ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງທີ່ເພີ້ມຂຶ້ນ ໃນເຮຕີ ນຳໄປສູ່ການຍິງກັນຢ່າງໜັກ ໃນວັນຈັນຜ່ານມາ


ຮູບ​ພາບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ເມັກ​ຊິ​ໂກຖືກເຜີຍ​ແຜ່​ໃນ​ວັນ​ທີ 1 ​ເມສາ 2024, ສະ​ແດງ​ໃຫ້​ເຫັນ​ຊາວ​ເມັກ​ຊິ​ໂກ​ຖືກ​ອົບ​ພະຍົບ​ອອກ​ຈາກ​ສະຖານ​ທີ່​ເຊິ່ງບໍ່ຮູ້ແນ່ນອນ​ໃນ​ເຮ​ຕີ. ເມັກ​ຊິ​ໂກ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ຕົນ​ຍ້ອນ​ສະ​ຖາ​ນະ​ການ​ຄວາມ​ໝັ້ນຄົງທີ່ຮ້າຍ​ແຮງ​ຂຶ້ນ​ໃນ​ປະ​ເທດແຄຣີບຽນ.
ຮູບ​ພາບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ເມັກ​ຊິ​ໂກຖືກເຜີຍ​ແຜ່​ໃນ​ວັນ​ທີ 1 ​ເມສາ 2024, ສະ​ແດງ​ໃຫ້​ເຫັນ​ຊາວ​ເມັກ​ຊິ​ໂກ​ຖືກ​ອົບ​ພະຍົບ​ອອກ​ຈາກ​ສະຖານ​ທີ່​ເຊິ່ງບໍ່ຮູ້ແນ່ນອນ​ໃນ​ເຮ​ຕີ. ເມັກ​ຊິ​ໂກ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ຕົນ​ຍ້ອນ​ສະ​ຖາ​ນະ​ການ​ຄວາມ​ໝັ້ນຄົງທີ່ຮ້າຍ​ແຮງ​ຂຶ້ນ​ໃນ​ປະ​ເທດແຄຣີບຽນ.

ສຽງປືນ​ໄດ້ດັງ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ເມືອງ ພອດ-ໂອ-​ພຣິນ​ສ໌ (Port-au-Prince) ໃກ້​ກັບທຳນຽບປະທານາທິບໍດີ​ແຫ່ງ​ຊາດ ຖືເປັນເຫດການທີ່ຮຸນແຮງຄັ້ງຫຼ້າສຸດ ທີ່ເຮັດໃຫ້ເກີດຄວາມຮຸນແຮງໃນເຮຕີ.

​ໃນຊ່ວງ​ທ້າຍ​ເດືອນ​ກຸມພາທີ່​ຜ່ານ​ມາ, ກຸ່ມ​ປະກອບ​ອາວຸດ​ໄດ້​ທຳ​ການ​ໂຈມ​ຕີ​ແບບ​ປະສານ​ງານ​ເພື່ອ​ຮຽກຮ້ອງ​ໃຫ້​ນາຍົກລັດຖະມົນຕີ ແອຣຽລ ເຮັນຣີ (Ariel Henry) ລາ​ອອກ​ຈາກ​ຕຳ​ແໜ່​ງ. ມາຮອດປະຈຸບັນນີ້, ແມ່ນສາມອາທິດແລ້ວຫລັງຈາກ ທ່ານ ເຮັນຣີ ກ່າວວ່າ ທ່ານຈະລາອອກ ເມື່ອມີການຈັດຕັ້ງສະພາປະທານາທິບໍດີ ໃນຊ່ວງໄລຍະຂ້າມຜ່ານ, ແຕ່ຍັງບໍ່ທັນມີຜູ້ສືບທອດຕໍ່າແໜ່ງເທື່ອ, ເຊິ່ງໄດ້ກະຕຸ້ນໃຫ້ກຸ່ມແກັ່ງອັນຕະພານ ຄູ່ແຂ່ງຕໍ່ສູ້ຍາດແຍ່ງເອົາການຄວບຄຸມພາກສ່ວນຕ່າງໆ ຂອງນະຄອນຫຼວງ ແລະເຂດອ້ອມຂ້າງ.

​ໃນ​ວັນ​ຈັນ​ວານ​ນີ້ ພວກ​ມື​ປືນ​ໄດ້​ເຂົ້າ​ຄວບ​ຄຸມ​ລົດ​ຫຸ້ມ​ເກາະ​ຄັນ​ນຶ່ງ​ ຈາກເຈົ້າໜ້າທີ່ຮັກສາທຳນຽມ. ​ໃນ​ເຂດ​ອື່ນ​ຂອງ​ເມືອງ, ​ໄດ້ມີການ​ພົບ​ເຫັນ​ຜູ້​ເສຍ​ຊີວິດ 4 ຄົນ​ຢູ່​ເຂດ​ຊານ​ເມືອງ Petion-Ville ຂອງເມືອງຫຼວງ. ຄວາມ​ຮຸນ​ແຮງ​ທີ່​ຮ້າຍ​ແຮງ​ຂຶ້ນ ​ຍັງ​ໄດ້​ພາ​ໃຫ້​ມີ​ການ​ໂຈມ​ຕີ​ສະໜາມ​ບິນ ​ແລະ​ທ່າ​ກຳ​ປັ່ນ​ຫຼັກ ເຊິ່ງໄດ້​ກີດຂວາງ​ການ​ເຂົ້າ​ເຖິງ​ສິນຄ້າທີ່​ສຳຄັນ.

ໃນປັດຈຸບັນ, ມີການຮຽກຮ້ອງໃຫ້ມີການປ່ຽນລັດຖະບານຂ້າມຜ່ານ ທີ່ເປັນທາງເລືອກອື່ນ ທີ່ສາມາດຫຼຸດຜ່ອນເຫດການຄວາມບໍ່ສະຫງົບໄດ້.

ທ່ານ ເດັນນິສ ແຮນກິນສ໌ (Dennis Hankins) ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳເຮຕີ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ເດີນທາງ​ໄປ​ເຖິງ​ປະ​ເທດ​ດັ່ງກ່າວ ໃນ​ວັນ​ຈັນ​ວານ​ນີ້. ສະຫະລັດ ​ແລະ​ບັນດາ​ປະ​ເທດ​ອື່ນໆ ກຳລັງ​ພະຍາຍາມ ​ອົບ​ພະຍົບ​ພົນລະ​ເມືອງ​ຂອງ​ຕົນ ​ແລະ​ເສີມ​ຂະຫຍາຍແນວ​ເຂດ​ຊາຍ​ແດນ​ຂອງ​ຕົນ ​ເພື່ອ​ຕ້ານ​ການ​ຫລັ່ງ​ໄຫລ​ເຂົ້າ​ໄປ​ຂອງ​ພວກ​ອົບ​ພະຍົບ ທີ່​ພະຍາຍາມ​ຫລົບ​ໜີ​ຈາກ​ຄວາມ​ຮຸນ​ແຮງ.

ລັດຖະບານ​ເມັກ​ຊິ​ໂກ ​ປະກາດ​ໃນ​ວັນ​ຈັນວານນີ້​ ກ່ຽວກັບ ການ​ຍົກຍ້າຍ​ພົນລະ​ເມືອງ 34 ຄົນຂອງຕົນ ​ອອກ​ຈາກ​ເຮ​ຕີ ດ້ວຍ​ກຳ​ປັ່ນ​ທະຫານ ​ໂດຍ​ກ່າວ​ເຖິງ​ສະພາບ​ຄວາມ​ໝັ້ນຄົງ​ທີ່​ຊຸດ​ໂຊມ​ລົງ​ໃນ​ປະ​ເທດ ແຄຣີບຽນ (Caribbean).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG