ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ເອຣິເທຣຍ ກັບ ເອທິໂອເປຍ ພົບປະກັນ ເປັນຄັ້ງທຳອິດ ໃນຮອບ 18 ປີ


ນາຍົກລັດຖະມົນຕີ ເອທິໂອເປຍ ທ່ານ ອາບີ ອາເມັດ, ຊ້າຍ, ກັບ ປະທານາທິບໍດີ ເອຣິເທຣຍ ທ່ານ ອີຊາຢາສ ອັຟເວີກີ, ຂວາ.
ນາຍົກລັດຖະມົນຕີ ເອທິໂອເປຍ ທ່ານ ອາບີ ອາເມັດ, ຊ້າຍ, ກັບ ປະທານາທິບໍດີ ເອຣິເທຣຍ ທ່ານ ອີຊາຢາສ ອັຟເວີກີ, ຂວາ.

ບັນດາຜູ້ນຳຂອງປະເທດ ເອຣິເທຣຍ ກັບ ເອທິໂອເປຍ ໄດ້ສວມກອດກັນ ຢູ່ສະໜາມ
ບິນສາກົນ ອາສມາຣາ ໃນວັນອາທິດມື້ນີ້, ລຸນຫຼັງຊ່ວງເວລາແຫ່ງປະຫວັດສາດ ໃນສິ່ງ
ທີ່ເປັນຄວາມແຍ້ງຮຸນແຮງມາຍາວນານທີ່ສຸດຂອງ ອາຟຣິກາ.

ການພົບປະລະຫວ່າງປະທານາທິບໍດີ ເອຣິເທຣຍ ທ່ານ ໄອຊາຢາສ ອາຟເວີກີ ແລະ
ນາຍົກລັດຖະມົນຕີ ເອທິໂອເປຍ ທ່ານ ອາບີ ອາເມັດ ໄດ້ສືບຕໍ່ ຜ່ອນຄາຍຄວາມເຄັ່ງ
ຕຶງຂອງສາຍພົວພັນລົງລະຫວ່າງ ສອງປະເທດ. ກອງປະຊຸມສຸດຍອດໃນນະຄອນຫຼວງ
ອາສມາຣາ ຂອງ ເອຣິເທຣຍ ນັ້ນ, ແມ່ນຄັ້ງທຳອິດ ທີ່ຫົວໜ້າ ລັດຖະບານຂອງປະເທດ
ໄດ້ພົບປະກັນ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ເປັນການສິ້ນສຸດຄວາມຂັດແຍ້ງຮຸນ
ແຮງສອງປີ ລະຫວ່າງປະເທດດັ່ງກ່າວ.

ເອທິໂອເປຍ ໄດ້ປະຕິເສດທີ່ຈະປະຕິບັດຕາມເງື່ອນໄຂຕ່າງໆຂອງຂໍ້ຕົກລົງ ເພື່ອປັກ
ປັນເຂດຊາຍແດນ ຂອງປະເທດດັ່ງກ່າວ ສອງປີຫຼັງຈາກຂໍ້ຕົກລົງກັບລັດຖະບານ
ອາລຈີເຣຍ ໄດ້ຖືກລົງນາມ ແລະ ສືບຕໍ່ຄອບຄອງທີ່ດິນທີ່ສານສາກົນ ໄດ້ມອບໃຫ້
ເອຣິເທຣຍ.

ເຫດການດັ່ງກ່າວນັ້ນ ໄດ້ນຳໄປສູ່ສົງຄາມເຢັນ ລະຫວ່າງປະເທດທີ່ຕັ້ງຢູ່ອາຟຣິກາ ຕາ
ເວັນອອກ ເຊິ່ງແກ່ຍາວມາເກືອບ 20 ປີ, ດ້ວຍຄວາມເສຍຫາຍທີ່ສົ່ງຜົນກະທົບໃສ່ ໂດຍ
ສະເພາະປະເທດ ເອຣິເທຣຍ, ເຊິ່ງແມ່ນປະເທດທີ່ນ້ອຍ ທຽບໃສ່ຂະໜາດຂອງປະເທດ
ເອທິໂອເປຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG