ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ​ ໃນ ຢູ​ເຄ​ຣນ ເຮັດ​ໃຫ້​ວຽກ​ງານ​ການ​ຊ່ວຍ​ເຫຼືອ ​ຢຸດ​ຊະ​ງັກ


ປະ​ຊາ​ຊົນ​ແລ່ນ​ໜີ​ຫາ​ຄວາມ​ປອດ​ໄພ ໃນ​ຂະ​ນະ​ທີ່​ລົດ​ຖືກ​ໄຟ​ໄໝ້ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ທະ​ຫານ ຣັດ​ເຊຍ, ໃຈ​ກາງ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 10 ຕຸ​ລາ 2022.
ປະ​ຊາ​ຊົນ​ແລ່ນ​ໜີ​ຫາ​ຄວາມ​ປອດ​ໄພ ໃນ​ຂະ​ນະ​ທີ່​ລົດ​ຖືກ​ໄຟ​ໄໝ້ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ທະ​ຫານ ຣັດ​ເຊຍ, ໃຈ​ກາງ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 10 ຕຸ​ລາ 2022.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ຊ່ວຍ​ເຫຼືອ​ອື່ນໆ​ໃນ​ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ການ​ຍິງ​ລູກ​ສອນ​ໄຟ​ໃສ່​ເມືອງ​ຕ່າງໆ​ທົ່ວ​ປະ​ເທດໂດຍ ຣັດ​ເຊຍ ໄດ້​ລົບ​ກວນ​ວຽກ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ເຂົາ​ເຈົ້າ​ຢູ່ພາກ​ພື້ນ​ດິນ.

ຣັດ​ເຊຍ ໄດ້​ໂຈມ​ຕີ​ສະ​ຖານ​ທີ່​ຕ່າງໆ​ທົ່ວ​ຢູ​ເຄ​ຣນ, ໂຈມ​ຕີ​ນະ​ຄອນຫຼວງ ກີ​ຢິບ ດ້ວຍ​ລະ​ດັບ​ຄວາມ​ເຄັ່ງ​ຕຶງ​ທີ່ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ນັບ​ຕັ້ງ​ແຕ່ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຍຶດ​ເອົາ​ນະ​ຄອນຫຼວງໃນ​ຕອນ​ຕົ້ນໆ​ຂອງ​ສົງ​ຄາມ​ທີ່​ແກ່​ຍາວ​ມາ​ດົນ​ກວ່າ 7 ເດືອນ​ນັ້ນ.

ມົ​ສ​ກູ ກ່າວ​ວ່າ​ການ​ໂຈມ​ຕີ​ທັງຫຼາຍ​ແມ່ນໄດ້ແນ​ເປົ້າ​ໃສ່​ພະ​ລັງ​ງານ, ກອງ​ບັນ​ຊາ​ການ ແລະ ການ​ຄົມ​ມະ​ນາ​ຄົມ ​ໃນ​ການ​ແກ້​ແຄ້ນ​ສຳ​ລັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ເປັນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ.

ຫ້ອງ​ການ​ມະ​ນຸດ​ສະ​ທຳ ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ລາຍ​ງານ​ສະ​ບັບ​ນຶ່ງວ່າ “ຄື້ນ​ຂອ​ງ​ການ​ໂຈມ​ຕີຫຼາຍ​ຄັ້ງ, ທີ່​ຖືກ​ອ້າງ​ເອົາ​ໂດຍ ຣັດ​ເຊຍ ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ການ​ປະ​ຕິ​ບັດ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ທົ່ວ​ຢູ​ເຄ​ຣນ, ໂດຍ​ສະ​ເພາະ​ຂັດ​ຂວາງ​ການ​ເຄື່ອນ​ໄຫວ​ຂອງ​ພະ​ນັກ​ງານ​ຊ່ວຍ​ເຫຼືອ ແລະ ການ​ຂົນ​ສົ່ງ​ວັດ​ຖຸ​ສຸກ​ເສີນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ, ບ່ອນ​ທີ່​ປະ​ຊາ​ຊົນ​ແມ່ນ​ມີ​ຄວາມ​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ​ຢ່າງ​ແຮງ.”

ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ, ເຊິ່ງ​ມີ​ພະ​ນັກ​ງານ​ປະ​ມານ 700 ຄົນ​ຢູ່ 10 ສະ​ຖານ​ທີ່​ທົ່ວ​ປະ​ເທດ ແລະ ໄດ້​ສົ່ງ​ການ​ຊ່ວຍ​ເຫຼືອ ແລະ ຢາ, ໄດ້​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້​ວ່າ ທີມ​ຂອງ​ເຂົາ​ເຈົ້າ​ໄດ້​ຢຸດ​ການ​ປະ​ຕິ​ບັດ​ງານ. ໂຄ​ສົກ​ອົງ​ການ​ກາ​ແດງ​ຄົນ​ທີ​ສອງ​ຕໍ່​ມາ​ໄດ້​ກ່າວ​ຕື່​ມ​ວ່າ ໃນ​ຂະ​ນະ​ທີ່​ວຽກ​ໃນ​ສະ​ໜາມ​ໄດ້​ຢຸດ​ເປັນ​ການ​ຊົ່ວ​ຄາວ, ພະ​ນັກ​ງານ​ຊ່ວຍ​ເຫຼືອ​ແມ່ນ​ສາ​ມາດ​ທີ່​ຈະ​ສືບ​ຕໍ່​ເຮັດ​ວຽກ​ຢູ່​ໜ້າ​ໂຕະ. “ຕາບ​ໃດ​ທີ່​ມັນ​ປອດ​ໄພ​ທີ່​ຈະ​ເຄື່ອ​ນ​ຍ້າຍ​ເຂົາ​ເຈົ້າ​ກໍ​ຈະ​ປະ​ຕິ​ບັດ​ງານ​ຕໍ່.”

ສະ​ພາ​ອົບ​ພະ​ຍົບ ນໍ​ເວ ຍັງ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຢຸດ​ການ​ປະ​ຕິ​ບັດ​ການ​ຊ່ວຍ​ເຫຼືອ​ຂອງ​ເຂົາ​ເຈົ້າ​ໃນ ຢູ​ເຄ​ຣນ ຈົນ​ກວ່າ​ມັນ​ປອດ​ໄພ​ທີ່​ຈະ​ສືບ​ຕໍ່, ໂດຍ​ກ່າວ​ວ່າ​ການ​ຢຸດ​ຊົ່ວ​ຄາວ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ວຽກ​ງານ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຈັດ​ຕັ້ງ​ສິ່ງ​ຂອງ​ກ່ອນ​ລະ​ດູ​ໜາວ.

ທ່ານ ຢານ ເອ​ເກີ​ແລນ, ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ NRC ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ສາ​ມາດ​ໃຫ້​ການ​ຊ່ວຍ​ເຫຼືອ​ຊຸ​ມ​ຊົນ​ທີ່​ມີ​ຄວາມ​ສ່ຽງ ເວ​ລາ​ທີ່ພະ​ນັກ​ງານຊ່ວຍ​ເຫຼືອ​ຂອງ​ພວກ​ເຮົາ​ແມ່ນ​ກຳ​ລັງຫຼົບ​ລີ້​ຈາກ​ການ​ຖິ້ມ​ລະ​ເບີດ ແລະ ຢ້ານ​ກ່ຽວ​ກັບ​ການ​ໂຈມ​ຕີ​ຊ້ຳ​ຄືນ.”

ຕໍ່​ມາ​ທ່ານ​ໄດ້​ກ່າວ​ຕໍ່​ອົງ​ການ​ຣອຍ​ເຕີ ໃນ​ການ​ສຳ​ພາດ​ວ່າ, “ປະ​ຊາ​ຊົນ​ແມ່ນ​ໃຈ​ແຕກ​ສະຫຼາຍທີ່​ເຂົາ​ເຈົ້າ​ໄດ້​ຢຸກ​ເຮັດ​ວຽກ​ມື້ນີ້. ຫວັງ​ວ່າ​ພວກ​ເຮົາ​ຈະ​ສາ​ມາດ​ເລີ່ມ​ເຮັດ​ວຽກ​ອີກ ແມ່ນ​ກະ​ທັ້ງ​ໃນ​ຕອນ​ເຊົ້າໆ​ຂອງມື້​ອື່ນ.” ທ່ານ​ເວົ້າ​ວ່າ​ທ່ານ​ເປັນ​ຫ່ວງ ກ່ຽກ​ວັບ​ຜົນ​ກະ​ທົບ​ຂອງ​ການ​ລົບ​ກວນ​ຕ່າງໆ​ຕໍ່​ຄົນ​ຊະ​ລາ, ເຊິ່ງຫຼາຍ​ຄົນ​ແມ່ນ​ອ່ອນ​ແອ​ໂພດ​ທີ່​ຈະ​ໄປ​ຊອກ​ຫາ​ບ່ອນ​ລີ້​ໄພ​ຢູ່​ບ່ອນ​ອື່ນ.

ໂຄ​ສົກ​ສຳ​ລັບ​ອົງ​ການ​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ ການ​ປະ​ຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ຕໍ່​ໄປ, ດ້ວຍ​ພະ​ນັກ​ງານ​ໄດ້​ພາ​ການຫຼົບ​ລີ້​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ທາງ​ອາ​ກາດ.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG