ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ-ຊີເຣຍ ດຳເນີນ ການໂຈມຕີ ທາງອາກາດ ໃສ່ພວກຕໍ່ຕ້ານ ລັດຖະບານ ໃນແຂວງ ອິດລິບ


ສະມາຊິກປ້ອງກັນພົນລະເຮືອນ ຂີເຣຍ ທຳການກວດຄົ້ນ
ຢູ່ໃກ້ລົດ ແລະ ສິ່ງຂອງສ່ວນຕົວທີ່ຖືກໄຟໄໝ້ຢູ່ເມືອງ ຮາສ (Hass) ຫຼັງຈາກການໂຈມຕີທາງອາກາດໃນພາກໃຕ້ຂອງ
ແຂວງ ອິດລິບ. 8 ກັນຍາ 2018.
ສະມາຊິກປ້ອງກັນພົນລະເຮືອນ ຂີເຣຍ ທຳການກວດຄົ້ນ ຢູ່ໃກ້ລົດ ແລະ ສິ່ງຂອງສ່ວນຕົວທີ່ຖືກໄຟໄໝ້ຢູ່ເມືອງ ຮາສ (Hass) ຫຼັງຈາກການໂຈມຕີທາງອາກາດໃນພາກໃຕ້ຂອງ ແຂວງ ອິດລິບ. 8 ກັນຍາ 2018.

ຣັດເຊຍ ກັບ ຊີເຣຍ ໄດ້ເປີດການໂຈມຕີທາງອາກາດ ໃສ່ຖານທີ່ໝັ້ນຂອງພວກຕໍ່ຕ້ານ
ລັດຖະບານ ຊີເຣຍ ໃນແຂວງ ອິດລິບ ເມື່ອວັນເສົາວານນີ້, ສັງຫານພົນລະເຮືອນຢ່າງ
ໜ້ອຍ 4 ຄົນ ໃນສິ່ງທີ່ກຸ່ມສິ້ງຊອມສົງຄາມກ່າວວ່າ ເປັນການໂຈມຕີ ທີ່ເຄັ່ງຕຶງທີ່ສຸດ
ໃນຮອບນຶ່ງເດືອນ.

ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ກ່າວວ່າ ເຮືອບິນໄດ້ທຳການໂຈມຕີປະມານ 60 ຄັ້ງ
ພາຍໃນບໍ່ເຖິງ 3 ຊົ່ວໂມງ ໃນຂົງເຂດພາກໃຕ້ຂອງຖານທີ່ໝັ້ນ ທີ່ມີຄົນອາໄສຢູ່ໜາ
ແໜ້ນ.

ຫົວໜ້າອົງການສິ້ງຊອມດັ່ງກ່າວ ທ່ານ ຣາມີ ອັບແດລ ຣາມັນ (Rami Abdel
Rahman) ກ່າວວ່າ ສະຖານທີ່ຂອງພວກ ຈີຮາດ ແລະ ພວກຕໍ່ຕ້ານລັດຖະບານບາງ
ແຫ່ງ ແມ່ນໄດ້ຖືກໃຊ້ປະຕິບັດການ ໃນເວລາທີ່ການໂຈມຕີໄດ້ເກີດຂຶ້ນ. ທ່ານ ຣາມັນ
ກ່າວວ່າ ການໂຈມຕີທັງ ຫຼາຍ ແມ່ນ “ຮຸນແຮງທີ່ສຸດ” ນັບຕັ້ງແຕ່ການລະດົມຍິງ ເມື່ອ
ວັນທີ 10 ສິງຫາທີ່ຜ່ານມາ ທີ່ໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດຢ່າງໜ້ອຍ 53 ຄົນ,
ລວມທັງເດັກນ້ອຍ, ໃນແຂວງ ອິດລິບ ແລະ ໃນແຂວງ ອາເລັບໂປ ທີ່ຕັ້ງຢູ່ໃກ້ຄຽງ.

ແຂວງ ອິດລິບ ແລະ ຂົງເຂດຕ່າງໆທີ່ຢູ່ໃກ້ຄຽງ ສ່ວນໃຫຍ່ແມ່ນຖືກຄວບຄຸມໂດຍພວກ
ຄູ່ປໍລະປັກ ຕໍ່ຕ້ານລັດຖະບານຫຼາຍກຸ່ມ, ລວມມີພວກ ຮາຢັດ ຕາເຣຍ ອາລ-ຊາມ
(Hayat Tahrir al_Sham), ເຊິ່ງແມ່ນພັນທະມິດນຳໜ້າໂດຍອະດີດສະມາຊິກຂອງ
ກຸ່ມຫົວຮຸນແຮງ ອາລ-ໄກດາ.

ພ້ອມກັນນັ້ນ ໃນວັນເສົາວານນີ້, ຣັດເຊຍ ກໍໄດ້ກ່າວວ່າ ເຂົາເຈົ້າໄດ້ຮັບ “ຂໍ້ມູນທີ່ບໍ່ສາ
ມາດປະຕິເສດໄດ້” ທີ່ວ່າພວກຕໍ່ຕ້ານລັດຖະບານ ຊີເຣຍ ໄດ້ວາງແຜນການ “ຍຸແຍ່”
ໃນແຂວງ ອິດລິບ ເພື່ອສະແດງເຫດຜົນຂອງການຕອບໂຕ້ ຈາກບັນດາປະເທດຕາ
ເວັນຕົກ.

ໂຄສົກກະຊວງປ້ອງກັນປະເທດ ຣັດເຊຍ ທ່ານ ອີກໍ ໂຄນາເຊັນໂກ (Igor
Konashenko) ໄດ້ກ່າວວ່າ “ພວກທີ່ໄດ້ເຂົ້າຮ່ວມໃນການວາງແຜນການຍຸແຍ່ນັ້ນ
ໜ້າຈະມີຄວາມພ້ອມຢ່າງເຕັມທີ່ແລ້ວ ໃນຕອນແລງຂອງວັນທີ 8 ກັນຍາ”.

ທ່ານ ໂຄນາເຊັນໂກ ໄດ້ເວົ້າວ່າ ກຸ່ມ “ກໍ່ການຮ້າຍ” ທັງຫຼາຍ ໄດ້ເຕົ້າໂຮມກັນ ໃນແຂວງ
ອິດລິບ ແລະ ໄດ້ຖືກຊ່ວຍເຫຼືອ ໂດຍກຸ່ມ ໝວກກັນກະທົບສີຂາວ, ເຊິ່ງແມ່ນກຸ່ມອາສາ
ສະໝັກກູ້ໄພ ທີ່ຖືກຮັບຮູ້ຢ່າງເປັນທາງການວ່າ ໜ່ວຍປ້ອງກັນພົນລະເຮືອນ ຊີເຣຍ.

ມົສກູ ໄດ້ກ່າວມາດົນນານແລ້ວວ່າ ກຸ່ມຕໍ່ຕ້ານລັດຖະບານ ໃນແຂວງ ອິດລິບ ໄດ້ວາງ
ແຜນທີ່ຈະໂຈມຕີພົນລະເຮືອນ, ໃນຂະນະທີ່ການໂຈມຕີທັງຫຼາຍຂອງ ຣັດເຊຍ ແລະ
ຊີເຣຍ ໃນແຂວງດັ່ງກ່າວໄດ້ຮຸນແຮງຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG