ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ອິສຣາ​ແອ​ລ ຍິງ ອົບ​ພະຍົບຊາວ ​ເອຣິ​ເທຣຍ ​ເສຍ​ຊີວິດ ​ຍ້ອນຄວາມ ​ເຂົ້າ​ໃຈ​ຜິດ


ຜູ້​ຊາຍ​ບາດ​ເຈັບ​ຮັບ​ການ​ປິ່ນປົວທີ່ ຄິວ​ລົດ Beersheba, ບ່ອນ​ທີ່​ມີ​ປືນ ປາ​ເລ​ສ​ໄຕ​ນ໌ ​ໄດ້​ອາ​ລະວາ​ດໃຊ້​ມີດ​ແທງ ​ແລະ ຍິງ​ຄົນ. 18 ຕຸລາ, 2015.
ຜູ້​ຊາຍ​ບາດ​ເຈັບ​ຮັບ​ການ​ປິ່ນປົວທີ່ ຄິວ​ລົດ Beersheba, ບ່ອນ​ທີ່​ມີ​ປືນ ປາ​ເລ​ສ​ໄຕ​ນ໌ ​ໄດ້​ອາ​ລະວາ​ດໃຊ້​ມີດ​ແທງ ​ແລະ ຍິງ​ຄົນ. 18 ຕຸລາ, 2015.

ຊາວ​ອົບ​ພະຍົບຈາກ ປະ​ເທດ ​Eritrea ຄົນ​ໜຶ່ງ​ໄດ້ເສຍ​ຊີວິດ​ຫຼັງ​ຈາກ​ຖືກ​ຍິງ​ໂດຍ​ຕຳຫຼວດ ອິສຣາ​ແອ​ລ ລຸນຫຼັງຜູ້​ຊາ​ຍອີກ​ຄົນ​ໜຶ່ງ​ໄດ້ຂ້າ​ທະຫານ ອິສຣາ​ແອ​ລ ​ແລະ ​ເຮັດ​ໃຫ້ປະຊາ​ຊົນ 10 ​ຄົນໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ໃຊ້​ມີ​ດ​ແທງ.

ຕຳຫຼວດກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຄົນ​ໜຶ່ງ​ໄດ້​ຍິງ​ຜູ້​ຊາຍ Eritrea ຫຼັງຈາກ ເຂົ້າໃຈຜິດວ່າລາວ ເປັນຜູ້ໂຈມຕີຄົນທີ 2. ການລາຍງານຂອງສື່ ມວນຊົນກ່າວວ່າ ຊາຍຄົນດັ່ງກ່າວກໍຍັງໄດ້ ຖືກທຸບຕີໂດຍຝູງ ຄົນ ອິສຣາ​ແອ​ລ ຢູ່ໃນສະຖານທີ່ເກີດເຫດນັ້ນ. ໃນວັນ ຈັນມື້ນີ້ເຈົ້າໜ້າ ທີ່ຮັກສາຄວາມປອດໄພ ອິສຣາແອລ ໄດ້ລະບຸຜູ້ຊາຍທີ່ໄດ້ດຳເນີນ ການແທງໃສ່ຜູ້ຊາຍ ອາຣັບ ອິສຣາແອລ ອາຍຸ 21 ປີ ທີ່ບໍ່ເຄີຍມີ ປະຫວັດຫົວຮຸນແຮງມາກ່ອນ.

ຕຳຫຼວດ​ຊາຍ​ແດນ ອິສ​ຣາ​ແອ​ລ ກວດກາ ບັດປະຈຳຕົວ​ຂອງຊາວ ປາ​ເລ​ສ​ໄຕ​ນ໌ ຢູ່​ດ່ານ​ກວດ​ກາ ​ໃນຂະນະ​ທີ່​ພວກ​ເຂົາ​ເຈົ້າເດີນທາງ​ອອກ​ຈາກ​ເມືອງ Issawiyeh ​ໃນ​ນະຄອນຫຼວງ Jerussalem. 18 ຕຸລາ 2015
ຕຳຫຼວດ​ຊາຍ​ແດນ ອິສ​ຣາ​ແອ​ລ ກວດກາ ບັດປະຈຳຕົວ​ຂອງຊາວ ປາ​ເລ​ສ​ໄຕ​ນ໌ ຢູ່​ດ່ານ​ກວດ​ກາ ​ໃນຂະນະ​ທີ່​ພວກ​ເຂົາ​ເຈົ້າເດີນທາງ​ອອກ​ຈາກ​ເມືອງ Issawiyeh ​ໃນ​ນະຄອນຫຼວງ Jerussalem. 18 ຕຸລາ 2015

ການໂຈມຕີທີ່ຄິວລົດເມໃຫຍ່ ໃນເມືອງ Beersheba ແມ່ນເຫດການ ນອງເລືອດທີ່​ສຸດຄັ້ງ ດຽວ ໃນຄວາມຮຸນແຮງທີ່ເກີດຂຶ້ນດົນກວ່າ 2 ສັບປະດາ ຕໍ່ປະຊາຊົນ ອິສຣາແອລ ທີ່ໄດ້ ເຮັດໃຫ້ຄົນ ອິສຣາແອລ 8 ຄົນ ແລະ ຊາວ ປາເລສໄຕນ໌ 41 ຄົນເສຍຊີວິດ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ຮຽກຮ້ອງໃຫ້ຢຸດຄວາມ ຮຸນແຮງ ໃນວັນຈັນມື້ນີ້ ໃນຂະນະທີ່ທ່ານ ກຽມພ້ອມທີ່ຈະພົບປະຕ່າງຫາກໃນສັບປະດານີ້ ກັບນາຍົກລັດຖະມົນຕີ ທ່ານ Benjamin Netanyahu ແລະ ປະທານາທິບໍດີ ປາເລສ ໄຕນ໌ ທ່ານ Mahmoud Abbas.

ທ່ານ Kerry ໄດ້ກ່າວວ່າ “ພວກເຮົາຢາກເຫັນຄວາມສະຫງົບກັບມາ ຄືເກົ່າ ແລະ ພວກ ເຮົາຢາກເຫັນການຢຸດສ້າງຄວາມຮຸນແຮງ, ແລະ ຂ້າພະເຈົ້າຄິດວ່າ ທຸກໆ ຄົນໃນ ອິສຣາ ແອລ ແລະ ຢູ່ໃນພາກພື້ນກໍຢາກ ຈະເຫັນທັງສອງສິ່ງນີ້ເກີດຂຶ້ນ.” ​ເຊັ່ນ​ກັນ.

ທ່ານໄດ້ກ່າວເພີ່ມເຕີມວ່າ ອິສຣາແອລ ມີ “ສິດໃນການກະທຳທຸກໆ ຢ່າງໃນໂລກນີ້” ເພື່ອປົກປ້ອງປະຊາຊົນຂອງຕົນຈາກຄວາມຮຸນແຮງ.

ຄື້ນຂອງການໂຈມຕີໂດຍຊາວ ປາເລສໄຕນ໌ ໄດ້ເລີ່ມຂຶ້ນເມື່ອຂ່າວລືໄດ້ກະຈາຍຜ່ານໄປ ໃນເຂດຂອງຊາວ ປາເລສໄຕນ໌ ວ່າ ອິສຣາແອລ ມີແຜນທີ່ຈະຍຶດເອົາສະຖານທີ່ ສັກສິດໃນ ພາກຕາເວັນອອກຂອງ Jerussalem ເຊິ່ງເປັນສະຖານທີ່ບູຊາສຳລັບຊາວມຸສລິມ ແລະ ຊາວຢິວ.

ຊາວມຸສລິມ ເອີ້ນວ່າ ວັດມຸສລິມ al-Agsa ແລະ ຊາວຢີວ ອ້າງວ່າ ເປັນວັດສັກສິດ.

ທ່ານ Kerry ໄດ້ກ່າວໃນວັນຈັນມື້ນີ້ວ່າ ອິສຣາແອລ ໄດ້ອະທິບາຍ ຢ່າງຈະແຈ້ງຕໍ່ທ່ານວ່າ ພວກເຂົາເຈົ້າບໍ່ໄດ້ມີຄວາມເຈຕະນາ ທີ່ຈະ ປ່ຽນກົດລະບຽບທີ່ມີມາດົນນານກ່ຽວກັບ ຜູ້ໃດ ສາມາດ ຫຼື ບໍ່ສາມາດ ບູຊາສະຖານທີ່ສັກສິດແຫ່ງນີ້.

Israel Palestinians
please wait
Embed

No media source currently available

0:00 0:02:09 0:00

XS
SM
MD
LG