ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ກຸ່ມປະຊາຊົນ ​ເພື່ອ​ຄວາມ​ຮັບຜິດຊອບ​ ແລະ​ຈັນ​ຍາ​ບັນ ຫຼື CREW ຍື່ນຟ້ອງ ທ່ານ Trump


ໂຮງແຮມນາໆຊາດ Trump ທີ່ 1100 ຖະໜົນ Pennsylvania ນະຄອນ ວໍຊີງຕັນ ວັນທີ 21 ທັນວາ, 2016,

ພຽງ​ແຕ່​ເຂົ້າຮັບ​ຕຳ​ແໜ່​ງ​ໄດ້ 3 ມື້​ເທົ່າ​ນັ້ນ ປະທານາທິບໍດີ​ສະຫະລັດ ທ່ານ Donald
Trump ກໍ​ປະ​ເຊີນໜ້າ​ກັບ​ການ​ທ້າ​ທາຍ​ທາງດ້ານ​ກົດໝາຍ​ເປັນ​ເທື່ອ​ທຳ​ອິດ ຕໍ່​ລັດຖະບານ​ຂອງ​ທ່ານ.

ກຸ່ມປະຊາຊົນ​ເພື່ອ​ຄວາມ​ຮັບຜິດຊອບ​ແລະ​ຈັນ​ຍາ​ບັນ ຫຼື CREW ທີ່​ນະຄອນ​ວໍ​ຊິງ​ຕັນໄດ້​ຍື່ນ​ຟ້ອງ​ ໃນ​ວັນ​ຈັນ​ວານ​ນີ້ ທີ່​ນະຄອນ New York ​ໂດຍ​ກ່າວ​ຫາ​ວ່າ ການ​ເປັນເຈົ້າຂອງ​ຢ່າງ​ກວ້າງຂວາງ​ໃນ​ທຸລະ​ກິດ​ ຂອງປະທານາທິບໍດີຄົນ​ໃໝ່ ​ເຮັ​ດໃຫ້​ທ່ານ​ລະ​ເມີດ​ຕໍ່​ກົດ​ລະບຽບ ​ທີ່​ລີ້ຊ່ອນ ​ຢູ່​ໃນ​ລັດຖະທຳ​ມະນູນສະຫະລັດ.

ທ່ານ Trump ບໍ່​ໄດ້​ໃຫ້​ຄວາມ​ສຳຄັນຢ່າງ​ໄວວາຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ແລະ​ກ່າວ​ເຖິງ​ການຟ້ອງຮ້ອງ​ນີ້​ວ່າ​ ​“ບໍ່​ມີ​ຫຍັງ​ດີ​ເລີຍ.”

ການ​ຟ້ອງ​ຮ້ອງ​ທີ່​ວ່າ​ນີ້ ​ແມ່ນອີງ​ຕາມ ອັນ​ທີ່​ເອີ້ນວ່າ “​ວັກ​ທີ່​ເວົ້າ​ເຖິງ​ເງິນ​ຄ່າ​ຕອບ​ແທນ”
ຂອງ​ລັດຖະທຳ​ມະນູນ ທີ່​ກ່າວ​ວ່າ ອຳນາດ ​ແລະ​ລັດຖະບານ​ຕ່າງປະ​ເທດ ຈະ​ຕ້ອງ​ບໍ່​ຈ່າຍ​ເງິນ​ເປັນ​ງວດ ຫຼືຂອງ​ຂວັນ​ ໃຫ້​ແກ່ປະທາ​ນາ​ທິບໍດີ ​ໂດຍ​ບໍ່​ໄດ້​ຮັບ​ອະນຸມັດ​ຈາກ​ລັດຖະ
ສະພາ.

ອີງ​ຕາມ​ໜັງສືພິມ New York Times ທີ່​ໄດ້​ລາຍ​ງານເທື່ອ​ທຳ​ອິດ ກ່ຽວ​ກັບ​ເລື່ອງ​ນີ້​ໃນ​
ວັນ​ອາທິດ​ຜ່ານ​ມາ​ນີ້ ​ແຈ້ງວ່າ ການ​ຟ້ອງ​ຮ້ອງ​ນີ້ ບໍ່​ໄດ້​ຕ້ອງການ​ຄ່າ​ເສຍ​ຫາຍ​ເປັນເງິນ
ແຕ່​ຮ້ອງ​ຂໍ​ໃຫ້ທາງ​ສານ ​ຍຸຕິ​ປະທານາທິບໍດີ ບໍ່​ໃຫ້​ຮັບ​ເອົາ​ເງິນ​ຈາກອົງ​ກອນຕ່າງປະ​ເທດ.​

ກຸ່ມ CREW ກ່າວ​ວ່າ ຍ້ອນ​ທ່ານ Trump ບໍ່​ຍອມ​ຖອນ​ຕົວອອກ​ຈາກ​ການ​ທຸລະ​ກິດ
ໂດຍ​ທັງ​ໝົດຂອງ​ທ່ານ “ທ່ານ​ຈຶ່ງ​ຍັງ​ຮັບ​ເງິນ​ແລະເປັນ​ທີ່​ນິຍົມ​ຊົມ​ຊອບຈາກ​ລັດຖະບານ​ຕ່າງປະ​ເທດ​ ​ໂດຍ​ຜ່ານ​ການ​ເຊື້ອ​ເຊີນ​ໃຫ້​ໄປ​ເປັນ​ແຂກ ​ແລະປາກົດ​ຕົວ​ໃນ​ງານ​ຕ່າງໆ ​ທີ່ໂຮງ​ແຮມ​ຂອງ​ທ່ານ, ​ໃຫ້​ເຊົ່າຕຶກອາຄານ​ຕ່າງໆຂອງ​ທ່ານ ​ແລະການ​ຕົກລົງ​ທາງ
​ທຸລະ​ກິດອະສັງຫາລິມມະ​ຊັບ​ໃນ​ຕ່າງປະ​ເທດ.”

ຜູ້ອຳນວຍການ​ຂອງ​ກຸ່ມ ທ່ານ Noah Bookbinder ​ໄດ້ກ່າວຢູ່​ໃນ​ຖະ​ແຫຼງການສະບັບນຶ່ງ​ວ່າ “ພວກ​ເຮົາບໍ່​ຕ້ອງການ​ຈະ​ໃຫ້ມາ​ຮອດ​ຂັ້ນ​ນີ້. ມັນ​ເປັນ​ຄວາມ​ຫວັງ​ຂອງ​ພວກເຮົາ
ທີ່​ວ່າ ປະທານາທິບໍດີຈະ​ເອົາ​ບາດກ້າວ​ທີ່​ຈຳ​ເປັນ​ເພື່ອ​ຫຼີກ​ເວັ້ນການລະ​ເມີດ​ລັດຖະທຳ​ມະນູນ.”

ແຕ່​ແນວ​ໃດກໍ​ຕາມ ທ່ານ​ນາງ Sherri Dillon ນຶ່ງ​ໃນທະນາຍຄວາມ​ ຂອງທ່ານ Trump ຢືນຢັດວ່າ ປະທານາທິບໍດີ​ໄດ້​ປະຕິບັດ​ຕາມ​ພັນທະ​ທາງ​ດ້ານ​ຈັນ​ຍາ​ບັນ​ຕ່າງໆ ຂອງ​ທ່ານ
ຕາມ​ໜ້າ​ທີ່​ກຳໜົດ​ໄວ້ ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວເມື່ອ​ຕົ້ນ​ເດືອນ​ນີ້. “ບໍ່​ມີ​ຜູ້​ໃດ ​ເຄີຍໄດ້
​ຄິດ​ໄວ້ ​ໃນຕອນ​ທີ່​ມີ​ການ​ຂຽນລັດຖະທຳ​ມະນູນ​ຂຶ້ນ​ມ​ານັ້ນ ​ໂດຍ​ກ່າວ​ວ່າ ການ​ຈ່າຍຄ່າ​ໂຮງ​ແຮມ​ຂອງ​ທ່ານ​ນັ້ນ ຈະ​ຖືກ​ເອີ້ນ​ວ່າ ເປັນເງິນ​ຄ່າ​ຕອບ​ແທນ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG