ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ເອີ​ດວນ ເພີ້ມ​ຄວາມ​ກົດ​ດັນ ຕໍ່​ຣີ​ຢາດ ກ່ຽວ​ກັບ​ ທ່ານຄາ​ຊອກ​ກີ


ທ່ານ​ຢາ​ຊິນ ອັກ​ເຕ ທີ່​ປຶກ​ສາ​ ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ເທີ​ກີ ທ່ານ​ເຣີ​ເຊບ ເຕ​ຍິບ ເອີ​ດວນ ວັນ​ທີ 11 ພະ​ຈິກ 2018.
ທ່ານ​ຢາ​ຊິນ ອັກ​ເຕ ທີ່​ປຶກ​ສາ​ ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ເທີ​ກີ ທ່ານ​ເຣີ​ເຊບ ເຕ​ຍິບ ເອີ​ດວນ ວັນ​ທີ 11 ພະ​ຈິກ 2018.

ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ​ຣີ​ເຊບ​ ເຕຍິບ ເອີ​ດວນ ຍັງ​ສືບ​ຕໍ່​ກົດ​ດັນຣີ​ຢາດ ກ່ຽວ​ກັບ​ການ
​ສັງ​ຫານ​ນັກ​ຂ່າວ​ຊາ​ອຸ​ດີ ທ່ານ​ຈາ​ມາ​ລ ຄາຊອກ​ກີ ເມື່ອ​ເດືອນ​ແລ້ວ​ນີ້​ຢູ່​ໃນ​ກົງ​ສຸ​ນ​ຊາ​ອຸ​ດີ
ໃນ​ນະ​ຄອນ​ອິ​ສ​ຕັ​ນບູ​ລ.

ໃນ​ວັນ​ອັງ​ຄານ​ວານ​ນີ້​ໄດ້​ເຫັນ​ຫົວ​ຂໍ້​ຂ່າວ​ໜ້າ​ປົກ​ຂອງ​ໜັງ​ສື​ພິມ​ ຊາ​ບາ​ ທີ່​ສະ​ໜັບ​ສະ​
ໜູນ​ລັດ​ຖະ​ບານເທີ​ກີ ສະ​ແດງ​ໃຫ້​ເຫັນ​ບັນ​ດາຮູບ​ພາບເອັກ​ສເຣຫີບຂອງພວກ ​ທີ່​ຖືກ
ກ່າວ​ຫາເປັນ​ໜ່ວຍ​ສັງ​ຫານ​ຊາ​ອຸ​ດີ ໂດຍ​ເຜີຍ​ໃຫ້​ເຫັນເຄື່ອງ​ມືໃຊ້​ໃນ​ການ​ສັງ​ຫານ​ທ່ານ​
ຄາ​ຊອກ​ກີ.

ລາຍ​ງານ​ໜັງ​ສື​ພິມ​ດັ່ງ​ກ່າວ ເປັນການ​ເຄື່ອນ​ໄຫວ​ຫລ້າ​ສຸດ ທີ່​ບັນ​ດາ​ນັກ​ວິ​ເຄາະ​ເຫັນ
​ວ່າເປັນ​ການດຳ​ເນີນ​ການ​ຢ່າງ​ລະ​ມັດ​ລະ​ວັງ​ໃນ​ການໃນ​ການ​ປຸກ​ລະ​ດົມ​ຂອງ ​ອັງ​ກາ​
ຣາຕ້ານຣີ​ຢາດ.

ທ່ານ​ເອີ​ດວນ ໄດ້​ປະ​ກາດ​ໃນ​ອາ​ທິດ​ແລ້ວ​ນີ້ວ່າ ​ເທັບ​ບັນ​ທຶກ​ສຽງ​ໃນ​ນາ​ທີ​ສຸດ​ທ້າຍ​ຂອງ
ນັກ​ຂຽນ​ຊາ​ອຸ​ດີນັ້ນ ໄດ້​ອະ​ນຸ​ຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ
ປະ​ເທດ​ມະ​ຫາອຳ​ນາດ​ທີ່​ສຳ​ຄັນ​ໃນ​ຢູ​ໂຣບ​ ຮູ້​ນຳ​ແລ້ວ.

ທ່ານ​ເອີ​ດວນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ນີ້​ວ່າ “​ເນື້ອ​ໄນຂອງ​ເທັບ
​ບັນ​ທຶກ​ສຽງ​ເປັນ​ເລື່ອງ​ທີ່​ຫາຍ​ຍະ​ນະ​ແທ້ໆ. ແມ່ນ​ແຕ່​ເຈົ້າ​ໜ້າ​ທີ່ສືບລັບຂອງ​ຊາ​ອຸ​ດີກໍ​
ຍັງຕື່ນ​ຕົກ​ໃຈ ເວ​ລາ​ທ່ານ​ໄດ້​ຟັງ​ບັນ​ທຶກ​ສຽງດັ່ງ​ທີ່ ​ອີງ​ຕາມ​ຄຳ​ເວົ້າ​ຂອງທ່ານ. “ຜູ້​ຊາຍ
ຄົນ​ນີ້​ເປັນ​ອັນ​ຕະ​ລາຍ ບ​າງ​ທີ​ໃຊ້​ຢາ​ເຮ​ໂຣ​ອິນ ມີ​ແຕ່​ຜູ້​ຊາຍ​ທີ່​ໃຊ້​ເຮ​ໂຣ​ອິນ​ເທົ່າ​ນັ້ນ
ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້.

ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ​ຣີ​ເຊບ​ ເຕຍິບ ເອີ​ດວນ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ວັນ​ທີ 23 ຕຸ​ລາ 2018.
ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ​ຣີ​ເຊບ​ ເຕຍິບ ເອີ​ດວນ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ວັນ​ທີ 23 ຕຸ​ລາ 2018.

ນັບ​ແຕ່ໄດ້​ມີ​ການ​ສັງ​ຫານ​ທ່ານ​ຄາ​ຊອກ​ກີ ໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ອັງ​ກາ​ຣາ ໄດ້​ລະ​
ມັດ​ລະ​ວັງ​ໃນ​ການ​ເຜີຍ​ແຜ່ຂໍ້​ມູນ​ຕໍ່​ສື່​ສັງ​ຄົມ ໄດ້​ເຮັດ​ໃຫ້​ຄວາມ​ຫວັງ​ໃດໆ​ໂດຍ​ຣີ​ຢາດ
​ທີ່ວ່າ​ບັນ​ຫາ​ຂັດ​ແຍ້ງ​ດັ່ງ​ກ່າວ​ນັ້ນ​ຈະ​ຄ່ອຍໆ​ນ​ຈາງຫາຍ​ໄປ.

ນັກ​ວິ​ເຄາະ​ອາ​ຕິ​ລ​ລາ ແຢັ​ສ​ຢາ​ດາ ຂອງ​ແ​ຫລ່ງ​ຂໍ້​ມູນຄູ່​ຮ່ວມ​ງານໂກ​ລໂບ​ລ ​ກ່າວ​ວ່າ
“ອັງ​ກາ​ຣາ ໄດ້​ຢ​ອດ​ເຕີມ​ດ້ວຍຂ່າວໃໝ່ ​ແລະ​ລ​າຍ​ລະ​ອຽດ​ທີ່ຍອດ​ຢ້ຽມ​ຂອງ​ການ​ສັງ​
ຫານ ນັກ​ຂ່າວ​ຊາ​ອຸ​ດີ ​ທ່ານ​ຈ​າ​ມາ​ລ ຄາ​ຊອກ​ກີ ຜູ້​ທີ່​ບໍ່​ເຫັນ​ພ້ອມ. ທີ່​ໄດ້​ໃຫ້​ການ​ຢືນ
ຢັນ​ວ່າ ​ມີການ​ສົງໄສ​ຢູ່ໃນທົ່ວ​ໂລກທີ່​ວ່າທ່ານ​ເອີ​ດວນ ​ແມ່ນ​ຊອກຫາບາງ​ຢ່າງ ທີ່ຫຼາຍ​
ໄປກວ່າ​ຄວາມ​ຍຸ​ຕິ​ທຳ ຫຼື​ການ​ແກ້​ແຄ້ນ.”

ອ່ານ​ຂ່າວ​ນີ​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG