ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫົວໜ້າ ພະແນກ ຍຸຕິທຳ ລັດນິວຢອກ ລາອອກ ຫຼັງຈາກ ໄດ້ຖືກກ່າວຫາ


ຫົວໜ້າພະແນກຍຸຕິທຳຂອງລັດນິວຢອກ ທ່ານເອຣິກ ຊະໄນເດີ້ ຂຶ້ນກ່າວໃນກອງປະຊຸມຖະແຫຼງຂ່າວ ວັນທີ 3 ເມສາ 2018.
ຫົວໜ້າພະແນກຍຸຕິທຳຂອງລັດນິວຢອກ ທ່ານເອຣິກ ຊະໄນເດີ້ ຂຶ້ນກ່າວໃນກອງປະຊຸມຖະແຫຼງຂ່າວ ວັນທີ 3 ເມສາ 2018.

ຫົວໜ້າພະແນກຍຸຕິທຳຂອງລັດນິວຢອກ ໄດ້ລາອອກ ໃນຕອນແລງຂອງວັນຈັນວານນີ້ ຫລັງຈາກແມ່ຍິງ 4 ຄົນ ໄດ້ກ່າວຫາທ່ານວ່າ ໄດ້ໃຊ້ກຳລັງລ່ວງລະເມີດທາງເພດຕໍ່ພວກ
ເຂົາເຈົ້າ.

ທ່ານເອຣິກ ຊະໄນເດີ້ ທີ່ສັງກັດພັກເດໂມແຄຣັດ ໄດ້ເຂົ້າຮັບຕຳແໜ່ງ ນັບແຕ່ປີ​ 2010
ເປັນຕົ້ນມາ ແລະຍັງໄດ້ລົງສະໝັກແຂ່ງຂັນເພື່ອເຂົ້າຮັບຕຳແໜ່ງຕື່ມອີກ.

ວາລະສານນິວຢອກເກີ້ ໄດ້ພິມເຜີຍແຜ່ລາຍງານບົດນຶ່ງໃນວັນຈັນວານນີ້ ພ້ອມກັບ
ເລື້ອງ ຂອງພວກແມ່ຍິງ 4 ຄົນ ທີ່ກ່າວຫາທ່ານຊະໄນເດີ້ວ່າ ໄດ້ໃຊ້ກຳລັງ ແບບຮຸນແຮງ
ບັງຄັບໃຫ້ພວກເຂົາເຈົ້າມີເພດສຳພັນແບບບໍ່ສົມຍອມກັບຜູ້ກ່ຽວ.

ທ່ານຊະໄນເດີ້ໄດ້ອອກຖະແຫຼງການຫຼາຍສະບັບ ປະຕິເສດວ່າ ທ່ານບໍ່ໄດ້ໃຊ້ກຳລັງ
ຫລືເຂົ້າຮ່ວມໃນການມີເພດສຳພັນ ແບບບໍ່ສົມຍອມໃດໆ. ການປະກາດລາອອກ
ຂອງທ່ານກ່າວວ່າການກ່າວຫາເຫຼົ່ານີ້ຈະຂັດຂວາງບໍ່ໃຫ້ທ່ານເຮັດວຽກຢູ່ທີ່ຫ້ອງການ
ຂອງທ່ານໄດ້.

ທ່ານແມ່ນຜູ້ສະໜັບສະໜຸນຢ່າງແຂງຂັນຕໍ່ຂະບວນການ #MeToo ຕໍ່ຕ້ານການລວນ
ລາມແລະການຮາວີທາງເພດ ຮວມທັງການຍື່ນຟ້ອງຕໍ່ທ່ານຮາເວ ວາຍສະໄຕນ໌ ນຶ່ງໃນບຸກຄົນສຳຄັນ ທີ່ຢູ່ໃນວົງການໆເມືອງ ບັນເທີງແລະທຸລະກິດທີ່ຖືກກ່າວຫາວ່າ ລວນລາມທາງເພດຕໍ່ພວກແມ່ຍິງນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

NY Attorney General
please wait
Embed

No media source currently available

0:00 0:00:44 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG