ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ແອັ​ສ​ທົວ​ເນຍ ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່ ທີ່​ຣັດ​ເຊຍ​ຕ້ອງ​ການ​ຕົວ ຍ້ອນ​ຍົກ​ຍ້າຍ​ອະ​ນຸ​ສອນ​ສະ​ຖານ​ສົງ​ຄາມ ສະ​ໄໝ​ສະ​ຫະ​ພາບ​ໂຊ​ຫວຽດ


​ແຟ້ມ - ພວກ​ຄົນ​ງານ​ຍ້າຍ​ລົດ​ຖັງ​ໂຊ​ຫວຽດ T-34 ຊຶ່ງ​ຕັ້​ງ​ໄວ້​ເປັນ​ອະ​ນຸ​ສອນ​ສະ​ຖານ ທີ່​ເມືອງ​​ນາ​ວາ (Narva) ເມື່ອ​ວັນ​ທີ 16 ສິງ​ຫາ 2022. ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ​ຕໍ່​ຢູ​ເຄ​ຣນ ​ມີ​ການ​ກົດ​ດັນ​ໃຫ້​ຍົກ​ຍ້າຍ​ອະ​ນຸ​ສອນ​ສະ​ຖານ​ແຫ່ງ​ສຸດ​ທ້າຍ ທີ່​ຍັງ​ເຫຼືອ​ຢູ່ ຂອງ​ຣັດ​ເຊຍ ໃນ​ຢູ​ໂຣບ.
​ແຟ້ມ - ພວກ​ຄົນ​ງານ​ຍ້າຍ​ລົດ​ຖັງ​ໂຊ​ຫວຽດ T-34 ຊຶ່ງ​ຕັ້​ງ​ໄວ້​ເປັນ​ອະ​ນຸ​ສອນ​ສະ​ຖານ ທີ່​ເມືອງ​​ນາ​ວາ (Narva) ເມື່ອ​ວັນ​ທີ 16 ສິງ​ຫາ 2022. ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ​ຕໍ່​ຢູ​ເຄ​ຣນ ​ມີ​ການ​ກົດ​ດັນ​ໃຫ້​ຍົກ​ຍ້າຍ​ອະ​ນຸ​ສອນ​ສະ​ຖານ​ແຫ່ງ​ສຸດ​ທ້າຍ ທີ່​ຍັງ​ເຫຼືອ​ຢູ່ ຂອງ​ຣັດ​ເຊຍ ໃນ​ຢູ​ໂຣບ.

ຣັດ​ເຊຍ​ໄດ້​ປະ​ກາດ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ນ​ຕີ​ຂອງ​ແອັ​ສ​ທົວ​ເນຍ ທ່ານ​ນາງ​ກາ​ຈາ ຄາ​ລ​ລາ​ສ ແລະເຈົ້າ​ໜ້າ​ທີ່​ຈາກບັນ​ດາປະ​ເທດ​ໃນ​ຢູ​ໂຣບ​ຕາ​ເວັນ​ອອກ​ອື່ນໆ ເປັນ​ບຸກ​ຄົນ ​ທີ່​ທາງ​ການ​ຣັດ​ເຊຍ “ຕ້ອງ​ການ​ຕົວ” ຍ້ອນຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຂົາ​ເຈົ້າ​ ທີ່​ໄດ້​ຍົກ​ຍ້າຍ​ອະ​ນຸ​ສອນ​ສະ​ຖານສົງ​ຄາມ​ຕ່າງໆ​ສະ​ໄໝ​ສະ​ຫະ​ພາບ​ໂຊ​ຫວຽດ ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ນາງ​ຄາ​ລ​ລາ​ສ ແລະ​ເຈົ້າ​ໜ້າ​ທີ່​ອື່ນໆ​ໄດ້​ຖືກ​ກ່າວ​ຫາ​ວ່າ ລະ​ເມີດ​ກົດ​ໝາຍ​ຣັດ​ເຊຍ ໃນ “ການ​ປອມ​ແປງ​ປະ​ຫວັດ​ສາດ” ແລະ “ຟື້ນ​ຟູ​ລັດ​ທິ​ນາ​ຊີ” ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ.

ການ​ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ ​ຕໍ່​ທ່ານ​ນາງ​ຄາ​ລ​ລາ​ສ ແລະ​ບຸກ​ຄົນ​ອື່ນໆ ຜູ້​ທີ່​ໄດ້ “ເອົາ​ມາດ​ຕະ​ການ​ທີ່​ເປັນ​ປໍ​ລະ​ປັກ ຕໍ່​ຄວາມ​ຊົງ​ຈຳ​ທາງ​ດ້ານ​ປະ​ຫວັດ​ສາດ” ແລະ​ປະ​ເທດ​ຣັດ​ເຊຍ ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ ທ່ານດ​ມີ​ທ​ຣີ ເພັ​ສ​ຄອບ ໄດ້​ກ່າວ.

ນີ້​ແມ່ນ​ເປັນ​ເທື່ອ​ທຳ​ອິດ​ ໃນ​ປະ​ຫວັດ​ສາດ ທີ່​ປະ​ມຸກ​ຂອງ​ອີກ​ປະ​ເທດ​ນຶ່ງ ໄດ້​ຖືກ​ຈັດ​ເຂົ້າ​ໄວ້​ຢູ່​ໃນ​ບັນ​ຊີ​ລາຍ​ຊື່ ທີ່​ກະ​ຊວງ​ພາຍ​ໃນ​ຕ້ອງ​ການ​ຕົວ.

“ວັງ​ເຄ​ຣັມ​ລິນ​ຫວັງວ່າ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວຈະ​ຊ່ວຍ​ປິດ​ປາກ​ປິດ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ແລະ​ບຸກ​ຄົນ​ອື່ນໆ​ໄດ້ ແຕ່​ມັນ​ຈະ​ບໍ່” ທ່ານ​ນາງ​ຄາ​ລ​ລາ​ສ​ໄດ້​ຂຽນ​ຕອບ​ໂຕ້​ລົງ​ໃນ​ສື່​ສັງ​ຄົມ X ຊຶ່ງ​ໃນ​ເມື່ອ​ກ່ອນ​ຮູ້​ກັນ​ໃນ​ຊື່​ທວີດ​ເຕີ້. ນອກນັ້ນ ທ່ານ​ນາງ​ຍັງ​ໄດ້​ກ່າວ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ຣັດ​ເຊຍນັ້ນ​ວ່າ ເປັນ “ກົນ​ລະ​ຍຸດ​ທີ່​ຄຸ້ນ​ເຄີຍ​ມາ​ແລ້ວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG