ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີຄວາມເປັນຫ່ວງ ກ່ຽວກັບຈັນຍາບັນ ທີ່ ປ. ທຣໍາ ໃຊ້ທຳນຽບຂາວ ເປັນບ່ອນໂຄສະນາຫາສຽງ


ພວກພະນັກງານກຳລັງກໍ່ສ້າງເວທີ ຢູ່ເດີ່ນຫຍ້າທາງໃຕ້ຂອງທຳນຽບຂາວ ເມື່ອວັນທີ 25 ສິງຫາ 2020.
ພວກພະນັກງານກຳລັງກໍ່ສ້າງເວທີ ຢູ່ເດີ່ນຫຍ້າທາງໃຕ້ຂອງທຳນຽບຂາວ ເມື່ອວັນທີ 25 ສິງຫາ 2020.

ການໃຊ້ທຳນຽບຂາວ ຂອງປະທານາທິບໍດີດໍໂນລ ທຣໍາ ແລະສະຕີໝາຍເລກ ນຶ່ງ ທ່ານນາງເມລາເນຍ ທຣໍາ ເພື່ອຈັດພິທີຕ່າງໆ ທີ່ພົວພັນກັບກອງປະຊຸມ ແຫ່ງຊາດພັກຣີພັບບລິກກັນ ໃນອາທິດນີ້ ບໍ່ຜິດກົດໝາຍ ອີງຕາມບັນດາເຈົ້າ ໜ້າທີ່ລັດຖະບານ.

ສຳລັບຄົນອື່ນໆທີ່ເຮັດວຽກຢູ່ໃນທຳນຽບຂາວ ແລະໃນລັດຖະບານແລ້ວ ເຖິງ ຢ່າງໃດກໍດີ ແມ່ນມີຂີດຈໍາກັດຕ່າງໆທີ່ບໍ່ຄວນຂ້າມ ອີງຕາມກົດໝາຍ Hatch Act ຊຶ່ງເປັນກົດໝາຍຂອງລັດຖະບານກາງ ປີ 1939 ທີ່ຫ້າມບໍ່ໃຫ້ພວກເຈົ້າ ໜ້າທີ່ລັດຖະບານພົວພັນກັບກິດຈະທາງການທາງເມືອງໃດໆ ໃນຂະນະທີ່ຍັງ ຢູ່ໃນໜ້າທີ່ການ.

ມີການກ່າວອ້າງວ່າ ພວກເຈົ້າໜ້າທີ່ລັດຖະບານປະທານາທິບໍດີທຣໍາ ໄດ້ລະເມີດ Hatch Act 13 ເທື່ອ ໂດຍບັນດານັກສືບສວນລັດຖະບານກາງ ຢູ່ທີ່ຫ້ອງການທີ່ປຶກສາພິເສດທາງກົດໝາຍ. ຢ່າງໜ້ອຍ ສິບກວ່າເທື່ອ ທີ່ມີການດໍາເນີນການສືບສວນ ໄດ້ເລີ້ມຂຶ້ນ ອີງຕາມແຫລ່ງຂ່າວຂອງຫ້ອງການບໍລິຫານແລະບັນ ດາກຸ່ມສິ້ງຊອມດ້ານກົດໝາຍ.

ທ່ານນາງສະແຕັບຟານີ ກຣິສແຮມ ຫົວໜ້າທີ່ປຶກສາສະຕີໝາຍເລກນຶ່ງໄດ້ຕອບ ຄຳຖາມຂອງວີໂອເອ ໃນວັນອັງຄານວານນີ້ວ່າ “ທີ່ປຶກສາທາງດ້ານກົດໝາຍທຳ ນຽບຂາວແມ່ນເຄັ່ງຄັດທີ່ສຸດກັບພວກເຮົາ. ເຂົາເຈົ້າໄດ້ສົ່ງສານທາງເພເຈີສ໌ແລະ ອີແມລ ອະທິບາຍວ່າ ມີສິ່ງໃດທີ່ເຮັດໄດ້ ແລະເຮັດບໍ່ໄດ້. ແຕ່ລະຄົນຕ້ອງການ ເຮັດສິ່ງຕ່່າງໆໃນເວລາຂອງເຂົາເຈົ້າເອງ. ທ່ານບໍ່ສາມາດໃຊ້ອຸບປະກອນຂອງ ລັດຖະບານໄດ້ສຳເລັດເຮັດ

ສິ່ງເຫລົ່ານັ້ນທັງໝົດ. ເພາະສະນັ້ນເປັນສິ່ງເຄັ່ງຄັດ ທີ່ສຸດເພື່ອປະຕິບັດຕາມກົດລະບຽບ.”

ສະຕີໝາຍເລກນຶ່ງກຳລັງໃຊ້ສວນດອກກຸຫຼາບທີ່ປັບປຸງໃໝ່ ເພື່ອເປັນບ່ອນຖະ ແຫຼງການສົດຂອງທ່ານນາງ ໃນຕອນແລງ ວັນອັງຄານວານນີ້ ຕໍ່ກອງປະຊຸມ ພັກຣິພັລລິກັນ ເພື່ອສະເໜີແຕ່ງຕັ້ງຢ່າງເປັນທາງການ ໃຫ້ສາມີຂອງທ່ານນາງ ໃນວັນຈັນທີ່ຜ່ານມາ.

ບໍ່ພໍເທົ່າໃດແມັດຫ່າງອອກໄປ ມີໄຟຕ່າງໆ ເຄື່ອງກະຈາຍສຽງ ແລະເວທີ ແລະ ບ່ອນສຳລັບຜູ້ເຂົ້າຮ່ວມ ໄດ້ຕັ້ງຂຶ້ນມາຢູ່ເດີ່ນຫຍ້າທາງດ້ານໃຕ້ຂອງທຳນຽບຂາວ ສໍາລັບຕອນແລງວັນພະຫັດ ເພື່ອຮັບເອົາການສະເໜີ ທີ່ຖະແຫຼງໂດຍປະທານາ ທິບໍດີ. ຫຼັງຈາກຄຳຖະແຫຼງຂອງປະທານາທິບໍດີທຣໍາ ຈະຕິດຕາມດ້ວຍ ການຍິງ ບັ້ງໄຟດອກ ຈາກສະໜາມຫຼວງແຫ່ງຊາດ.

ທ່ານນາງເອຣິກາ ຮໍາຣິກຮອງຫົວໜ້າຫ້ອງກຳກັບນຳ Hatch Act ທີ່ຫ້ອງການ ທີ່ປຶກສາພິເສດ ທາງດ້ານກົດໝາຍ ຂຽນລົງໃນເດືອນນີ້ ໃນການຕອບຄຳຖາມ ເປັນລາຍລັກອັກສອນ ຕໍ່ຄະນະກຳມະການກຳກັບນຳການປະຕິບັດງານຂອງສະ ພາຕໍ່າວ່າ “ປະທານາທິບໍດີ ແລະຮອງປະທານາທິບໍດີ ບໍ່ໄດ້ຖືກຄວບຄຸມຢູ່ພາຍ ໃຕ້ຂໍ້ກຳນົດໃດໆຂອງກົດໝາຍ Hatch Act. ດັ່ງນັ້ນ ກົດໝາຍ Hatch Act ຈຶ່ງບໍ່ໄດ້ຫ້າມບໍ່ໃຫ້ປະທານາທິບໍດີທຣໍາ ຖະແຫຼງຮັບເອົາການສະເໜີຊື່ແຕ່ງຕັ້ງ ຂອງພັກຣີພັບບລິກັນ ຢູ່ເດີ່ນທຳນຽບຂາວ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG