ນາຍົກລັດຖະມົນຕີເອທິໂອເປຍ ທ່ານອາບີ ອາເໝັດ ໄດ້ເດີນທາງໄປເຖິງນະຄອນຫຼວງປະເທດຊູດານ ໃນວັນສຸກມື້ນີ້ ເພື່ອຊ່ວຍເຈລະຈາໄກ່ເກ່ຍລະຫວ່າງສະພາທະຫານທີ່ປົກຄອງປະເທດ ແລະພວກຜູ້ນຳຂະບວນການປະທ້ວງເພື່ອປະຊາທິປະໄຕ ຫຼັງຈາກການປາບປາມຂອງພວກທະຫານໃນອາທິດນີ້ ທີ່ເຮັດໃຫ້ຫຼາຍກວ່າ 100 ຄົນເສຍຊີວິດໄປນັ້ນ.
ທ່ານອາເໝັດໄດ້ພົບປະກັບພວກນາຍພົນ ທີ່ນະຄອນຫຼວງຄາຣ໌ທູມ ແລະຄາດວ່າ ຈະພົບພໍ້ແບບແຍກກັນ ກັບພວກຜູ້ນຳຂອງກຳລັງໃນການປະກາດເພື່ອອິດສະຫຼະພາບແລະການປ່ຽນແປງ ຊຶ່ງເປັນກຸ່ມແນວໂຮມທາງການເມືອງ ທີ່ຕາງໜ້າໃຫ້ແກ່ພວກປະທ້ວງ ທີ່ໄດ້ຂັບໄລ່ຜູ້ປົກຄອງຜະເດັດການມາເປັນເວລາດົນນານຂອງປະເທດ ທ່ານໂອມາ ອາລ-ບາເຊຍ ອອກຈາກຕຳແໜ່ງໃນເດືອນເມສາ.
ໃນຂະນະດຽວກັນ ສະຫະພາບອາຟຣິກາ ກ່າວວ່າ ຕົນຈະໂຈະການປະກອບສ່ວນຂອງຊູດານ ຢູ່ໃນທຸກກິດຈະກຳຈົນກວ່າຈະມີການສ້າງຕັ້ງລັດຖະບານທີ່ຢູ່ພາຍໃຕ້ການນຳພາຂອງພົນລະເຮືອນ.
ສະພາສັນຕິພາບແລະຄວາມໝັ້ນຄົງຂອງສະຫະພາບອາຟຣິກາ ໄດ້ປະກາດບໍ່ໃຫ້ຊູດານປະກອບສ່ວນເຂົ້າໃນທຸກກິດຈະກຳ ໃນວັນພະຫັດວານນີ້ ຂະນະທີ່ ພວກຜູ້ນຳໃນການປະທ້ວງຢູ່ຊູດານໄດ້ປະຕິເສດບໍ່ຮັບເອົາຂໍ້ສະເໜີຂອງສະພາປົກຄອງທະຫານ ເພື່ອເປີດການເຈລະຈາ ກ່ຽວກັບອະນາຄົດ ທາງດ້ານການເມືອງຂອງປະເທດດັ່ງກ່າວ.
ພວກຜູ້ນຳການປະທ້ວງກ່າວວ່າ ການຮຽກຮ້ອງໃຫ້ເປີດການເຈລະຈາດັ່ງກ່າວແມ່ນບໍ່ຈິງໃຈ ຫລັງຈາກໄດ້ມີການປາບປາມພວກເດີນຂະບວນຢ່າງຮ້າຍແຮງ ທີ່ນະຄອນຫຼວງຄາຣ໌ທູມໃນອາທິດນີ້ ຊຶ່ງພວກທີ່ເຫັນເຫດການໄດ້ຖິ້ມໂທດໃສ່ກຳລັງສະໜັບສະໜຸນຢ່າງວ່ອງໄວນັ້ນ.
ພວກທ່ານໝໍທີ່ເປັນພັນທະມິດກັບກຸ່ມຝ່າຍຄ້ານ ກ່າວວ່າ ຈຳນວນຜູ້ເສຍຊີວິດໃນການປາບປາມດັ່ງກ່າວ ໄດ້ເພີ້ມຂຶ້ນເປັນ 113 ຄົນ ແລະມີຜູ້ບາດເຈັບອີກ500 ກວ່າຄົນໃນການປະທະກັນ.
ສ່ວນກະຊວງສາທາລະນະສຸກຊູດານ ໄດ້ອອກຖະແຫຼງການສະບັບນຶ່ງ ກ່າວວ່າ ຈຳນວນຜູ້ເສຍຊີວິດ ແມ່ນ "ບໍ່ກາຍ 46 ຄົນ."