ທ່ານ Beji Caid Essebsi ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ
ເປັນປະທານາທິບໍດີຄົນໃໝ່ ຂອງຕູນີເຊຍ ໂດຍກາຍມາເປັນ
ຜູ້ນຳຄົນທຳອິດຂອງປະເທດ ທີ່ໄດ້ຖືກເລືອກເອົາຢ່າງເສລີ
ນັບຕັ້ງແຕ່ ໄດ້ຮັບເອກະລາດ ຈາກຝຣັ່ງໃນປີ 1956 ເປັນຕົ້ນມາ.
ທ່ານ Essebsi ໄດ້ສາບານໂຕເຂົ້າຮັບໜ້າທີ່ ໃນວັນພຸດວານນີ້
ຢູ່ໃນພິທີ ທີ່ຈັດຂຶ້ນຢູ່ສະພາ ບ່ອນທີ່ພັກ Nidaa Tounes ທີ່ບໍ່
ກ່ຽວກັບທາງສາສະໜາ ຂອງທ່ານ ໄດ້ຊະນະບ່ອນນັ່ງ ໃນສະພາ
ຫຼາຍທີ່ສຸດ ໃນການເລືອກຕັ້ງ ເມື່ອເດືອນຕຸລາຜ່ານມາ.
ປະທານາທິບໍດີ ໄວ 88 ປີ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ
ຂັ້ນຊີ້ຂາດ ໃນເດືອນທັນວານີ້ ຊຶ່ງເອົາຊະນະທ່ານ Moncef Marzouki ຜູ້ທີ່ດຳລົງຕຳແໜ່ງ
ຢູ່ນັ້ນ ແລະ ທ່ານຍັງເຄີຍຮັບໜ້າທີ່ເປັນ ປະທານາທິບໍດີຮັກສາການຊົ່ວຄາວ ນັບຕັ້ງແຕ່ປີ
2011 ຫຼັງຈາກມີການຂັບໄລ່ຜູ້ນຳ ເປັນເວລາດົນນານ ຂອງປະເທດ ທ່ານ Zine El-Abidine Ben Ali ອອກຈາກຕຳແໜ່ງ.
ທ່ານ Essebsi ໄດ້ປະຕິຍານວ່າ ຈະດຳເນີນການໄປໜ້າ ພ້ອມ ກັບ ເຕົ້າໂຮມຊາວຕູນີເຊຍ ເຂົ້າກັນ ແລະ ກ່າວວ່າ ທ່ານ ມີຄວາມຫວັງວ່າ ການເລືອກເອົາທ່ານນັ້ນ ເປັນຂີດໝາຍຂອງການເລີ້ມຕົ້ນ ອະນາຄົດໃໝ່ ສຳຫລັບປະເທດຊາດ.
ທ່ານເຄີຍຮັບໜ້າທີ່ ເປັນນາຍົກລັດຖະມົນ ມາກ່ອນ ຢູ່ໃນຄະນະລັດຖະບານຂອງທ່ານ
Ben Ali ແລະ ຍັງເປັນທີ່ປຶກສາ ໃຫ້ແກ່ ທ່ານ Habib Bourguiba ປະທານາທິບໍດີຄົນ
ທຳອິດ ຂອງປະເທດອີກດ້ວຍ.