ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ເອຣິເທຣຍ ເດີນທາງ ໄປຢ້ຽມຢາມ ເອທິໂອເປຍ


ປະທານາທິບໍດີເອຣິເທຣຍ ທ່ານອິສຊາຍອາສ ອັຟເວີກີ ແລະນາຍົກລັດຖະມົນຕີ ເອທິໂອເປຍ ທ່ານອາບີ ອາເມັດ ທີ່ສະໜາມບິນສາກົນອາສມາຣາ ເອຣິເທຣຍ. (9 ກໍລະກົດ 2018)
ປະທານາທິບໍດີເອຣິເທຣຍ ທ່ານອິສຊາຍອາສ ອັຟເວີກີ ແລະນາຍົກລັດຖະມົນຕີ ເອທິໂອເປຍ ທ່ານອາບີ ອາເມັດ ທີ່ສະໜາມບິນສາກົນອາສມາຣາ ເອຣິເທຣຍ. (9 ກໍລະກົດ 2018)

ປະທານາທິບໍດີເອຣິເທຣຍ ໄດ້ເດີນທາງ ໄປເຖິງປະເທດເອທິໂອເປຍ ຊຶ່ງເປັນອີກບາດ
ກ້າວນຶ່ງເພື່ອຍຸຕິການປະເຊີນໜ້າທາງດ້ານທະຫານທີ່ມີມາເປັນເວລາ 20 ປີລະຫວ່າງ
ປະເທດທັງສອງ.

ເປັນທີ່ຄາກັນວ່າ ທ່ານອິສຊາຍອາສ ອັຟເວີກີ ຈະຢູ່ທີ່ປະເທດເອທິໂອເປຍ ເປັນເວລາ
3 ມື້ ເພື່ອເປີດສະຖານທູດເອຣິເທຣຍ ຢູ່ທີ່ນະຄອນຫຼວງອາດິສ ອາບາບາ ຄືນໃໝ່ ໃນ
ວັນຈັນຈະມານີ້ ແລະຈະໄປຢ້ຽມຢາມສວນອຸດສາຫະກຳທີ່ນັ້ນ.

ໃນອາທິດແລ້ວນີ້ ນາຍົກລັດຖະມົນຕີເອທິໂອເປຍ ທ່ານອາບີ ອາເມັດ ໄດ້ໄປຢ້ຽມນະ
ຄອນຫຼວງເອຣິເທຣຍ ບ່ອນທີ່ຜູ້ນຳທັງສອງໄດ້ລົງນາມ ໃນຂໍ້ຕົກລົງເພື່ອເປີດສະຖານ
ທູດຄືນ ສ້າງທ່າກຳປັ່ນ ແລະເລີ້ມຖ້ຽວບິນລະຫວ່າງປະເທດທັງສອງ. ສາຍໂທລະສັບ
ເຊື່ອມຕໍ່ປະເທດທັງສອງ ກໍໄດ້ເປີດຄືນອີກເປັນເທື່ອທຳອິດໃນອາທິດນີ້ ໃນຮອບສອງ
ທົດສະວັດຜ່ານມາ.

ເອຣິເທຣຍ ເຄີຍເປັນແຂວງນຶ່ງຂອງເອທິໂອເປຍ ຊຶ່ງໄດ້ແຍກຕົນເອງອອກເປັນເອກ
ກະລາດໃນປີ 1991 ຫລັງຈາກໄດ້ສູ້ລົບກັນໃນສົງຄາມເພື່ອຄວາມເປັນເອກກະລາດ
ມາ 30 ປີແລະຖືກຮັບຮູ້ໂດຍນາໆຊາດ 2 ປີຕໍ່ມາ. ແຕ່ປະເທດດັ່ງກ່າວກໍບໍ່ເຄີຍແຍກ
ຕົວອອກມາໄດ້ຢ່າງເຕັມທີ່ ຈາກເງົາຂອງການຂັດແຍ້ງ ທີ່ເຄີຍມີມາ ກັບເອທິໂອເປຍ
ແລະປະເທດທັງສອງ ໄດ້ສູ້ລົບສົງຄາມຊາຍແດນມາແຕ່ປີ 1998 ຫາປີ 2000 ຫລັງ
ຈາກສົງຄາມເຢັນ ບັນຫາຂັດແຍ້ງຂອງຕົວແທນ ແລະບາງເທື່ອ ກໍເປັນການຂັດແຍ້ງ
ຢ່າງເປີດເຜີຍ ເປັນເວລາຫຼາຍໆທົດສະວັດ.

ບັນຫາຂັດແຍ້ງ ທີ່ຍັງດຳເນີນຢູ່ຕໍ່ມາ ກັບປະເທດເພື່ອນບ້ານ ທີ່ຖືວ່າຂ້ອນຂ້າງໃຫຍ່
ກວ່າຕົນນັ້ນ ຈຶ່ງເຮັດໃຫ້ການປ້ອງກັນປະເທດຂອງເອຣິເທຣຍ ເປັນຈຸດປະສົງທີ່ສຳ
ຄັນສຸດ. ລັດຖະທຳມະນູນ ຂອງເອຣິເທຣຍ ແມ່ນບໍ່ເຄີຍໄດ້ຮັບການຈັດຕັ້ງປະຕິບັດ
ການເລືອກຕັ້ງກໍບໍ່ເຄີຍມີ ແລະພວກຊາວໜຸ່ມທຸກຄົນຕ້ອງຖືກເກນແບບບັງຄັບເພື່ອ
ຮັບໃຊ້ປະເທດຊາດ ຢ່າງບໍ່ມີກຳນົດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG