ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເປັນຫ່ວງ ພວກສະໜັບສະໜຸນ ທ່ານ Erdogan ປະທະກັບ ພວກປະທ້ວງ


Nine Hurt in Violent Demonstration at Turkish Ambassador's Residence
please wait

No media source currently available

0:00 0:01:23 0:00

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນຈະ​ສະ​ແດງ​
​ຄວາມເປັນ​ຫວ່ງ​ “ໂດຍ​ຄຳ​ເວົ້າ​ທີ່​ແຮງສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້” ຕໍ່​ການ​ປະ​ທະ​ກັນ​ຢ່າງ
ຮຸນ​ແຮງໃນວັນ​ອັງຄານ​ຜ່ານ​ມາ​ ​ຢູ່ວໍ​ຊີງ​ຕັນ ທີ່​ພົວພັນ​ກັບ​ພວກ​ທີ່​ສະໜັບສະໜຸນ
ປະທາ​ນາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan.

​ເຈົ້າໜ້າທີ່ສະຫະລັດ ບາງ​ທ່ານ ​ໄດ້​ຕຳ​ນິຕິ​ຕຽນ​ພວກ​ເຂົາ​ເຈົ້າ​ວ່າ ​ເປັນ​ພວກ​ບຸກລຸກ​ຕໍ່
ຕ້ານ​ພວກ​ປະ​ທ້ວງ​ຢ່າງ​ສັນຕິ​ ໂດຍ​ກ່າວວ່າ ການ​ກະທຳ​ ຂອງ​ພວກ​ເຂົາ​ເຈົ້າ ຢູ່​ນອກ​
ບ້ານ​ພັກ​ຂອງ​ເອກ​ອັກຄະ​ລັດຖະ​ທູດ​ເທີ​ກີແມ່ນ​ລະ​ເມີດ​ກົດໝາຍຄຸ້ມ​ຄອງ​ສິດ​ເສ​ລີ​ພາບ​
ໃນ​ການປາກເວົ້າຂອງ​ອາ​ເມຣິກັນ.

ບັນດາຜູ້ປະທ້ວງທີ່ສະໜັບສະໜຸນ ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ອ່ານຖະແຫຼງການຕໍ່ພວກທີ່ປະທ້ວງຕໍ່ຕ້ານ ທ່ານ Erdogan ທີ່ ວໍຊີງຕັນ ດີຊີ,16 ພຶດສະພາ, 2017.
ບັນດາຜູ້ປະທ້ວງທີ່ສະໜັບສະໜຸນ ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ອ່ານຖະແຫຼງການຕໍ່ພວກທີ່ປະທ້ວງຕໍ່ຕ້ານ ທ່ານ Erdogan ທີ່ ວໍຊີງຕັນ ດີຊີ,16 ພຶດສະພາ, 2017.

“ຄວາມ​ຮຸນ​ແຮງ​ແມ່ນ​ບໍ່ເໝາະ​ສົມ​ຕໍ່​ການ​ໂຕ້​ຕອບ​ສິດ​ເສ​ລິ​ພາບ​ໃນ​ການ​ປາກ​ເວົ້າ ​
ແລະ​ພວກ​ເຮົາສົ່ງ​ເສີມ​ສິດທິ​ຂອງ​ປະຊາຊົນຢູ່ສະຖານ​ທີ່​ໃດໆ​ກໍ​ຕາມ ​ໃນ​ການສະ​ແດງ​
ອ​ອກ ແລະ​ການປະ​ທ້ວງ​ຢ່າງ​ສັນຕິ,”
ນັ້ນຄື​ຄຳ​ເວົ້າຂອງທ່າ​ນນາງ Heather Nauert ​
ໂຄສົກຂອງ​ະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງການສະບັບ​ນຶ່ງ.
ທ່າ​ນນາງ Nauert ຍັງໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ “ພວກ​ເຮົາຍັງ​ໄດ້​ສົ່ງ​ຄວາມ​ເປັນ​ຫ່ວງ​ເປັນໃຍ
ຂອງ​ພວກ​ເຮົາ ​ໄປ​ຍັງ​ລັດຖະບານ​ເທີ​ກີ ​ໃນ​ຄຳ​ເວົ້າ​ທີ່ແຮງທີ່​ສຸດ​.”

Anti-Erdogan Protesters Say They Were Attacked by President's Bodyguards
please wait

No media source currently available

0:00 0:02:03 0:00

ການປະທ້ວງໃກ໊ກັບສະຖານ​ທູດ​ເທີ​ກີ

ຕຳຫຼວດ​ໃນ​ນະຄອນ​ວໍ​ຊີງ​ຕັນ ກ່າ​ວວ່າ ພວກ​ເຂົາ​ເຈົ້າ​ໄດ້​ກວດ​ເບິ່ງ​ລາຍ​ງານ​ທີ່​ວ່າ ​ຊາຍ
​ສອງ​ຄົນ ທີ່ໄດ້​ຖືກ​ຈັບ​ກຸມນັ້ນ ​ແມ່ນ​ສ່ວນ​ນຶ່ງ​ຂອງພວກຜູ້ນຳ​ຄົນຍາມ​ເທີ​ກີ ​ແລະ​ກ່າວ​ຕື່ມ​ວ່າ
ຜູ້​ຕ້ອງສົງ​ໄສ​ອື່ນໆ​ກຳລັງ​ມີ​ການ​ຊອກ​ຫາ​ຕົວ.

ສະຖານ​ທູດ​ເທີ​ກີ ປະຈຳ​ນະຄອນຫຼວງ​ວໍ​ຊີງ​ຕັນ ​ໄດ້​ຖິ້ມ​ໂທດ​ການ​ກໍ່​ຄວາມ​ຮຸນ​ແຮງ​ນີ້​ໃສ່​
ກຸ່ມ​ທີ່​ພົວພັນ​ກັບ​ພັກ​ກຳມະກອນ​ຊາວ​ເຄີ​ດ ຫຼື PKK ​ໂດຍ​ກ່າ​ວວ່າ “ພວກ​ເຂົາໄດ້​ທ້າ​
ທາຍເກາະ​ຜິດຢ່າງ​ຮຸນແຮງ ກັບ ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເທີ​ກີ”
ທີ່ໄປ​ໂຮມ​ຊຸມນຸມ​ຕ້ອນ
ຮັບທ່ານ Erdogan ນັ້ນ.

​ຖະ​ແຫຼ​ງການຂອງ​ທາງສະຖານທູດ​ເທີ​ກີ ກ່າວ​ວ່າ “ຄວາມ​ຮຸນ​ແຮງ​ແລະ​ການ​ບາດ​ເຈັບ ​
ແມ່ນ​ຜົນ​ມາ​ຈາກ​ການ​ປະ​ທ້ວງ​ທີ່ບໍ່​ໄດ້​ຮັບ​ອະນຸຍາດ ​ແລະ​ເກາະ​ຜິດດັ່ງກ່າວ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Turkish Protest Outside Brookings Institution in Washington D.C.
please wait

No media source currently available

0:00 0:01:34 0:00

XS
SM
MD
LG