ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເອັ​ສ​ໂຕ​ເນຍ ລົງ​ຄະ​ແນນ​ສຽງ ໃນ​ການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ


ແມ່​ຍິງ​ຄົນ​ນຶ່ງ ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ລາວ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ນະ​ຄອນຫຼວງ ຕາ​ລ​ລິນ, ປະ​ເທດ ເອັ​ສ​ໂຕ​ເນຍ. 24 ກຸ​ມ​ພ​າ, 2019.
ແມ່​ຍິງ​ຄົນ​ນຶ່ງ ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ລາວ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ນະ​ຄອນຫຼວງ ຕາ​ລ​ລິນ, ປະ​ເທດ ເອັ​ສ​ໂຕ​ເນຍ. 24 ກຸ​ມ​ພ​າ, 2019.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ປະ​ເທດ ເອັ​ສ​ໂຕ​ເນຍ ໄດ້​ພາ​ການ​ໄປ​ສະ​ຖານ​ທີ່​ປ່ອນ​ບັດ
ໃນວັນອາທິດມື້ນີ້ ສຳລັບການເລືອກຕັ້ງສະພາແຫ່ງຊາດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ່ານ ຈູ​ຣີ ຣາ​ຕັ​ສ ແລະ ພັກ​ສູນ​ກາງ ທີ່​ມີ​ແນວ​ທາງ​ກາງ​ອຽງ​ຊ້າຍນັ້ນ
ໄດ້ເປັນຜູ້ນຳໜ້າໃນການແຂ່ງຂັນ, ແຕ່ເຂົາເຈົ້າຄາດວ່າຈະປະສົບການແຂ່ງຂັນທີ່ຂ້ອນ
ຂ້າງແຂງແກ່ນຈາກພັກ EKRE ຫົວອະນຸລັກນິຍົມ ເຊິ່ງໄດ້ສັນຍາທີ່ຈະສະ​ໜອງ​ການ
ຊ່ວຍເຫຼືອທາງສັງຄົມ.

ໃນ​ປີ 2007, ປະ​ເທດ ເອັ​ສ​ໂຕ​ເນຍ ໄດ້​ກາຍ​ເປັນ​ນຶ່ງ​ໃນບັນ​ດາ​ປະ​ເທດ​ທຳ​ອິດຂອງ​ໂລກ
ທີ່ໄດ້ຮັບຜົນກະທົບຈາ​ກການໂຈມຕີຂອງສັດຕູຍຸກໃໝ່ ທີ່ນັບຕັ້ງແຕ່ນັ້ນມາ ໄດ້ຖືກຕັ້ງ
ຊື່ວ່າສົງຄາມທາງໄຊເບີ. ການໂຈມຕີແມ່ນມາຈາກປະເທດ ຣັດເຊຍ.

ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ທາງ​ໄຊ​ເບີນັ້ນ, ເອັ​ສ​ໂຕ​ເນຍ, ເຊິ່ງ​ແມ່ນ​ອະ​ດີດ​ສະ​ຫະ​ພາບ​ ໂຊ
ວຽດ, ໄດ້ກາຍເປັນສິ່ງທີ່ຫຼາຍຄົນໄດ້ພິຈາລະນາວ່າ ເປັນປະເທດທີ່ມີຄວາມກ້າວໜ້າ
ທາງເທັກໂນໂລຈີທີ່ສຸດໃນໂລກ.

ກະ​ແຈ​ທີ່​ນຳ​ໄປ​ສູ່​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ແມ່ນ e-Estonia, ເປັນ​ໂຄງ​ການ​ພິ​ເສດ
ທີ່ເຊື່ອມຕໍ່ເຈົ້າໜ້າທີ່ລັດຖະບານກັບປະຊາຊົນໝົດທຸກຄົນ ຜ່ານໂຄງການທີ່ສັບຊ້ອນ
ອີງໃສ່ໂຄງ​ການ “X-Road”, ເປັນໂຄງການນຶ່ງຂອງລັດຖະບານທີ່ຍັງຖືກໃຊ້ໂດຍບັນ
ດາບໍລິສັດເອກະຊົນໃຫຍ່ຫຼາຍບໍລິສັດອີກດ້ວຍ.

ຜ່ານ​ໂຄງ​ການ X-Road ນັ້ນ, ປະ​ຊາ​ຊົນ​ສາ​ມາດ​ເຂົ້າ​ເຖິງກິດ​ຈະ​ກຳ​ຕ່າງໆ​ເຊັ່ນ ປະ
ກັນສຸຂະພາບ, ການທະນາຄານ, ຈ່າຍພາສີ, ການກວດກາ, ແລະ ການສຶກສາຜ່ານ
ເຄືອຂ່າຍຄົມມະນາຄົມ ແລະ ສາຍໄຍແກ້ວ ເຊື່ອມຕໍ່ກັບທົ່ວປະເທດ. ສະມາຊິກສະ
ພານິຕິບັນຍັດສາມາດປະກາດໃຊ້ກົດໝາຍທາງດິຈິຕອລ ຜ່ານໂຄງການທີ່ເອີ້ນວ່າ
e-caninet, ໃນຂະນະທີ່ປະຊາຊົນໃຊ້ໂຄງການ e-voting ເພື່ອເລືອກຕັ້ງ ແລະ ສື່
ສານກັບບັນດານັກການເມືອງ. ແລະ ໄວຟາຍ ກໍມີຢູ່ທຸກບ່ອນໂດຍບໍ່ເສຍຄ່າໃຊ້ຈ່າຍ.

ຕະຫຼອດ​ປະ​ຫວັດ​ສາດ​ສ່ວນ​ໃຫຍ່​ຂອງ​ເຂົາ​ເຈົ້າ​ນັ້ນ, ປະ​ເທດ​ທີ່​ຕັ້ງ​ຢູ່​ເຂດ​ທະ​ເລດ​ ບາ​ລ
ຕິກ ເຊິ່ງມີປະຊາກອນ 1 ລ້ານ 3 ແສນຄົນນັ້ນ ໄດ້ຖືກຄອບງຳ ແລະ ເອົາລັດເອົາປຽບ
ໂດຍປະເທດເພື່ອນບ້ານທີ່ໃຫຍ່ກວ່າ. ແຕ່ຕອນນີ້, ບັນດານັກວິເຄາະເວົ້າວ່າ, ໂຄງ
ການ e-Estonia ໄດ້ຊ່ວຍໃຫ້ປະເທດນັ້ນ ແຊງກາຍອະດີດຂອງເຂົາເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG