ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກໂທດ ສຫລ ຄົນນຶ່ງ ທີ່ໄດ້ຫລົບໜີ ຈາກຄຸກ ລັດນິວຢອກ ຖືກຍິງຕາຍ


US Prison Escapee
please wait
Embed

No media source currently available

0:00 0:00:48 0:00

ນັກ​ໂທດ​ຄົນ​ນຶ່ງ ​ທີ່​ໄດ້​ຫລົບໜີ​ຈາກຄຸກ​ລັດນິວຢອກ ​ໄດ້​ຖືກ​ຍິງ​
ຕາຍ​ໂດຍ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ.

ຜູ້​ປົກຄອງ​ລັດນິວຢອກທ່ານ Andrew Cuomo ກ່າວ​ໃນ​ວັນ​
ສຸກ​ວານ​ນີ້​ວ່າ ນັກໂທດທີ່ຖືກ​ຕັດສິນຂ້າ​ຄົນ ທ້າວ Richard
Matt ​ໄດ້​ຖືກ​ຍິງ​ຕາຍ ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫລວດ ຫລັງ​ຈາກ​
ປະຊາຊົນ​ຄົນ​ນຶ່ງແຈ້ງວ່າ ໄດ້​ຍິນ​ສຽງ​ປືນຍິງ​ນັດ​ນຶ່ງ ​ຢູ່​ທີ່ ບ່ອນ
ຈອດ​ລົດ​ນອນ​ປ່າ​ ທີ່​ເມື​ອງMalone ໃນລັດ New York.ທ່ານ

​ກ່າວ​ວ່າ ​ພວກ​ເຈົ້າ​ໜ້າ​ທີ່ພາສີແລະ​ຕຳຫລວດ​ຊາຍ​ແດນໄດ້ຂີ່​
ເຮືອບິນ​ເຮ​ລິ​ຄອບ​ເຕີ ​ໄປຍັງ ບໍລິເວນດັ່ງກ່າວ ​ແລະ​ໄດ້​ກິ່ນ​ໝື້
ປືນ​ຢູ່​ໃກ້ໆ​ນັ້ນ.

ທ່ານ Cuomo ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ບໍ່​ຮູ້​ເທື່ອວ່າ ​ເພື່ອນ​ຂອງນັກໂທດທີ່​ລັກ​ໜີ​ອີກ​
ຄົນ​ນຶ່ງ ທ້າວ David Sweat ຢູ່ ​ຫລືວ່າ​ໄດ້ຢູ່​ ກັບທ້າວ Matt ໃນ ເວລາຜູ້ກ່ຽວຖືກຍິງນັ້ນ.

ທ້າວ Matt ພ້ອມດ້ວຍທ້າວ Sweat ​ໄດ້​ຫລົບ​ໜີ​ຈາກຄຸກ Clinton ​ທາງ​ພາກ​ເໜືອ​ຂອງ
​ລັດນິ​ວຢອ​ກ ​ໃກ້​ກັບ​ຊາຍ​ແດນ Canada ເມື່ອສາມ​ອາທິດ​ກ່ອນ ​ທີ່ກໍ່ ​ໃຫ້​ເກີດ​ມີການ​ຕາມ​
ລ່າ​ຫາ​ໂຕພວກກ່ຽວ​ຢ່າງ​ໃຫຍ່.

​ເຈົ້າ​ໜ້າ​ທີ່​ຕຳຫລວດ ຫລາຍ​ກວ່າ 1,000 ຄົນ​ໄດ້​ທຳ​ການ​ຊອກ​ຄົ້ນ​ຫາ ພວກນັກໂທດ​ທີ່
ຫລົບໜີ​ໄປທັງສອງ.

ທ້າວ Matt ​ແລະ​ທ້າວ Sweat ​ໄດ້ພາກັນ​ແຫກ​ຄຸກອອກ​ຈາກ​ຫ້ອງ​ກັກຂັງ ​ທີ່​ມີ​ການຄຸມ
ຂັງທີ່ໜາ​ແໜ້ນ ​ໂດຍ​ໃຊ້​ເຄື່ອງມື ທີ່​ລັກ​ນຳ​ເຂົ້າ​ໄປກັບ​ຊີ້ນ​ hamburger ທີ່ແຂງເປັນ​ນໍ້າ​
ກ້ອນ.

ພະນັກງານຄຸມ​ຄຸກ​ສອງ​ຄົນ​ໄດ້​ຖືກ​ຈັບ ທີ່​ພົວພັນ​ກັບ​ການ​ຫລົບໜີ. ທ່ານ Gene Palmer
​ແລະ​ນາງ Joyce Mitchelle ​ໄດ້ຖືກ​ກ່າວ​ຫາ​ວ່າ ໃຫ້ການ​ຊ່ວຍ​ເຫຼື​ອ ລັກ​ເອົາ​ເຄື່ອງ​ມື ຮວມ
ທັງໃບເລື່ອຍ ​ແລະ​ເຄື່ອງ​ເຈາະ​ໃຫ້​ແກ່​ສອງ​ຄົນ.

ທ້າວ Matt ອາຍຸ 49 ປີ ​ໄດ້ຮັບໃຊ້ໂທດ 25 ປີ​ ຫາຕະຫລອດ​ຊີວິດຍ້ອນການ​ລັກພາ​ໂຕ
​ແລະສັງຫານອ​ະ​ດີ​ດນາຍ​ຂອງ​ລາວ ໂດຍຕັດຕົນໂຕອອກເປັນຕ່ອນໆ ໃນ​ປີ 1997.

ທ້າວ Sweat ອາຍຸ 35 ປີ ແມ່ນຮັບໃຊ້​ໂທດຕິດ​ຄຸກ​ຕະຫລອດຊີ​ວີ​ດ ໂດຍປາດ​ສະ​ຈາກ​
ການປ່ອຍ​ໂຕກ່ອນກຳນົດໃດໆ ​ໃນຖານ​ຄາດຕ​ກຳ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ໃນ​ລັດ​ນິວຢອກ
​ໃນ​ປີ 2002.

XS
SM
MD
LG