ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີ​ກີ ຍັງ​ບໍ່​ພ້ອມ​ທີ່​ຈະ​ໃຫ້​ສັດ​ຕະ​ຍາ​ບັນ ການ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຂອງ​ປະ​ເທດ ສວີ​ເດັນ

ໃນ​ພາບ​ທີ່​ຖືກ​ເຜີຍ​ແຜ່​ໂດຍ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ນີ້, ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ເປີດ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ​ແຫ່​ງ​ທຳ​ອິດ​ຂອງ ເທີ​ກີ​ ຜ່ານ​ທາງວິ​ດີ​ໂອ, ໃນ​ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ, 27 ເມ​ສາ 2023.

ປະ​ທານ​າ​ທິ​ບໍ​ດີ ເທີ​ກີ ໄດ້​ໃຫ້​ສັນ​ຍານ​ອີກ​ຄັ້ງ​ນຶ່ງວ່າ​ ປະ​ເທດ​ຂອງ​ທ່ານ​ແມ່ນ​ຍັງ​ບໍ່​ພ້ອມ​ທີ່​ຈະ​ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​ການ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຂອງປະ​ເທດ ສວີ​ເດັນ. ໃນ​ການ​ກ່າວຫຼັງ​ຈາ​ກອງ​ປະ​ຊຸ​ມ​ຄະ​ນະ​ລັດ​ຖະ​ບານ​ເມື່ອ​ວັນ​ຈັນ​ວານນີ້, ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ກ່າວ​ວ່າ ສ​ວີ​ເດັນ ຕ້ອງ​ເຮັດ​ວຽກຫຼາຍກວ່າ​ເກົ່າ​ໃນ “ວຽກ​ບ້ານ” ຂອງ​ເຂົາ​ເຈົ້າ.

ເທີ​ກີ ໄດ້​ກ່າວ​ຫາ​ປະ​ເທດ​ດັ່ງ​ກ່າວ ກ່ຽວ​ກັບ ກ​ານ​ຜ່ອນ​ຜັນຫຼາຍ​ໂພດ​ຕໍ່​ກຸ່ມ​ຕ່າງໆ​ທີ່ລັດ​ຖະ​ບານ ອັງ​ກາ​ຣາ ຖື​ວ່າ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ. ອົງ​ການ NATO ຢາກ​ຈະ​ນຳ​ເອົາ ສວີ​ເດັນ ເຂົ້າ​ມາ​ໃນ​ກຸ່ມເວ​ລາ​ທີ່​ບັນ​ດາ​ຜູ້​ນຳ​ອົງ​ການ NATO ປະ​ຊຸມ​ກັນ​ໃນ​ປະ​ເທດ ລິ​ທົວ​ເນຍ ໃນ​ວັນ​ທີ 11 ຫາ 12 ກໍ​ລະ​ກົດ​ນີ້. ເທີ​ກີ ແລະ ຮັງ​ກາ​ຣີ ແມ່ນ​ພຽງ​ສອງ​ປະ​ເທດ​ທີ່​ຍັງ​ບໍ່​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​ການ​ເປັນ​ສະ​ມາ​ຊິກ​ຂອງ ສວີ​ເດັນ.

ທ່ານ ເອີ​ດູ​ອານ ຍັງ​ໄດ້​ກ່າວ​ປະ​ນາມ​ຊ້ຳ​ອີກ​ຕໍ່​ການ​ປະ​ທ້ວງ​ຈູດ​ຄຳ​ພີ ກູ​ຣານ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ ສວີ​ເດັນ ເມື່ອ​ອາ​ທິດ​ທີ່​ຜ່າ​ນມາ, ໂດຍ​ໄດ້​ອະ​ທິ​ບາຍ​ວ່າ​ການ​ກະ​ທຳ​ນັ້ນ​ເປັນ “ອະ​ຊະ​ຍາ​ກຳ​ຄຽດ​ຊັງ” ຕໍ່​ຊາວ ມຸ​ສ​ລິມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG