນເຂດທິເກຣໄດ້ກ່າວຫາທະ ຫານເອຣິເທຣຍວ່າ ໄດ້ດໍາເນີນການຢ່າງໂຫດຮ້າຍຢູ່ໃນພາກພື້ນດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG