ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ເອີ​ດ​ວນ ປະ​ນາມ ວໍ​ຊິງ​ກັນ ກ່ຽວ​ກັບ ເວ​ເນ​ຊູ​ເອ​ລາ


ປະທານາທິບໍດີເທີກີ ທ່ານເຣແຊຟ ເຕຢິບ ເ​ອີດວນ ກ່າວ​ຕໍ່ ບັນ​ດາ ຜູ້​ສະ​ໜັບ​ສະ​ໜູນ ທີ່​ນະ​ຄອນ​ອັງ​ກາ​ຣາ ວັນ​ທີ 31 ມັງ​ກອນ 2019.
ປະທານາທິບໍດີເທີກີ ທ່ານເຣແຊຟ ເຕຢິບ ເ​ອີດວນ ກ່າວ​ຕໍ່ ບັນ​ດາ ຜູ້​ສະ​ໜັບ​ສະ​ໜູນ ທີ່​ນະ​ຄອນ​ອັງ​ກາ​ຣາ ວັນ​ທີ 31 ມັງ​ກອນ 2019.

ປະທານາທິບໍດີເທີກີ ທ່ານເຣແຊຟ ເຕຢິບ ເອີດວນ ໄດ້ກ່າວຫາ ວໍຊິງຕັນວ່າເປັນ “ຈັກ
ກະພັດ” ໃນຄວາມພະຍາຍາມທີ່ຈະຂັບໄລ່ ປະທານາທິບໍດີ ເວເນຊູເອລາ ທ່ານນິໂກ
ລັສ ມາດູໂຣ ອອກ. ຄວາມເວົ້າເທື່ອລ້າສຸດຂອງທ່ານເອໂດກັນ ທີ່ຫຼັ່ງອອກມາໃນການ
ສະໜັບສະໜູນພັນທະມິດຂອງທ່ານ ຄືທ່ານມາດູໂຣ ອອກມາທ່າມກາງການເພີ້ມຄວາມ
ກົດດັນຂອງສະຫະລັດຕໍ່ອັງກາຣາເພື່ອໃຫ້ສິ້ນສຸດການສະໜັບສະໜູນແກ່ຜູ້ນຳເວເນຊູ
ເອລາທີ່ຍຶດຄອງອຳນາດຢູ່.

ທ່ານເອີດວນ ຕຳນິປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຢູ່ໃນຖະແຫຼງການ
ຕໍ່ບັນດາສະມາຊິກສະພາ ໃນວັນອັງຄານທີ່ຜ່ານມາວ່າ“ເວເນຊູເອລາ ແມ່ນເຄື່ອງມື
ຂອງທ່ານບໍ່? ປະທານາທິບໍດີຂອງເຂົາເຈົ້າໄດ້ຜ່ານມາຈາກການເລືອກຕັ້ງ. ທ່ານມີສິດ
ຫຍັງທີ່ຈະແຕ່ງຕັ້ງຄົນອື່ນ? ແລະປະຊາທິປະໄຕນັ້ນຢູ່ໃສ? ຈະສາມາດຮັບເອົາເລື້ອງ
ນີ້ໄດ້ຢ່າງໃດ?” ທ່ານເອີດວນ ໄດ້ກ່າວເພີ້ມຢູ່ໃນການຕົບມືຢ່າງສະໜັ່ນຫວັ່ນໄຫວ
ຈາກບັນສະມາຊິກສະພາ ແລະບັນດາຜູ້ໃຫ້ການສະໜັບສະໜູນວ່າ “ພວກເຮົາບໍ່ຮັບ
ເອົາໂລກ ບ່ອນທີ່ຜູ້ທີ່ແຂງແຮງກວ່າ ວ່າເປັນຜູ້ຖືກຕ້ອງ. ພວກເຮົາຕ້ານໜ້າທີ່ຂອງ
ການເປັນຈັກກະພັດ.”

ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລ​ັ​ສ ມາ​ດູ​ໂຣ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງຊິ​ເລຍ ຟ​ລ​ໍເຣັ​ສ ທີ່​ນະ​ຄອນ​ກາ​ຣາ​ກັສ ເວ​ເນ​ຊູ​ເອ​ລາ ວັນ​ທີ 2 ກຸ​ມພາ 2019.
ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລ​ັ​ສ ມາ​ດູ​ໂຣ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງຊິ​ເລຍ ຟ​ລ​ໍເຣັ​ສ ທີ່​ນະ​ຄອນ​ກາ​ຣາ​ກັສ ເວ​ເນ​ຊູ​ເອ​ລາ ວັນ​ທີ 2 ກຸ​ມພາ 2019.

ທັງວໍຊິງຕັນ ແລະສະຫະພາບຢູໂຣບ ຮັບຮູ້ຜູ້ນຳຝ່າຍຄ້ານເວເນຊູເອລາ ທ່ານຮວນ
ກົວໄອໂດ ວ່າເປັນປະທານາທິບໍດີຂ້າມຜ່ານ ການໜູນຫຼັງທີ່ແຂງແຮງ ຂອງທ່ານເອ
ໂດກັນ ແກ່ທ່ານມາດູໂຣ ນັ້ນເຮັດໃຫ້ທ່ານຢູ່ເສັ້ນທາງປະທະກັນກັບບັນດາພັນທະມິດ
ຕາເວັນຕົກຂອງທ່ານ. ສາສດາຈານຄວາມສຳພັນຕ່າງປະເທດ ທ່ານເຊີຮຮັຕ ກູເວັນ
ຈາກມາຫາວິທະຍາໄລອິສຕັນບູລ ຄາເດີຣ ແຮສ ກ່າວວ່າ “ຂ້າພະເຈົ້າຄິດວ່າບັນຫາ
ຂອງເທີກີ ແມ່ນເລື້ອງຫລັກການ ແທນທີ່ຈະແມ່ນຄວາມຈິງຂອງເລື້ອງການເມືອງ.”
ທ່ານກ່າວເພີ້ມອີກວ່າ “ເທີກີບໍ່ຮັບຮູ້ແນວຄິດຂອງລະບອບປ່ຽນເຂົ້າສູ່ບັນດາປະເທດ
ອະທິປະໄຕ. ເພາະສະນັ້ນເຂົາເຈົ້າຈະປະທະກັບສະຫະລັດ ໃນກໍລະນີຫລັກການ.
ເທີກີຢູ່ຝ່າຍຣັດເຊຍ ແລະຈີນ ແລະບັນດາປະເທດເຫລົ່ານີ້ ໃຫ້ຄຸນຄ່າແກ່ອະທິປະໄຕ
ກ່ອນທຸກຢ່າງທັງໝົດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG