ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ ETA ປະກາດຢຸດຍິງ ທີ່ສະເປນ


ກຸ່ມ ETA ປະກາດຢຸດຍິງທີ່ສະເປນ, ວັນທີ 5 ກັນຍາ
ກຸ່ມ ETA ປະກາດຢຸດຍິງທີ່ສະເປນ, ວັນທີ 5 ກັນຍາ

ກຸ່ມ ETA ​ຂອງ​ພວກຫົວ​ຮຸນ​ແຮງແບ່ງ​ແຍກ​ດິນ​ແດນ Basque ​ ​ໄດ້ປະກາດ​ຢຸດ​ຍິງ ແຕ່​ລັດຖະບານ​ສະ​ເປ​ນກ່າວ​ວ່າ ການ​ປະກາດ​ຢຸດ​ຍິງ​ແຕຝ່າຍ​ດຽວ​ ແມ່ນບໍ່​ເປັນ​ການ​ພຽງພໍ.

ກຸ່ມ​ດັ່ງກ່າວ​ຊຶ່ງ​ໄດ້​ຖືກ​ຖິ້ມ​ໂທດ​ໃສ່​ວ່າ​ ເປັນ​ຜູ້ຮັບຜິດຊອບ​ໃນ​ການ​ເສຍ​ຊີວິດ​ຂອງ​ປະຊາຊົນ​ ຈໍານວນ​ຫລາຍ​ກວ່າ 800 ຄົນ​ໃນລະຫວ່າງ​ການ​ຕໍ່ສູ້​ເພື່ອ​ເຮັດ​ໃຫ້​ຊາວ Basque ​ມີ​ປະ​ເທດເອກະລາດ​ນຶ່ງ​ຕ່າງຫາກ​ນັ້ນ ​ໄດ້​ເປີດ​ເຜີຍວີ​ດີ​ໂອຄໍາ​ປະ ກາດ​ຂອງ​ຕົນ​ໃນ​ວັນ​ອາທິດ​ວານ​ນີ້ ເວົ້າ​ວ່າຕົນ​ຈະ​ຢຸດ​ການ ເຄື່ອນ​ໄຫວ​ໂຈມ​ຕີ​ດ້ວຍ​ອາວຸດ​.

ວີ​ດີ​ໂອດັ່ງກ່າວ​ຖືກ​ນໍາ​ອອກ​ເຜີຍ​ແຜ່​ທາງ Website ຂອງ​ໜັງສືພິມ Gara ທີ່​ເປັນພາສາ Basque ​ແລະມີ​ພາບ​ຂອງ​ພວກ​ຫົວ​ຮຸນ​ແຮງສາມ​ຄົນ​ທີ່​ປິດໜ້າ ຊຶ່ງ​ນຶ່ງ​ໃນ​ພວກ​ກະບົດເຫລົ່າ​ນັ້ນ​ເວົ້າ​ວ່າ ກຸ່ມ ETA ​ໄດ້​ຕັດສິນ​ໃຈ​ມາ​ໄດ້​ຫລາຍ​ເດືອນ​ແລ້ວ​ ທີ່​ຈະ​ວາງ​ອາວຸດເພື່ອ​ໃຫ້​ບັນລຸເປົ້າ​ໝາຍ​ຕ່າງໆ​ຂອງ​ ​ຜ່ານ​ການ​ດໍາ​ເນີນ​ຂັ້ນ​ຕອນ​ປະຊາທິປະ​ໄຕ​ນັ້ນ ​ແຕ່ບໍ່​ໄດ້​ບອກ​ໃຫ້​ຮູ້​ຢ່າງຈະ​ແຈ້ງວ່າ ການ​ຢຸດ​ຍິງ​ນີ້ຈະ​ເປັນ​ການ​ຊົ່ວ ຄາວ​ ຫລື​ວ່າຖາວອນ​.

ລັດຖະບານ​ຂອງ​ນາຍົກລັດຖະມຸນຕີ Jose Luis Zapatero ​ໄດ້​ຕອບ​ສະໜອງ​ຕໍ່​ຄໍາ​ປະ ກາດ​ຂອງ​ພວກ​ກະບົດ​ນີ້ດ້ວຍ​ຄວາມ​ລະ​ແວງສົງ​ໄສ ​ໂດຍກ່າວ​ວ່າ ກຸ່ມ ETA ເຄີຍ​ລະ​ເມີດ ​ການ​ຢຸດ​ຍິງ​ເຊ່ນ​ນີ້​ມາ​ແລ້ວ​.

ທ່ານ Leire Pajin ​ເລຂາທິການ​ຂອງ​ພັກ​ສັງຄົມ​ນິຍົມ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ກ່າວ​ວ່າ ສັງຄົມ​ສະ​ເປ​ນຮຽກຮ້ອງ​ຕ້ອງການ​ໃຫ້​ມີ​ການປົດ​ອາວຸດ​ແລະຍຸບ​ກຸ່ມ​ນີ້ໄປ ​ຢ່າງ​ສິ້ນ​ເຊີງ.

XS
SM
MD
LG