ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິ້ງຊອມ ຈັນຍາບັນ ຈະຟ້ອງທ່ານທຣຳ ຕໍ່ສານລັດຖະບານກາງ ສຫລ


ໂຮງແຮມ Trump International ຢູ່ທີ່ 1100 Pennsylvania Avenue NW, ວັນທີ 21 ທັນວາ 2016 ໃນນະຄອນຫຼວງ ວໍຊິງຕັນ.
ໂຮງແຮມ Trump International ຢູ່ທີ່ 1100 Pennsylvania Avenue NW, ວັນທີ 21 ທັນວາ 2016 ໃນນະຄອນຫຼວງ ວໍຊິງຕັນ.

ການດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານດໍໂນລ ທຣຳ ບໍ່ເທົ່າໃດມື້ ແຕ່ກຸ່ມສິ້ງ
ຊອມ ຈັນຍາບັນ ແມ່ນພ້ອມທີ່ຈະຍື່ນຄຳຟ້ອງ ຕໍ່ທ່ານ ສຳລັບຂໍ້ຫາ ການລະເມີດ ວັກນຶ່ງທີ່ເຂົ້າໃຈຍາກ ຂອງລັດຖະທຳມະນູນ.

ກຸ່ມນິຍົມຄວາມກ້າວໜ້າ ພົນລະເມືອງເພື່ອຄວາມຮັບຜິດຊອບ ແລະ ຈັນຍາບັນ ໃນວໍຊິງຕັນ ຫຼື CREW ກ່າວວ່າ ຕົນປະສົງຈະຍື່ນຄຳຟ້ອງໃນວັນຈັນມື້ນີ້ ຕໍ່ສານ ລັດຖະບານກາງ ໃນນະຄອນ Manhattan.

ມາດຕາວ່າດ້ວຍເງິນຄ່າຕອບແທນ ຫ້າມປະເທດມະຫາອຳນາດ ລວມທັງລັດຖະບານ ຈາກການຊຳລະໃຫ້ ຫຼື ໃຫ້ຂອງຂວັນ ຕໍ່ປະທານາທິບໍດີ ໂດຍປາດສະຈາກ ການອະນຸ ຍາດ ຂອງລັດຖະສະພາ.

ອີງຕາມໜັງສືພິມ New York Times ຊຶ່ງໄດ້ລາຍງານເລື່ອງນີ້ກ່ອນໝູ່ ໃນວັນອາທິດ ວານນີ້ ຄຳຟ້ອງຮ້ອງ ແມ່ນບໍ່ໄດ້ຮຽກຮ້ອງຄ່າເສຍຫາຍທາງດ້ານການເງິນເລີຍ ແຕ່ເປັນ ການຂໍຮ້ອງໃຫ້ສານຍຸຕິປະທານາທິບໍດີ ຈາກການຮັບເອົາການຊຳລະເງິນ ຈາກ “ອົງການຂອງປະເທດໃດນຶ່ງ.”

ກຸ່ມ CREW ກ່າວວ່າ ຍ້ອນທ່ານທຣຳ ໄດ້ປະຕິເສດທີ່ຈະແຍກໂຕອອກ ຈາກ ທຸລະກິດຂອງທ່ານໂດຍສິ້ນເຊີງ “ດຽວນີ້ ທ່ານຈຶ່ງຮັບເອົາເງິນ ແລະ ຮັບສິດພິເສດ
ຈາກ ບັນດາລັດຖະບານຕ່າງປະເທດ ໂດຍຜ່ານການຕ້ອນຮັບເປັນແຂກ ເຊີນ ແລະ ງານລ້ຽງຕ່າງໆ ຢູ່ທີ່ໂຮງແຮມທັງຫຼາຍຂອງທ່ານ, ສັນຍາເຊົ່າຕຶກອາຄານຕ່າງໆ
ແລະ ຂໍ້ຕົກລົງໃນດ້ານອະສັງຫາລິມະສັບທີ່ມີຄ່າຕ່າງໆ ຢູ່ຕ່າງປະເທດ.”

ທ່ານນາງ Sherri Dillon ທະນາຍຄວາມຄົນນຶ່ງຂອງທ່ານທຣຳ ໄດ້ກ່າວເມື່ອຕົນ
ເດືອນນີ້ ວ່າ “ບໍ່ມີໃຜ ຈະຄິດວ່າ ໃນເວລາລັດຖະທຳມະນູນ ໄດ້ຖືກຂຽນອອກມາ
ທີ່ວ່າ ການຈ່າຍຄ່າໂຮງແຮມຂອງທ່ານນັ້ນ ກາຍເປັນເລື່ອງເງິນຄ່າຕອບແທນ.”

ຫົວໜ້າອຳນວຍການ ກຸ່ມ CREW ທ່ານ Noah Bookbinder ໄດ້ກ່າວໃນຖະແຫລງ ການສະບັບນຶ່ງ ວ່າ "ພວກເຮົາບໍ່ຢາກໃຫ້ມາເຖິງຈຸດນີ້. ມັນເປັນຄວາມຫວັງຂອງ
ພວກເຮົາ ທີ່ທ່ານປະທານາທິບໍດີ ທຣຳ ຈະເອົາບາດກ້າວທີ່ຈຳເປັນເພື່ອຫລີກລ່ຽງ
ການລະເມີດລັດຖະທຳມະນູນ ກ່ອນທີ່ທ່ານຈະເຂົ້າຮັບໜ້າທີ່."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG