ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດອຳຮາຣາ ຂອງເອທິໂອເປຍ ຮຽກຮ້ອງຊາວໜຸ່ມ ສູ້ລົບຕ້ານພວກນັກລົບຕິເກຣ ໃນຂະນະທີ່ສົງຄາມຂະຫຍາຍຕົວ


ບັນດາສະມາຊິກກຳລັງພິເສດອຳຮາຣາ ຢືນຍາມຢູ່ຕາມຖະໜົນ ໃນເມືອງຮູເມີຣາ ເອທິໂອເປຍ ເມື່ອວັນທີ 1 ກໍລະກົດ 2021.
ບັນດາສະມາຊິກກຳລັງພິເສດອຳຮາຣາ ຢືນຍາມຢູ່ຕາມຖະໜົນ ໃນເມືອງຮູເມີຣາ ເອທິໂອເປຍ ເມື່ອວັນທີ 1 ກໍລະກົດ 2021.

ລັດອຳຮາຣາ (Amhara) ຂອງເອທິໂອເປຍ ໃນວັນອາທິດວານນີ້ໄດ້ຮຽກຮ້ອງ “ຊາວໜຸ່ມທຸກຄົນ” ຈັບອາວຸດລຸກຂຶ້ນຕ້ານພວກນັກລົບທິເກຣ ທີ່ກຳລັງສູ້ລົບກັບ ທະຫານລັດຖະບານກາງ ແລະກຳລັງທັງໝົດຈາກເກົ້າເຂດອື່ນໆຂອງເອທິໂອ ເປຍ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ການຮຽກຮ້ອງລະດົມກຳລັງເພື່ອລຸກຂຶ້ນຕໍ່ຕ້ານພວກນັກລົບ ຈາກກຸ່ມແນວໂຮມປົດປອ່ຍປະຊາຊົນທິເກຣຫຼື TPLF ຜູ້ທີ່ກອງທັບຂອງລັດອຳຮາຣາ ກ່າວວ່າ ບັດນີ້ໄດ້ໂຈມຕີລັດຂອງຕົນ ຂະຫຍາຍການເຮັດສົງຄາມເປັນເວລາແປດເດືອນ ອອກໄປ ແລະສ້າງຄວາມບໍ່ທຸ່ນທ່ຽງໃຫ້ແກ່ແຫຼມຮອນຂອງອາຟຣິກາ.

ມີການອ້າງຄຳເວົ້າຂອງທ່ານອາເກກເນີຮູ ແທສຊາເກີຣ (Agegnehu Tesha-ger) ຜູ້ນຳຂອງລັດຖະບານຂົງເຂດອຳຮາຣາ ທີ່ກ່າວຕໍ່ອົງການຂ່າວ ຂອງທາງຢູ່ໃນຂົງເຂດວ່າ “ຂ້າພະເຈົ້າຂໍຮຽກຮ້ອງໃຫ້ພວກຊາວໜຸ່ມທັງໝົດ ທະຫານບ້ານ ພວກທີ່ບໍ່ໄດ້ເປັນທະຫານ ຢູ່ໃນຂົງເຂດ ຈົ່ງຕິດອາວຸດສ່ວນໂຕ ເຂົ້າຮ່ວມການ ເຮັດສົງຄາມ ຕໍ່ຕ້ານກຸ່ມ TPLF ນັບແຕ່ມື້ອື່ນນີ້ໄປ.”

ໃນການໂທລະສັບໄປຫາໂຄສົກຂອງກຸ່ມ TPLF ທ່ານເກຕາຈູ ຣີດາ ເພື່ອໃຫ້ຄວາມເຫັນກ່ຽວກັບເລື້ອງນີ້ ແຕ່ກໍບໍ່ໄດ້ຮັບຄຳຕອບ.

ສົງຄາມໄດ້ເກີດຂຶ້ນລະຫວ່າງກອງທັບເອທິໂອເປຍ ແລະກຸ່ມ TPLF ຊຶ່ງໄດ້ປົກ ຄອງທາງພາກເໜືອສຸດ ຂອງເອທິໂອເປຍ ມາແຕ່ເດືອນພະຈິກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG