ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເອທິໂອເປຍ ຮັບເອົາ ຍຸກສະໄໝໃໝ່ ຂອງເສລີພາບ ໃນການລາຍງານຂ່າວນີ້ ຢ່າງລະມັດລະວັງ

ທ່ານ ອາບີ ອາເມດ, ນາຍົກລັດຖະມົນຕີ ຂອງເອທິໂອເປຍ, ກ່າວຖະແຫລງ ໃນລະຫວ່າງ ພິທີມອບລາງວັນ Guillermo Cano ໃນເສລີພາບ ໃນການລາຍງານຂ່າວຂອງໂລກ ໃນນະຄອນຫຼວງ ອາດິສອາບາບາ ຂອງເອທິໂອເປຍ, ວັນທີ 2 ເມສາ 2019.
ທ່ານ ອາບີ ອາເມດ, ນາຍົກລັດຖະມົນຕີ ຂອງເອທິໂອເປຍ, ກ່າວຖະແຫລງ ໃນລະຫວ່າງ ພິທີມອບລາງວັນ Guillermo Cano ໃນເສລີພາບ ໃນການລາຍງານຂ່າວຂອງໂລກ ໃນນະຄອນຫຼວງ ອາດິສອາບາບາ ຂອງເອທິໂອເປຍ, ວັນທີ 2 ເມສາ 2019.

ສາຍສຳພັນ ລະຫວ່າງ ສື່ຂ່າວ ແລະ ປະຊາທິປະໄຕ ແມ່ນເປັນຫົວຂໍ້ຫຼັກ ຂອງການລະ
ລຶກເຖິງ ວັນເສລີພາບແຫ່ງຂ່າວສານຂອງໂລກ ໃນປີນີ້ ໂດຍຈະມີການຈັດງານຕ່າງໆ
ຂຶ້ນ ຫຼາຍກວ່າ 100 ແຫ່ງ ໃນທົ່ວໂລກ.

ການສະເຫຼີມສະຫຼອງທີ່ສຳຄັນ ແມ່ນຈະເກີດຂຶ້ນເປັນຄັ້ງທຳອິດ ຢູ່ໃນນະຄອນຫຼວງ
ອາດິສອາບາບາ ຂອງເອທິໂອເປຍ.

ທ່ານນາງ ບີລລີນ ເຊຢູມ ໂຄສົກຂອງນາຍົກລັດທະມົນຕີ ນິຍົມການປະຕິຮູບ ຂອງ
ເອທິໂອເປຍ ກ່າວວ່າ ປະເທດເຂດອາຟຣິກາຕາເວັນອອກແຫ່ງນີ້ ແມ່ນກຳລັງຮ່າງ
ກົດໝາຍເພື່ອຮັບມືກັບ ການກ່າວຄຳປາໄສ ທີ່ມີຄວາມກຽດຊັງ ແລະການໃຫ້ຂໍ້ມູນ
ທີ່ຜິດໆ.

ທ່ານ ອາບີ ອາເມດ, ນາຍົກລັດຖະມົນຕີຂອງເອທິໂອເປຍ, ແລະ ທ່ານນາງອໍເດຣ ອາຊູເລ, ຜູ້ອຳນວຍການໃຫຍ່ ອົງການ UNESCO, ເຂົ້າຮ່ວມ ພິທີມອບລາງວັນ ພິທີມອບລາງວັນ Guillermo Cano ໃນເສລີພາບ ໃນການລາຍງານຂ່າວຂອງໂລກ ໃນນະຄອນຫຼວງອາດິສອາບາບາ, ວັນທີ 2 ເມສາ 2019.

ເອທິໂອເປຍ ຮູ້ຈັກກັນດີໃນຊື່ສຽງທີ່ໜ້າອັບອາຍ ສຳລັບການຄຸມຂັງພວກນັກຂ່າວ
ຈົນເຖິງມີການຂຶ້ນກຳອຳນາດຂອງ ນາຍົກລັດຖະມົນຕີຄົນໃໝ່ ທ່ານອາບີ ອາເມດ
ໃນເດືອນເມສາ ປີ 2018. ລັດຖະບານຂອງທ່ານ ໄດ້ປ່ອຍໂຕພວກນັກຂ່າວທັງຫຼາຍ
ໃຫ້ເປັນອິດສະລະ.

ອີງຕາມ ຄະນະກຳມະການເພື່ອປົກປ້ອງນັກຂ່າວ ເອທິໂອເປຍ ໃນປັດຈຸບັນນີ້ ບໍ່ໄດ້ມີ
ນັກຂ່າວຢູ່ໃນຄຸກ ແລະສິ່ງພິມສະບັບໃໝ່ ໄດ້ຖືກພິມອອກມາຢ່າງຫຼວງຫຼາຍ ຢູ່ໃນ
ສື່ຕ່າງໆ. ນັບຕັ້ງແຕ່ ທ່ານອາບີ ໄດ້ເຂົ້າກຳອຳນາດ ປະເທດນີ້ ໄດ້ປົດລອກ 260 ເວັບໄຊ
ແລະ ປົດປ່ອຍພວກນັກຂ່າວທັງຫຼາຍ ຜູ້ທີ່ຖືກຫ້າມບໍ່ໃຫ້ກັບຄືນປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG