ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ເອີ​ໂດ​ອານ ກ່າວ​ວ່າ ຈະ 'ກວດ​ລ້າງ​ພວກ​ກໍ່​ການ​ຮ້າຍ' ​ອອກ​ຈາກ​ເຂດ​ຊາຍ​ແດນ ຊີ​ເຣຍ


ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ໂດ​ອານ ກ່າວ​ຖະ​ແຫລງ ຢູ່​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນ​ຫຼວງ ອັງ​ກາ​ຣາ ຂອງ​ເທີ​ກີ, ວັນ​ທີ 24 ຕຸ​ລາ 2019.
ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ໂດ​ອານ ກ່າວ​ຖະ​ແຫລງ ຢູ່​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນ​ຫຼວງ ອັງ​ກາ​ຣາ ຂອງ​ເທີ​ກີ, ວັນ​ທີ 24 ຕຸ​ລາ 2019.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ໂດ​ອານ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້ ວ່າ ກອງ​ທັບ​ແຫ່ງ​ຊາດ​ຂອງ​ທ່ານ ຈະ “ກວດ​ລ້າງ​ພວກກໍ່​ການ​ຮ້າຍ” ຈາກ​ເຂດ​ຊາຍ​ແດນ​ຂອງ​ຕົນ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ຖ້າ​ຫາກ​ກຸ່ມ​ພວກ​ທະ​ຫານ​ບ້ານຊາວ​ເຄີດ ທີ່​ເອີ້ນ​ຫຍໍ້​ວ່າ YPG ບໍ່​ອອກ​ໄປ​ຈາກ​ທີ່ນັ້ນ ພາຍ​ໃນ​ວັນ​ເສັ້ນ​ຕາຍ ທີ່​ໄດ້​ຕົກ​ລົງ​ກັນ ໂດຍ​ເທີ​ກີ ແລະ​ຣັດ​ເຊຍ ໃນ​ຕົ້ນ​ສັບ​ປະ​ດາ​ນີ້ ກໍ​ຕາມ.

ວັນ​ເສັ້ນ​ຕາຍ​ທີ່​ໄດ້ຖືກ​ກຳ​ນົດ​ໃສ່ ວັນ​ອັງ​ຄານ ເວ​ລາ 3 ໂມງ​ແລງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ​ໃນ​ຂໍ້​ຕົກ​ລົງ ໂດຍ​ທ່ານ​ເອີ​ໂດ​ອານ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ໃນ​ທະ​ເລ​ດຳ ອີງ​ຕາມ​ລາຍ​ງານ​ຂອງ​ໂຊ​ຈີ. ຣັດ​ເຊຍ ໄດ້​ກ່າວ​ວ່າ ກຳ​ລັງ​ສາ​ລະ​ວັດ​ທະ​ຫານ​ຂອງ​ຕົນ ແລະ​ກຳ​ລັງ​ພິ​ທັກ​ຊາຍ​ແດນ​ຂອງ​ເທີ​ກີ ຈະ “ເຮັດ​ໃຫ້​ການທອດ​ຖອນ” ພວກ​ຊາວ​ເຄີດ​ໃຫ້​ອອກ​ໄປ​ຈາກ​ເຂດ​ຊາຍ​ແດນ ພາຍ​ໃນ 30 ກິ​ໂລ​ແມັດ ໄດ້​ຢ່າງ​ງ່າຍ​ດາຍ.

ອັງ​ກາ​ຣາ ຖື​ວ່າ ກຸ່ມ YPG ເປັນ​ກຸ່ມກໍ່​ການ​ຮ້າຍ ແລະໄດ້​ກ່າວ​ຕຳ​ໜິຢ່າງ​ຮ້ອນ​ແຮງ​ຕໍ່ການ​ສະ​ໜັບ​ສະ​ໜຸນ​ກຸ່ມ​ທະ​ຫານ​ບ້ານ​ດັ່ງ​ກ່າວ​ຂອງ​ສະ​ຫະ​ລັດ ຊຶ່ງ​ໄດ້ກາຍ​ເປັນ​ເຄື່ອງມື​ຂອງ ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື​ເອີ້ນ​ຫຍໍ້​ວ່າ SDF ໃນ​ການ​ສູ້​ລົບ​ຕໍ່​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ. ທ່ານ​ເອີ​ໂດ​ອານ ຍັງ​ໄດ້ກ່າວ​ຕັກ​ເຕືອນ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ນາ​ນາ​ຊາດ ໃຫ້​ສະ​ໜັບ​ສະ​ໜຸນການ​ລິ​ເລີ້ມ​ຂອງ​ເທີ​ກີ ທີ່​ຈະ​ຈັດ​ຕັ້ງ “ເຂດ​ປອດ​ໄພ” ສຳ​ລັບ ພວກ​ອົບ​ພະ​ຍົບ​ຊີ​ເຣຍ ຫຼາຍກວ່າ 3 ລ້ານ 5 ແສນ​ຄົນ​ ຊຶ່ງ​ໃນ​ເວ​ລານີ້ ອາ​ໄສ​ຢູ່​ໃນ​ເທີ​ກີ.

ຜູ້​ນຳ​ຂອງ​ເທີ​ກີ ໄດ້​ຂົ່ມ​ຂູ່​ວ່າ “ຖ້າ​ຫາກບໍ່​ມີ​ການ​ສະ​ໜັບ​ສະ​ໜຸນ ສຳ​ລັບ​ໂຄງ​ການ​ດັ່ງ​ກ່າວ ທີ່​ພວກ​ເຮົາພວມ​ສ້າງ​ຂຶ້ນ​ສຳ​ລັບ​ພວກອົບ​ພະ​ຍົບ ລະ​ຫວ່າງ 1 ຫາ 2 ລ້ານ​ຄົນ​ໃນຂັ້​ນ​ທຳ​ອິດ ​ສຳ​ລັບ​ການ​ກັບ​ຄືນ​ມາ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ພວກ​ເຮົາ​ຈະ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດ ພຽງ​ແຕ່​ຈະ​ເປີ​ດ​ປະ​ຕູ​ຂອງ​ພວກ​ເຮົາ ແລະ​ໃຫ້​ພວກ​ເຂົາ​ເຈົ້າ​ໄປ​ຍັງ​ຢູ​ໂຣບ.”

ໃນ​ຂະ​ນະ​ດຽວ​ກັນ ສ​ະ​ຫະ​ລັດ ຈະ​ເສີມ​ຂະ​ຫຍາຍ​ກຳ​ລັງ​ຂອງ​ຕົນ ທີ່​ກຳ​ລັງ​ປົກ​ປ້ອງບໍ່​ນ້ຳ​ມັນ ແລະ​ສະ​ຖານ​ທີ່ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງ​ໆ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ເຖິງ​ແມ່ນ​ວ່າ ກຳ​ລັງ​ທະ​ຫານສ່ວນ​ໃຫຍ່​ຂອງ​ຕົນ ​ໄດ້​ຖືກ​ຖອນ​ອອກ​ຈາກ​ປະ​ເທດ ກໍ​ຕາມ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສ​ະ​ຫະ​ລັດ ທ່ານ​ມາກ ແອ​ສ​ເປີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ຜ່ານ​ມາ ໂດຍ​ໃຊ້​ອັກ​ສອນ​ຫຍໍ້​ຂອງ​ກຸ່ມ​ກໍ່​ການ​ຮ້າຍ ​ວ່າ “​ດຽວນີ້ ພວກ​ເຮົາເອົາ​ມາດ​ຕະ​ການ​ບາງ​ສ່ວນ ຂ້າ​ພະ​ເຈົ້າ​ຈະ​ບໍ່​ໃຫ້​ລາຍ​ລະ​ອຽດ​ໃດໆ ເພື່ອ​ທີ່​ຈະ​ເສີມ​ກຳ​ລັງ ຖານ​ທີ່​ໝັ້ນ​ຂອງ​ພວກ​ເຮົາ ຢູ່ ດີ​ເອຍ ແອ​ລ-ຊູ​ຣ (Deir el-Zour) ເພື່ອ​ຮັບ​ປະ​ກັນ​ວ່າ ພວກ​ເຮົາ​ສາ​ມາດ​ຢັບ​ຢັ້ງ​ບໍ່​ໃຫ້​ກຸ່ມ ISIS ເຂົ້າ​ຫາບໍ່​ນ້ຳ​ມັນ​ໄດ້.” ທ່ານ​ແອ​ສ​ເປີ ໄດ້​ກ່າວ​ຖະ​ແຫລງ ຫຼັງ​ຈາກ​ໄດ້​ເຂົ້າ​ປະ​ຊຸມ​ກັ​ບ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ໃນ​ອົງ​ກ​ການ​ເນ​ໂຕ້ ຢູ່​ນະ​ຄອນຫຼວງ​ບ​ຣັ​ສ​ເຊີ​ລ​ສ໌ ຂອງ​ແບ​ລ​ຈ້ຽມ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG